ພະນັກງານການແພດຂອງອົງການສະຫະປະຊາຊາດ ຜູ້ທີ່ຕິດ
ເຊື້ອໄວຣັສ ອີໂບລາ ໃນຂະນະທີ່ເຮັດວຽກ ຢູ່ທີ່ Liberia ເສຍ
ຊີວິດແລ້ວ ຢູ່ໂຮງພະຍາບານ ໃນເຢຍຣະມັນ.
ໂຮງພະຍາບານ St. Georg ທີ່ເມືອງ Leipzig ກ່າວໃນວັນ
ອັງຄານມື້ນີ້ວ່າ ຜູ້ປ່ວຍໄວ 56 ປີ ໄດ້ເສຍຊີວິດເມື່ອຄ່ຳວານນີ້ ເຖິງແມ່ນໄດ້ຮັບການປິ່ນປົວຮັກສາຢ່າງຂຸ້ນຂ້ຽວ ກໍຕາມ.
ສະຖິຕິຂອງກໍລະນີໂຣກອີໂບລາໃນອາຟຣິກາຕາເວັນຕົກ
ໜ່ວຍງານຂອງອົງການສະຫະປະຊາຊາດ ໃນ Liberia ໄດ້ປະ
ກາດໃຫ້ຮູ້ ໃນອາທິດແລ້ວນີ້ວ່າ ພະນັກງານຂອງຕົນຄົນນີ້ ໄດ້ຖືກ
ກວດພົບວ່າເປັນໂຣກອີໂບລາ ໃນວັນທີ 6 ຕຸລາ ແລະກ່າວວ່າ ໃນ
ຈຳນວນ 41 ຄົນ ທີ່ອາດໄດ້ສຳພັດກັບຜູ້ກ່ຽວນັ້ນ ບໍ່ມີຜູ້ໃດ ສະແດງ
ອາການຂອງໂຣກນີ້ ຈັກຄົນ.
Liberia ແມ່ນເປັນປະເທດທີ່ມີ ກໍລະນີຕິດເຊື້ອອີໂບລາ ທີ່ສົງໄສແລະໄດ້ຮັບການຢືນຢັນ ນັ້ນຫລາຍທີ່ສຸດ ໃນການແຜ່ລະບາດທີ່ຮ້າຍແຮງທີ່ສຸດຂອງໂຣກນີ້ ໂດຍມີຢ່າງນ້ອຍ 4,000 ກໍລະນີ.
Your browser doesn’t support HTML5
Ebola CNPK 1ST UPD
ອົງການອະນາໄມໂລກ ຫຼື WHO ກ່າວວ່າ ໂຣກດັ່ງກ່າວນີ້ ໄດ້ສັງຫານ ຫຼາຍກວ່າ 2,300 ຜູ້ຄົນໄປແລ້ວໃນປີນີ້ ທີ່Liberia ຊຶ່ງຮວມທັງ ພະນັກງານຮັກສາສຸຂະພາບ 95 ຄົນ.
ສະມາຄົມພະນັກງານຮັກສາສຸຂະພາບຂອງ Liberia ໄດ້ຮຽກຮ້ອງເອົາຄ່າແຮງງານເພີ້ມ
ສຳຫລັບວຽກອັນຕະລາຍນີ້ ເພື່ອຊົດເຊີຍກັບຄວາມສ່ຽງທີ່ເຂົາເຈົ້າ ອາດຖືກເຜີຍແບໃສ່ ໂຣກອີໂບລານີ້ ແລະໄດ້ຮຽກຮ້ອງໃຫ້ມີການຢຸດງານປະທ້ວງ ແຕ່ກໍມີລາຍງານວ່າ ບັນດາ
ພະນັກງານຮັກສາສຸຂະພາບນັ້ນ ຍັງພາກັນໄປເຮັດການຢູ່ ໃນວັນຈັນວານນີ້.
ວີດີໂອ: ລັດຖະບານອັງກິດ ຖືກຕ້ອງຕິວ່າ ບໍ່ມີນະໂຍບາຍທີ່ເດັດຂາດ ກ່ຽວກັບອີໂບລາ:
Your browser doesn’t support HTML5
British Government Criticized Over ‘Indecisive’ Policy on Ebola