ລາຍ​ງານ ​ສປຊ ລະບຸວ່າ ການ​ຜະລິດ ​ໂຄ​ເຄນ ​ແລະ​ຢາຝິ່ນ ຂອງໂລກ ສູງ ເປັນ​ປະຫວັດ​ການ

ລົດໂຮງໝໍສຸກເສີນ ຄາຕາລໂດ (Cataldo) ພວກກູ້ໄພຈຸທຳອິດ ຊ່ອຍຊີວິດ ຊາຍຜູ້ນຶ່ງ ໄວ 32 ປີ ທີ່ພົບເຫັນ ບໍ່ຮູ້ເມື່ອຄີງ ແລະບໍ່ຫາຍໃຈ ຫຼັງຈາກທີ່ໃຊ້ຢາໂອປີອອຍ ເກີນກຳໜົດ ຢູ່ຂ້າງທາງ ນອກນະຄອນບອສຕັນ ແລະເມືອງເອເວີແຣັຕ, ລັດ ແມັສຊາຈູແຊັສ, 23 ສິງຫາ 2017.

ລາຍ​ງານ​ສະບັບ​ນຶ່ງ​ ຂອງ​ອົງການ​ສະຫະ​ປະຊາ​ຊາດ ​ເຕືອນ​ເຖິງ​ການ​ຜະລິດຢາ​ໂຄ​ເຄນ ​
ແລະ​ຢາຝິ່ນຂອງໂລກ ​ທີ່ມີລະດັບສູງເປັນ​ປະຫວັດ​ການ ໃນຂະນະທີ່ຕະຫຼາດຂອງຢາ
ເສບຕິດທັງສອງ ແລະຢາເສບຕິດທີ່ຜິດກົດໝາຍອື່ນໆ ມີການຂະຫຍາຍຕົວນັ້ນ.
ນັກ​ຂ່າວ​ວີ​ໂອ​ເອ ລີ​ຊາ ຊໄລນ໌ (Lisa Schlein) ​ມີລາຍ​ງານ​ກ່ຽວ​ກັບການຜະລິດ​ຢາ
​ເສບ​ຕິດຢູ່ໃນ​ທົ່ວ​ໂລກ ປີ 2018 ຈາກ​ຫ້ອງການ​ຕໍ່ຕ້ານ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ
​ຂອງ​ອົງການ​ສະຫະປະຊາ​ຊາດ ດັ່ງວັນນະ​ສອນ ຈະ​ນຳ​ລາຍ​ລະອຽດມາສະ​ເໜີ​ທ່ານ
​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ລາຍງານຢາເສບຕິດຂອງໂລກປະຈຳປີ 2018 ຂອງອົງການສະຫະປະຊາຊາດ

ລາຍ​ງານຂອງ​ອົງການ​ສະຫະ​ປະຊາ​ຊາດ ພົບ​ວ່າ ການ​ຜະລິດຢາຝິ່ນ​ໃນ​ທົ່ວ​ໂລກ​ໄດ້​
ກະ​ໂດດ​ຂຶ້ນ​ 65 ​ເປີ​ເຊັນ ​ເປັນ 10,500 ​ໂຕນ ຈາກ​ປີ 2016 ຫາ 2017 ​ແລະໃນ​ປີ
2016 ນັ້ນມີການຜະລິດຢາ​ໂຄ​ເຄນ ຫຼາຍ​ກວ່າ 1,400 ​ໂຕນ ຢູ່​ໃນ​ທົ່ວ​ໂລກ ຊຶ່ງເປັນ
ລະດັບ​ສູງ​ສຸດເທົ່າທີ່ເຄີຍບັນທຶກມາ.

