ສປຊ ມີຄວາມເປັນຫ່ວງ ເພີ້ມຂຶ້ນ ຕໍ່ພົນລະເຮືອນ ໃນເມືອງ ໂຮດີດາ ຂອງ ເຢເມນ

ພວກພະນັກງານກຳລັງຂົນເຂົ້າເບລ ອອກຈາກລົດ ໃນຂະນະທີ່ ຄົນກຳລັງລໍຖ້າການແຈກຢາຍ ວັນທີ 14 ມິຖຸນາ 2018.

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ​ໃນ​ວັນ​ພະຫັດ​ວານ​ນີ້​ ໄດ້​ຮ້ອງ​ໃຫ້ທຸກ​ພັກ​ຝ່າຍ
​ທີ່​ທຳ​ການ​ສູ້​ລົບ​ຢູ່​ເຢ​ເມນ​ໃຫ້ສືບຕໍ່ເປີດ​ທ່າ​ເຮືອ​ໂຮ​ດີ​ດາໄວ້ ​ໃນ​ຂະນະ​ທີ່​ອົງການ​ຊ່ວຍ​
ເຫຼື​ອດ້ານ​ມະ​ນຸດ​ສະ​ທຳ​ ພະຍາຍາມ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ໃຫ້​ແກ່​ພົນລະ​ເຮືອນ
​ປະມານ 600,000 ຄົນທີ່ຢູ່​ໃນ​ເມືອງດັ່ງກ່າວ.

ບັນດາ​ສະມາຊິກ​ສະພາ​ໄດ້​ຈັດ​ປະຊຸມ​ລັບ​ສຸກ​ເສີນ ຫຼັງຈາກ​ກຳລັງ​ປະ​ສົມ​ທີ່ນຳພາໂດຍ
ຊາອຸດີ ໄດ້​ເ​ລີ້​ມ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເມືອ​ງ​ໂຮ​ດີ​ດາ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ທີ່​ຜ່ານ​ມາ ລຸນ
ຫຼັງ​ທີ່​ສະຫະລັດ​ອາຣັບ​ເອ​ເມີ​ເຣັສ ຊຶ່ງເປັນພາຄີປະເທດນຶ່ງ ກ່າວ​ວ່າ​ເສັ້ນຕາຍ​ໄດ້​ສິ້ນສຸດ
ລົງ​ລົງ ​ສຳລັບ​ພວກ​ກະບົດ​ຮູ​ຕີທີ່ອີຣ່ານໜຸນຫລັງ ​ໃຫ້ຍອມ​ມອບ​ທ່າ​ເຮືອ ໃນທະ​ແດງ​ທີ່​ສຳຄັນດັ່ງກ່າວໃຫ້ຕົນ.

ທູດພິເສດສະຫະປະຊາຊາດຄົນໃໝ່ ປະຈຳເຢເມນ ທ່ານມາຕິນ ກຣິຟິບຟສ໌ ກ່າວຕໍ່ບັນດານັກຂ່າວ.

ທູດ​ພິ​ເສດສະຫະປະຊາ​ຊາດ​ທ່ານຄາລ ສ​ກາວ ກ່າວ​ກ່ອນ​ໜ້າກອງ​ປະຊຸມ​ວ່າ “ມັນ​ເຖິງ
​ເວລາ​ແລ້ວ ທີ່​ກອງ​ປະຊຸມ​ສະພາຄວາມ​ໝັ້ນຄົງ​ຮຽກຮ້ອງ​ໃຫ້​ມີ​ການ​ຢຸດເຊົາການໂຈມ​ຕີ
​ທາງ​ທະ​ຫານ ​ໂດຍ​ທັນ​ທີ ໃສ່​ເມືອງໂຮ​ດີ​ດາ​. ນີ້ແມ່ນ​ມີ​ຄວາມ​ຈຳເປັນເພື່ອໃຫ້ທູດ​ພິ​ເສດ
​ສະຫະ​ປະຊາ​ຊາດ ນຳພາ​ຄວາມ​ພະຍາຍາມ ມີ​ໂອ ກາດ​ຫລີກລ້ຽງບໍ່ໃຫ້ເກີດຄວາມ​ຫາ
ຍະນະ ​ແລະ​ຊອກ​ຫາ​ການແກ້​ໄຂ​ທາງ​ການ​ເມືອງ​ຕໍ່​ການ​ຂັດ​ແຍ້​ງ.”

