ປ. ໂອບາມາ ກ່າວຄໍາປາໄສ ຕໍ່ສະມັດຊາໃຫຍ່ ໃນມື້ນີ້

  • ທອງປານ ເທບວົງສາ

ປະທານາທິບໍດີສະຫະລັດທ່ານໂອບາມາ ທີ່ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດທີ່ນີວຢ໊ອກວັນພຸດທີ່ 21 ກັນຍາ ນີ້

ເປັນທີ່ຄາດກັນວ່າ ທ່ານ ບາຣັກ ໂອບາມາ ປະທານາທິບໍດີສະຫະລັດຈະເພັ່ງເລັງໃສ່ການ ຕອບສະໜອງຂອງສະຫະລັດ ຕໍ່ການລຸກຮືຂຶ້ນໃນລະດູບານໃໝ່ຂອງຊາວອາຫຼັບຫຼື Arab Spring ແລະການດຳເນີນຄວາມພະ ຍາຍາມເພື່ອສ້າງສັນຕິພາບຢູ່ໃນພາກຕາເວັນອອກ ເວລາທ່ານກ່າວຄໍາປາໄສ ທີ່ກອງປະຊຸມປະຈໍາປີສະມັດຊາໃຫຍ່ອົງການສະຫະປະຊາຊາດ ໃນວັນພຸດມື້ນີ້.

ທໍານຽບຂາວກ່າວວ່າ ທ່ານໂອບາມາຈະເວົ້າກ່ຽວກັບ ສິດອຳນາດແບບທີ່ ບໍ່ເຄີຍມີມາກ່ອນ ເພື່ອເຂົ້າແຊກແຊງໃນລີເບຍອັນເປັນຕົວຢ່າງຂອງການຮ່ວມມືລະຫວ່າງຊາດສາມາດປະສົບ ຜົນສໍາເລັດ ແລະເວົ້າເຖິງການຕອບ ສະໜອງຂອງສະຫະລັດຕໍ່ປີແຫ່ງການປ່ຽນແປງປະຊາ ທິປະໄຕຢ່າງຂະໜານ ໃຫຍ່ຢູ່ໃນໂລກອາຫລັບນັ້ນ.

ຄໍາປາໄສທີ່ມີການເປີດເຜີຍໃຫ້ຊາບລ່ວງໜ້າເມື່ອວັນອັງຄານວານນີ້ ເວົ້າວ່າ ນອກນັ້ນປະທາ ນາທິບໍດີຍັງຈະເວົ້າກ່ຽວກັບການພົວພັນກັນໃນຍຸກໃໝ່ ຊຶ່ງລັດຖະບານຂອງທ່ານ ໄດ້ຍຸຕິການ ໂດດດ່ຽວຂອງອາເມຣິກັນທີ່ບໍ່ຈໍາເປັນ ໃນຫລາຍໆບັນຫານັ້ນ.

ຄໍາປາໄສຕໍ່ອົງການສະຫະປະຊາຊາດຂອງທ່ານໂອບາມາ ແມ່ນມີຂຶ້ນໃນ ຂະນະທີ່ສະຫະລັດ ແລະພາຄີດ້ານການທູດສໍາຄັນຂອງຕົນ ພວມດຳເນີນ ການທາງດ້ານການທູດຢ່າງຂຸ້ນຂ້ຽວ ເພື່ອຍັບຍັ້ງຄວາມພະຍາຍາມປາເລສຕາຍທີ່ຢາກໃຫ້ຖືກຮັບຮູ້ວ່າເປັນປະເທດນຶ່ງນັ້ນ ໂດຍ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.