ລາຍ​ງານ​ດັ່ງກ່າວຍັງ​ລະບຸ​ວ່າ ຢາໂຄ​ເຄນຂອງ​ໂລກສ່ວນ​ໃຫຍ່​ແລ້ວ ​ແມ່ນ​ມາ​ຈາກ​
ປະ​ເທດ​ໂຄ​ລອມ​ເບຍ ​ແລະໄດ້​ນຳ​ໄປ​ຂາຍ​ຢູ່ອາ​ເມຣິກາ​ເໜືອ. ລາຍ​ງານ​ຍັງ​ໄດ້
​ກ່າວ​ວ່າ ອາ​ຟຣິກາ ​ແລະ​ເອ​ເຊຍ ​ແມ່ນ​ກຳລັງກາຍເປັນເຂດ ທີ່ມີການລັກລອບຂົນສົ່ງ
​ແລະ ​ບໍລິ​ໂພ​ກແຫ່ງໃໝ່. ລາຍ​ງານ​ຍັງ​ລະບຸ​ອີກ​ວ່າ ຢາຝິ່ນນັ້ນ​ ສ່ວນໃຫຍ​ແລ້ວ​ແມ່ນ​
ຜະລິດໃນ​ອັຟກາ​ນິສຖານ ແລະລຳລຽງ ສົ່ງຜ່ານ​ ໃນ​ອັນ​ທີ່​ເອີ້ນ​ວ່າ ​ເສັ້ນທາງແຫຼມ
​ບອ​ລກັນ ​ເຂົ້າ​ໄປ​ຍັງ​ເທີ​ກີ ແລະ​ພາກພື້ນຢູ​ໂຣບຕາ​ເວັນ​ຕົກ.

ຜູ້ອຳນວຍການ​ພະແນກ​ປະຕິບັດ​ງານ ​ຂອງ​ອົງການ​ຕໍ່ຕ້ານ​ຢາ​ເສບ​ຕິດ​ແລະ​ອາ​ຊະ​ຍາ​ກຳ
​ຂອງ​ ​ສະຫະ​ປະຊາ​ຊາດ ທ່ານ ມີ​ວາ ກາ​ໂຕ ກ່າວຕໍ່​ວີ​ໂອ​ເອວ່າ ວິ​ກິດ​ການ​ໂອ​ປີ​ອອຍ​ທີ່
ກຳລັງເພີ້ມ​ທະວີຄວາມຮ້າຍແຮງຂຶ້ນ​ ທີ່​ບໍ່​ແມ່ນ​ການ​ນຳ​ໃຊ້​ທາງ​ການ​ແພດ​ເຊັ່ນ​ຢາ​ທີ່ໝໍ​ສັ່ງ, ແມ່ນໄດ້ກາຍ ​ເປັນ​ການ​ຂົ່ມຂູ່​ທີ່ສຳຄັນ ໃນດ້ານ​ສາທາລະນະ​ສຸກ​ແລະ​ການ​ປະຕິບັດ​
ກົດໝາຍ ໃນ​ທົ່ວ​ໂລກ.

ທ່ານກາ​ໂຕ ກ່າວ​ວ່າ “ປັດຈຸບັນ​ນີ້ ແມ່ນປະກອບ​ເປັນ 3 ສ່ວນສີ່ ໃນການເສຍຊີວິດ
ທີ່ກ່ຽວຂ້ອງ​ກັບ​ການຕິດຢາ​ເສບ​ຕິດ ຢູ່​ໃນ​ທົ່ວ​ໂລກ. ສະ​ນັ້ນ ມັນ​ໄດ້​ພາ​ໃຫ້​ເກີດ​ຄວາມ
​ເປັນ​ຫ່ວງ​ເປັນ​ໃຍ ທັງ​ສອງ​ດ້ານ ​ເຊັ່ນ​ອາ​ເມຣິກາ​ເໜືອ ບ່ອນ​ທີ່ ສື່​ມວນ​ຊົນ ໄດ້​ໃຫ້​
ຄວາມ​ສົນ​ໃຈຫຼາຍເປັນພິເສດ ແຕ່​ວ່າ ສ່ວນ​ໃຫຍ່​ຂອງ​ອາ​ຟຣິກາ ​ແລະ​ເອ​ເຊຍ
ບ່ອນ​ທີ່​ພວກ​ເຮົາສາມາດມອງ​ເຫັນ​ເຖິງຄວາມຄ້າຍ​ຄຶງ​ກັນນີ້​.”