​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ປະຈຳເຢເມນ ​ທ່ານ​ມາຕິນ ກຣິ​ຟຟິບສ໌ໄດ້​ເດີນທາງ​ ​ຢູ່ໃນ
ຂົງ​ເຂ​ດ ເພື່ອພະຍາຍາມ​ທີ່​ຈະ​ປ້ອງກັນບໍ່ໃຫ້ ເກີດ​ການລູ້​ລົບ ຊຶ່ງ​ສະຫະ​ປະຊາ​ຊາດ ໄດ້
ເຕືອນ​ເຖິງ​ຄວາມ​ຫາຍຍະນະ ທີ່​ຈະຕິ​ດຕາ​ມມາ​ຢູ່​ໃນ​ປະ​ເທດດັ່ງກ່າວ ບ່ອນ​ທີ່ 22 ລ້ານ​
ຄົນ​ ຕ້ອງການ​ໆ​ຊ່ວຍ​ເຫລື​ອຢູ່ແລ້​ວນັ້ນ ແລະເປັນ​ວິ​ກິດການມະນຸດສະທຳຂອງໂລກ ​ທີ່
ໃຫຍ່​ສຸດ. ທ່ານ​ມີ​ກຳນົດ​ຈະລາຍງານ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ໃນວັນ​ຈັນ​ຈະ​ມາ​ເຖິງ​ນີ້.

ສະຫະ​ປະຊາ​ຊາດ​ ໄດ້​ຍົກຍ້າຍ​ພະນັກງານ​ຫຼາຍ​ສິບ​ຄົນ​ ອອກ​ຈາກ​ເມືອງ​ໂຮ​ດີ​ດາ ​ແຕ່​
ວຽກ​ງານ​ຍັງ​ດຳ​ເນີນ​ຢູ່​ໂດຍຜ່ານພາຄືໃນເຂດທ້ອງ​ຖິ່ນ.

ຜູ້ຊາຍຊາວເຢເມນຄົນນຶ່ງ ຢືນຢູ່ບ່ອນເພພັງ ທີ່ຖືກໂຈຕີທາງອາກາດໂດຍ ຊາອຸດີ ອາຣາເບຍ ໃນເມືອງຊານາ ເຢເມນ ທີ 27 ມິຖຸນາ 2018.

ທ່ານນາງ​ລິ​ສ ​ແກຣນ ຜູ້​ປະສານ​ງານ​ດ້ານມະນຸດສະທຳ​ສະຫະ​ປະຊາ​ຊາດ​ໃນ​ເຢ​ເມນ
ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ວ່າ “ມື້ວານ​ນີ້ ​ເຖິງ​ແມ່ນ​ໃນຂະນະທີ່​ເມືອງ​ດັ່ງກ່າວ ໄດ້​ຖືກ​ຖະ
ຫລົ່ມແລະຍິງ​ມາ​ໃສ່ກຳ​ປັ່ນສະຫະ​ປະຊາ​ຊາດ​ທີ່​ໄດ້​ຈອດ​ຢູ່​ທ່າ​ເຮືອ​ເມືອງໂຮ​ດີ​ດາ ກໍໄດ້
ຂົນອາຫານ​ຫຼາຍ​ພັນໂຕນ​ອອກອອກຈາກກຳປັ່ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

Your browser doesn’t support HTML5

Yemen Hodeida