ບັນດາຜູ້ນໍາໃໝ່ລີເບຍ ແລະອີຈິບ ອອກເວທີ ສະຫະປະຊາຊາດ ເທື່ອທໍາອິດ.

  • ສິງ ບູຣົມມະວົງ

ທ່ານ Mahmoud Jibril, ປະທານສະພາອໍານາດປົກຄອງຊົ່ວຄາວ ລີເບຍ ກ່າວປາໄສຕໍ່ສະມັດຊາໃຫຍ່ສະຫະປະຊາຊາດທີ່ນະຄອນ ນີວຢອກ. ວັນທີ 24 ກັນຍາ 2011.



















ທ່ານ Mahmoud Jibril ຜູ້​ນໍາ​ສະພາ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ແລະທ່ານ Mohamed
Kamel Amr ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຈິບໄດ້ອອກ​ເວທີສະຫະ​ປະຊາ​ຊາດ​ເປັນ
ເທື່ອ​ທໍາ​ອິດ​ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກ​ທ່ານ​ກ່າວ​ປາ​ໄສ​ຕໍ່​ກອງ​ປະຊຸມ​ປະ​ຈໍາປີ
ຂອງສະມັດຊາ​ໃຫຍ່ສະຫະປະຊາ​ຊາດ​.

ທ່ານ Jibril ​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມນາໆ​ຊາດ​ຍົກ​ເລີກ​ການ​ລົງ​ໂທດຕ່າງໆ​ຕໍ່​ປະ​ເທດ​
ຂອງ​ທ່ານ ຊຶ່ງ​ທ່ານ​ກ່າວ​ວ່າ ປະ​ເທດ​ລີ​ເບຍ​ໃໝ່ກໍາລັງ​ຈະ​ຟື້ນ​ຊິວິດຄືນ​ມາ​ເປັນ​ປະ​ເທດ​ນຶ່ງ
ທີ່​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ປະຊາທິປະ​ໄຕ ຄວາມ​ສະເໝີ​ພາບ ​ແລະ​ເຂົ້າຮ່ວມ​ຄືນໃໝ່​ກັບ​ປະ
ຊາ​ຄົມນາໆ​ຊາດ.

ຜູ້​ນໍາ​ໃໝ່​ຂອງ​ລີ​ເບຍ​ກ່າວ​ຕື່ມ​ວ່າ ປະ​ເທດ​ຂອງ​ທ່ານ​ມີ​ຫລາຍ​ຄົນ​ໂພດ​ທີ່ດໍາລົງ​ຊີວິດ​ຢູ່​ໃນ
ຄວາມທຸກ​ຈົນ ​ໂດຍ​ບໍ່​ມີ​ການ​ຮັກສາ​ສຸຂະພາບ​ແລະ​ການສຶກສາ​ທີ່​ພຽງພໍ. ທ່ານ​ໄດ້​ຮຽກ
ຮ້ອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາຊາດ​ຍົກ​ເລີກ​ການ​ກັກ​ຊັບ​ສິນ​ຂອງ​ປະ​ເທດ​
ຂອງ​ທ່ານ ​ເພື່ອ​ວ່າ​ລີ​ເບຍຈະມີ​ເງິນ​ໃຊ້​ຈ່າຍ​ສໍາລັບ​ການ​ພັດທະນາສ້າງສາ​ປະ​ເທດ​. ສະພາ​
ຄວາມ​ໜັ້ນຄົງໄດ້​ປ່ອຍ​ຊັບ​ສິນ​ຂອງ​ລີ​ເບຍທີ່​ກັກ​ໄວ້​ນັ້ນໃນ​ມູນ​ຄ່າ​ຫລາຍ​ກວ່າ 16 ຕື້​ໂດ​
ລາ ແຕ່​ບໍ່​ໄດ້​ຍົກ​ເລີກ​ການ​ລົງ​ໂທດ​ທັງ​ໝົດ​.

ສ່ວນ​ທ່ານ Mohamed Kamel Amr ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຈິບ​ ​ໄດ້ກ່າວ
ຕໍ່​ກອງ​ປະຊຸມ​ວ່າ ທ່ານ​ເປັນ​ໂຕ​ແທນ​ຂອງ​ອີ​ຈິບໃນຍຸກ​ໃໝ່​ ​ແລະ​ມີ​ໂສມ​ໜ້າ​ໃໝ່. ທ່ານ
Amr ​ໄດ້​ກ່າວ​ຊົມ​ເຊີຍປະຊາຊົນ​ອີ​ຈິບ​ ທີ່​ໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີ ​ໂຮ​ສນີ ມູບາຣັກ
ທີ່​ໄດ້​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານໃນ​ເດືອນ​ກຸມພາ​ຜ່ານ​ມານັ້ນ ​ໂດຍ​ກ່າວ
ວ່າ​ພວກເຂົາ​ເຈົ້າ​ຢືນ​ຂຶ້ນ​ເພື່ອ​ຄວາມ​ເຊື່ອ​ຖື​ຂອງ​ເຂົາ​ເຈົ້າ​ໃນ​ການ​ປະຕິ​ຮູບ​ໄປ​ສູ່ລະບອບ​
ປະຊາທິປະ​ໄຕ ​ເພື່ອ​ສິດທິ​ມະນຸດ​ແລະ​ເພື່ອ​ເສລີພາບ​ພື້ນຖານ​ຕ່າງໆ.