ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຈະລົງມະຕິ ຮຽກຮ້ອງໃຫ້ອິສຣາແອລ ແລະ ກຸ່ມຮາມາສ ຢຸດຍິງ

  • ວີໂອເອ

ຜູ້ຊາຍຊາວປາເລັສໄຕນ໌ ກວດສອບເບິ່ງຄວາມເສຍຫາຍ ຢູ່ທີ່ ພື້ນທີ່ ທີ່ອິສຣາແອລໂຈມຕີ ໃສ່ບ້ານເຮືອນ ໃນເມືອງ ຄານ ຢູນິສ ຢູ່ທາງພາກໃຕ້ຂອງເຂດກາຊາ ວັນທີ 12 ທັນວາ 2023.

ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຈະ​ຈັດ​ກອງ​ປະ​ຊຸມ​ສຸກ​ເສີນ​ໃນ​ວັນ​ອັງ​ຄານ​ມື້​ນີ້ ​ເພື່ອ​ອະພິປາຍກ່ຽວ​ກັບ​ຮ່າງ​ມະ​ຕິ​ທີ່​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ດ້ານ​ມະ​ນຸດ​ສະ​ທໍາ​ໃນ​ທັນ​ທີ​ໃນ ກາຊາ.

ມະຕິ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນເຖິງ “ຄວາມ​ວິຕົກ​ກັງວົນ​ຢ່າງ​ຍິ່ງ ​ຕໍ່​ສະຖານະ​ການ​ໄພພິບັດດ້ານມະນຸດສະທຳ​ ​ຢູ່​ເຂດ ກາຊາ ​ແລະ ຄວາມ​ທຸກ​ທໍລະມານຂອງ​ພົນລະ​ເຮືອນຊາວປາເລັສໄຕນ໌” ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ປົກ​ປ້ອງ​ພົນລະ​ເຮືອນ ທັງຊາວອິສຣາແອລ ແລະ ຊາວປາເລັສໄຕນ໌ ​ພາຍໃຕ້​ກົດໝາຍ​ສາກົນ.

ໂດຍຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ປະຕິບັດຕາມ​ກົດໝາຍ​ສາກົນ ​ແລະ ​ເນັ້ນ​ໜັກ​ເຖິງ​ການ​ປົກ​ປ້ອງ​ພົນລະ​ເຮືອນ ພາຍໃຕ້​ກົດໝາຍ​ມະນຸດສະທຳ​ສາກົນ. ນອກ​ນີ້​ຍັງ​ຮຽກຮ້ອງ​ໃຫ້​ປ່ອຍ ຕົວ​ປະກັນ​ທັງ​ໝົດ​ໂດຍ​ໄວ ​ແລະ​ຮຽກຮ້ອງ​ໃຫ້​ມີການຮັບປະ ກັນ ​ການ​ເຂົ້າ​ເຖິງ​ດ້ານ​ມະນຸດສະທຳ.

ມະຕິ​ທີ່​ຄ້າຍຄື​ກັນ​ນີ້ ​ໄດ້​ປະສົບ​ຄວາມ​ລົ້ມ​ເຫຼວ ​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ອາທິດ​ແລ້ວ​ນີ້ ຍ້ອນ​ການໃຊ້ສິດຍັບຍັ້ງ ຫຼື ວີໂຕ້​ຂອງ​ສະຫະ ລັດ. ມັນບໍ່ມີການ ວີໂຕ້ ຢູ່ໃນກອງປະຊຸມສະມັດຊາໃຫຍ່, ແລະເຖິງແມ່ນວ່າມະຕິຂອງກອງປະຊຸມສະມັດຊາໃຫຍ່ຈະບໍ່ມີຜົນຜູກມັດ, ແຕ່ກໍ່ມີນ້ໍາຫນັກທາງດ້ານການເມືອງ.

ໂຄສົກກະຊວງການຕ່າງປະເທດ ສະຫະລັດ ທ່ານ ແມັດທິວ ມີລເລີ (Matthew Miller) ໄດ້ອະທິບາຍເຖິງການຄັດຄ້ານຂອງສະຫະລັດ ຕໍ່ມະຕິຂອງສະພາຄວາມໝັ້ນຄົງ ໃນຂະນະທີ່ທ່ານສະຫຼູບໂດຍຫຍໍ້ໃຫ້ນັກຂ່າວຟັງ ໃນວັນຈັນວານນີ້.

"ພວກເຮົາໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ເຖິງແມ່ນວ່າພວກເຮົາຈະສະໜັບສະໜູນການຢຸດຊົ່ວຄາວດ້ານມະນຸດສະທຳ, ແຕ່ພວກເຮົາຄິດວ່າການຢຸດຍິງທີ່ຈະເຮັດໃຫ້ການນຳຂອງກຸ່ມຮາມາສ ທີ່ໄດ້ອອກກົນອຸບາຍ ແລະວາງແຜນໄວ້ໃນວັນທີ 7 ຕຸລາ ສືບຕໍ່ດຳເນີນການຢູ່ໃນເຂດກາຊາ ແລະວາງແຜນການໂຈມຕີໃນອະນາຄົດ, ເຊິ່ງນັ້ນ ເປັນສິ່ງທີ່ຍອມຮັບບໍ່ໄດ້." ທ່ານມີລເລີ ກ່າວ.

ກ່ອນ​ໜ້າ​ກອງ​ປະຊຸມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ອັງຄານມື້​ນີ້ ການສູ້ລົບ ​ຍັງ​ສືບຕໍ່ດຳເນີນຢູ່ຕໍ່ໄປ ​ຢູ່​ໃນ​ເຂດກາຊາ ຮວມທັງ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ອິສຣາ​ແອ​ລ​ໃນ​ພາກ​ກາງ ​ແລະ​ພາກ​ໃຕ້​ຂອງ​ເຂດ ກາຊາ.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ຕົນ​ແມ່ນ​ແນ​ໃສ່​ຈຸດ​ຍິງ​ສົ່ງ​ລູກ​ສອນ​ໄຟ​ທົ່ວ​ເຂດ​ກາຊາ, ​ແລະ​ກອງທັບ​ບົກ​ໄດ້​ພົບ​ເຫັນ​ຈະຫຼວດ, ລູກ ປືນ​ຄົກ ​ແລະ​ລູກ​ລະ​ເບີດ​ທີ່ຂັບເຄື່ອນດ້ວຍຈະຫຼວດ 250 ລູກ ​ໃນ​ລະຫວ່າງ​ການ​ໂຈມ​ຕີ.

ອ່ານຂ່າວນີ້ເປັນພາສາອັງກິດ