ລາຍ​ງານ ພົບ​ເຫັນ 275 ລ້ານ​ຄົນ ທີ່ມີອາຍຸ​ລະຫວ່າງ 15 ຫາ 64 ປີ ​ແມ່ນ​ໃຊ້​ຢາ​ທີ່ຜິດ
​ກົດໝາຍ ຢ່າງ​ນ້ອຍ​ຄັ້ງ​ນຶ່ງ ​ໃນ​ປີ​ກາຍ​ນີ້ ​ແລະ ​ເກືອບ​ເຄິ່ງລ້ານ​ຄົນ​ຂອງ​ພວກ​ທີ່​ຕິດ​ຢາ
​ເສບ​ຕິດແມ່ນ​ເສຍ​ຊີວິດ. ທ່ານ​ກາ​ໂຕ ກ່າວ​ວ່າ ຂໍ້ມູນ​ນີ້ ​ແມ່ນ​ຍັງ​ໜ້ອຍຢູ່ ​ແລະ​ຈຳນວນ
ພວກ​ທີ່ ​ໃຊ້​ຢາ​ຕົວ​ຈິງ​ ​ແລະ​ຈຳນວນ​ການ​ຕາຍ​ນັ້ນ ມີທ່າທາງວ່າ ຈະ​ຫຼາຍ​ກວ່ານີ້​.

ລາຍ​ງານ​ຍັງ​ລະບຸ​ວ່າ ກັນຊາ ​ແມ່ນ​ມີການຊົມ​ໃຊ້ຫຼາຍ​ທີ່​ສຸດ​ໃນ​ປີ 2016. ລາຍ​ງານ​
ຍັງ​ກ່າວ​ອີກ​ວ່າ ​ຍັງໄວ​ເກີນ​ໄປ ທີ່​ຈະຮູ້​ໄດ້ວ່າ ຜົນກະທົບຂອງ​ການ​ເຮັດ​ໃຫ້​ກັນຊາ
ກາຍ​ເປັນ​ການ​ນຳ​ໃຊ້​ເພື່ອ​ການ​ສັງ​ສັນ​ມ່ວນ​ຊື່ນ​ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍນັ້ນ
ຈະມີໜ້ອຍຫຼາຍປານໃດ.

​ແຕ່​ລາຍ​ງານແຈ້ງວ່າ ຂໍ້ມູນ​ຈາກ​ລັດ​ໂຄ​ໂລຣາ​ໂດ ຊຶ່ງ​ເປັນ​ລັດ​ທຳ​ອິດ​ຂອງ​ສະຫະລັດ
ທີ່​ເຮັດ​ໃຫ້ການ​ໃຊ້ກັນຊາ ​ເປັນສິ່ງທີ່ຖືກຕ້ອງ​ຕາມ​ກົດໝາຍນັ້ນ, ​ສະ​ແດງ​ໃຫ້​ເຫັນ​ເຖິງ​
ການ​ເພີ້​ມຂຶ້ນ​ຂອງ​ການ​ເຂົ້າ​ຮັກສາ​ພະຍາບານແບບ​ສຸກ​ເສີນ ຈາກ​ການ​ຊົມ​ໃຊ້​ກັນຊາ
​ເປັນ​ພິດ ​ແລະ​ມີ​ການ​ເພີ້​ມຂຶ້ນ​ຂອງ​ອຸ​ປະຕິ​ເຫດ ​ແລະ​ການ​ຕາຍ ໃນການສັນຈອນໄປມາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