ທູດພິເສດສະຫະປະຊາຊາດ ຮັບຜິດຊອບກ່ຽວກັບຂັ້ນຕອນການສ້າງສັນຕິພາບໃນ
ພາກຕາເວັນອອກກາງ ຮຽກຮ້ອງໃຫ້ແກ້ໄຂໂດຍໄວ ຕໍ່ວິກິດການໃນ ປັດຈຸບັນ ກ່ຽວ
ກັບວັດ Al-Aqsa ທີ່ຮູ້ກັນໃນຊື່ວັດພູ ຫຼື Temple Mount ຢູ່ນະຄອນ ເຈຣູຊາແລັມ
ນັ້ນ.
ທູດພິເສດ Nickolay Mladenov ກ່າວຕໍ່ບັນດານັກຂ່າວຫລັງຈາກການສົນທະນາ
ປະຊຸມແບບປິດລັບ ກັບບັນດາສະມາຊິກສະພາຄວາມໝັ້ນຄົງ ສະຫະປະຊາຊາດວ່າ
“ມັນເປັນສິ່ງສຳຄັນທີ່ສຸດທີ່ຈະຕ້ອງໄດ້ຊອກຫາການແກ້ໄຂຕໍ່ວິກິດການ ໃນປັດຈຸບັນ
ພາຍໃນວັນສຸກອາທິດນີ້. ຂ້າພະເຈົ້າຄິດວ່າ ອັນຕະລາຍຢູ່ພາກພື້ນດິນຈະເພີ້ມທະວີ
ຂຶ້ນ ຖ້າຫາກພວກເຮົາປະປ່ອຍໃຫ້ເລື່ອງນີ້ ຜ່ານວັນສຸກຊຶ່ງເປັນວັນສູດມົນພາວະນາ
ຈະມາເຖິງນີ້ ໄປອີກຄັ້ງນຶ່ງ ໂດຍປາດສະຈາກການແກ້ໄຂຕໍ່ວິກິດການໃນປັດຈຸບັນ.”
ທ່ານ Mladenov ກ່າວວ່າ ມັນມີຄວາມ “ສຳຄັນທີ່ສຸດ” ຕໍ່ສະພາບການທີ່ໄດ້ກຳນົດ
ໄວ້ ຢູ່ນະຄອນ Jerusalem ນັບແຕ່ປີ 1967 ເປັນຕົ້ນມາ ຈະໄດ້ຮັບການປົກປັກຮັກ
ສາ ແລະທ່ານໄດ້ຮຽກຮ້ອງໃຫ້ຊາວອິສຣາແອລແລະປາແລສໄຕນ໌ລະເວັ້ນຈາກການ
ທ້າທາຍເກາະຜິດ ແລະໃຊ້ຄວາມຍັບຢັ້ງ.
ເອກອັກຄະລັດຖະທູດຝຣັ່ງ ທ່ານ Francois Delattre ກ່າວຕໍ່ບັນດານັກຂ່າວ.
ໃນຕອນແລງວັນຈັນວານນີ້ ຄະນະຮັບຜິດຊອບໃນດ້ານຄວາມໝັ້ນຄົງຂອງລັດຖະ
ບານອິສຣາແອລ ໄດ້ຕັດສິນໃຈຢຸດເຊົາການໃຊ້ເຄື່ອງກວດໂລຫະຢູ່ທາງເຂົ້າສະຖານ
ທີ່ສັກສິດໃນ Jerusalem. ບັນດາເຈົ້າໜ້າທີ່ອິສຣາແອລໄດ້ຕັດສິນໃຈຮັບຟັງ “ການ
ສະເໜີຂອງຄະນະຮັກສາຄວາມປອດໄພທັງໝົດ ເພື່ອປ່ຽນແປງການກວດ ທີ່ໃຊ້ເຄື່ອງ
ກວດໂລຫະ ໂດຍຫັນໄປໃຊ້ເຄື່ອງກວດທີ່ກ້າວໜ້າທາງ ດ້ານເທັກໂນໂລຈີ ແລະວິທີ
ການອື່ນໆ” ນັ້ນຄືຖະແຫລງການ ຈາກຫ້ອງການ ຂອງນາຍົກລັດຖະມົນຕີ Benjamin Netanyahu ທີ່ໄດ້ກ່າວໄວ້.
ເອັກອັກຄະລັດຖະທູດ ປາແລັສໄຕນ໌ ທ່ານ Riyad Mansour ກ່າວຕໍ່ບັນດານັກຂ່າວ.
ຄວາມເຕັ່ງຕືງໄດ້ເພີ່ມທະວີຂຶ້ນໃນໄລຍະສອງສາມອາທິດທີ່ຜ່ານມາ ລະຫວ່າງ ຊາວ
ອິສຣາແອລແລະປາແລສໄຕນ໌ ຫລັງຈາກອິສຣາແອລໄດ້ຕິດຕັ້ງເຄື່ອງກວດ ໂລຫະ
ແລະກ້ອງຖ່າຍຮູບຄວາມປອດໄພຢູ່ສະຖານທີ່ສັກສິດຫລັງຈາກຕຳຫຼວດ ອິສຣາແອລ
ສອງຄົນໄດ້ຖືກຍິງຕາຍຢູ່ທີ່ນັ້ນ ໂດຍຊາວປາແລສໄຕນ໌ທີ່ພາກັນສູດມົນ. ຊາວປາແລສ
ໄຕນ໌ໄດ້ປະຕິເສດບໍ່ຍອມຮັບເອົາມາດຕະການ ໂດຍຖືວ່າເປັນການໝິ່ນປະໝາດຕໍ່
ຊາວມຸສລີມ ຊຶ່ງໄດ້ເຮັດໃຫ້ເກີດຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ຽວກັບວ່າໃຜຄວບຄຸມສະຖານ
ທີ່ ທີ່ຍັງມີການຂັດແຍ້ງດັ່ງກ່າວ.
ເອກອັກຄະລັດຖະທູດ ອິສຣາແອລ ທ່ານ Danny Danon ກ່າວຕໍ່ບັນດານັກຂ່າວ.
ໃນວັນທີ 21 ກໍລະກົດຜ່ານມາ ມີຊາວໜຸ່ມປາແລສໄຕນ໌ສາມຄົນໄດ້ຖືກຂ້າຕາຍໃນ
ການປະທະກັນ ກັບກຳລັງຮັກສາຄວາມປອດໄພອິສຣາແອລ ຫລັງຈາກການສູດມົນ
ຕອນທ່ຽງ. ຕໍ່ມາມາໃນຄືນວັນນັ້ນ ຊາວໜຸ່ມປາແລສໄຕນ໌ອີກຄົນນຶ່ງກໍໄດ້ແທງຕາຍ ໂດຍສະມາຊິກຄອບຄົວອິສຣາແອລສາມຄົນ ທີ່ເຂົ້າໄປຕັ້ງຖິ່ນຖານຢູ່ໃນເຂດຝັ່ງຕາ
ເວັນຕົກຂອງແມ່ນໍ້າຈໍແດນ ໃນອັນທີ່ປາກົດວ່າເປັນການຕອບໂຕ້.
ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ
Your browser doesn’t support HTML5
Israel Palestinain