ຫົວໜ້າ ສິດທິມະນຸດ ສປຊ ກ່າວວ່າ ກາຊາ ເປັນເຂດທຸກຍາກ ທໍລະມານ

ຊາວປາແລສໄຕນ໌ຄົນນຶ່ງ ກຳລັງອ່ານຄຳພີໂກຣານ ຢູ່ໃນຕູບຂອງລາວ ລະຫວ່າງເດືອນສັກສິດ ຣາມາດານ.

ຫົວໜ້າ​ສິດທິ​ມະນຸດ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ອິສຣາ​ແອ​ລ ຕໍ່​ການ​ກີດກັນ
ດ້ານ​ສິດທິ​ມະນຸດ​ຢ່າງ​ເປັນລະບົບ​ ​ຕໍ່​ຊາວ​ປາ​ແລ​ສ​ໄຕ​ນ໌.

ທ່ານ​ຊາອີດ ຣາ ອາດ ອາລ-ຮຸສ​ເຊ​ນ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ ຢູ່​ທີ່​ກອງ​ປະຊຸມນັດພິ​ເສດ​
ຂອ​ງສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ເພື່ອ​ສົນທະນາຫາລື ກ່ຽວກັບ “ສະພາບ​ທີ່
ພວມຊຸດໂຊມ​ໃນ​ເຂດ​ຍຶດຄອງ​ປາ​ແລ​ສ​ໄຕ​ນ໌ທີ່ປະຊາຊົນ 1 ລ້ານ 9 ແສນ​ຄົນ ​ໃນ​ເຂດ
ກາຊາ “ຖືກກັກ​ຂັງ​ຢູ່​ ດ້ວຍຄວາມທຸກທໍລະມານ ແຕ່​ເກີດ​ຈນຕາຍ.”

ກອງປະຊຸມ​ນັດພິ​ເສດນີ້ ​ອາດ​ສ້າງ​ຕັ້ງຄະນະ​ກຳມາທິການ​ ເພື່ອ​ສືບສວນ ເບິ່ງຄວາມ​ຮຸນ|
​ແຮງ​ຢູ່​ຕາມເຂດ​ຊາຍແດນ​ກາຊາ ທີ່ໄດ້ເພີ້ມ​ທະວີ​ຂຶ້ນ​ໃນ​ອາທິດ​ນີ້ ຊຶ່ງເຮັດ​ໃຫ້ 60 ກວ່າ​
ຄົນ​ເສຍ​ຊີວິດ ​ແລະ​ອີກ 2,700 ຄົນ​ໄດ້​ຮັບ​ບາດ​ເຈັບ​. ​ຢູ່ໃນພວກທີ່ເສຍຊີວິດນັ້ນ ​ກໍມີ​
ພວກ​ແມ່ຍິງ ​ແລະເດັກນ້ອຍ ຮວມທັງ​ທາລົກຍິງ​ອາຍຸ 8 ​ເ​ດືອນຄົນນຶ່ງ.

ເອກອັກຄະລັດຖະທູດອິສຣາແອລປະຈຳສະພາສິດທິມະນຸດສະຫະປະຊາຊາດ ກ່າວ
ວ່າ ຄະນະກຳມາທິການທີ່ສືບສວນເບິ່ງຄວາມຮຸນແຮງໃນເຂດກາຊາ “ຈະບໍ່ເຮັດໃຫ້
ສະຖານະການທາງພາກພື້ນດິນ ປ່ຽນແປງຫຍັງເລີຍ.”

ການປະທ້ວງໄດ້ທະວີຄວາມຮ້າຍແຮງຂຶ້ນ ໃນມື້ວັນຈັນແລ້ວ ໃນຂະນະທີ່ສະຫະລັດ
ເປີດສະຖານທູດທີ່ນະຄອນເຈຣູຊາແລັມ ໂດຍທີ່ພວກປະທ້ວງໄດ້ບຸກເຂົ້າໄປຫາຮົ້ວ ທີ່ແບ່ງເຂດກາຊາກັບອິສຣາແອລ ແລະກໍພາກັນມ້າງຮົ້ວໜາມໝາກຈັບ ເປັນບາງ
ສ່ວນ ແລະແກວ່ງກ້ອນຫີນເຂົ້າໃສ່ຕຳຫຼວດ.

ກຳລັງຂອງອິສຣາແອລໄດ້ຍິງປືນເຂົ້າໃສ່ຝູງຊົນ ແລະມີການແກວ່ງລະເບີດນ້ຳຕາ
ເຂົ້າໃສ່ພວກປະທ້ວງ ແລະສ່ວນນຶ່ງແມ່ນຫວ່ານລົງມາຈາກເຮືອບິນບໍ່ມີຄົນຂັບ ໃສ່
ເຂດຊາຍແດນ.ມີພວກປະທ້ວງເກືອບ 60 ຄົນໄດ້ຖືກຂ້າຕາຍ ໃນ
ວັນຈັນ ພຽງມື້ດຽວເທົ່ານັ້ນ.

ທ່ານ​ຊາອີດ ຣາ ອາດ ອາລ-ຮຸສ​ເຊ​ນ ກ່າວວ່າ “ການກະທຳພຽງຢ່າງດຽວຂອງພວກ
ປະທ້ວງ ບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ຊີວິດຫຼືບາດເຈັບຮ້າຍແຮງ ທີ່ສົມເຫດສົມຜົນສຳລັບ
ການນຳໃຊ້ກຳລັງ.” ທ່ານກ່າວວ່າ ການຮັບມືຂອງອິສຣາແອລຕໍ່ພວກປະທ້ວງຈາກ
ເຂດກາຊາ “ແມ່ນບໍ່ສົມສ່ວນ.”

ສານອາຍາສາກົົນ ຊຶ່ງເປັນສານດຳເນີນຄະດີກ່ຽວກັບອາຊະຍາກຳສົງຄາມຂອງໂລກ
ກ່ອນໜ້ານີ້ ໄດ້ສະແດງ “ຄວາມເປັນຫ່ວງ ຢ່າງເລິກເຊິ່ງ” ກ່ຽວກັບ ຄວາມຮຸນແຮງ ທີ່
ພວມເພີ້ມທະວີຂຶ້ນ ໃນເຂດກາຊາ ແລະກ່າວວ່າ ການກ່າວຫາກ່ຽວກັບການກໍ່ອາຊະ
ຍາກຳ ອາດຈະມີການສືບສວນເບິ່ງ.

ໃນອີກດ້ານນຶ່ງນັ້ນ ອີຈິບໄດ້ປະກາດ ກ່ຽວກັບການເປີດດ້ານຂ້າມຊາຍແດນຣາ

ອ່ານຂ່າວນີ້ເປັນພາສາອັງກິດ