ທູດພິເສດ ຮັບຜິດຊອບ ເລື້ອງເຢເມັນ ຂອງ ສປຊ ລາອອກ ຈາກຕຳແໜ່ງ

ຮູບພາບ ທ່ານ Jamal Benomar ທູດພິເສດສະຫະປະຊາຊາດ ກ່າວຕໍ່ຜູ້ສື່ຂ່າວ AP ທີ່ Sana'a ວັນທີ 28 ກັນຍາ 2014.

ທູດ​ພິ​ເສດຮັບຜິດຊອບເລື້ອງເຢ​ເມັນ​ຂອງ​ສະຫະ​ປະຊາ​ຊາດ​ຈະ
ລາ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ ​ຫຼັງ​ຈາກ​ໃຊ້​ເວລາ 4 ປີ ພະຍາ
ຍາມ​ຊ່ອຍ​ປະ​ເທດ​ດັ່ງກ່າວ​ ດຳ​ເນີນ​ແຜນການ​ໂອນ​ອຳນາດຢ່າງ
ສັນຕິ ທີ່​ໄດ້​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ ຂະນະ​ທີ່​ສະຖານະ​ການ​
ໄດ້​ຜັນຂະຫຍາຍກາຍເປັນ ​ວິ​ກິດ​ການ​ດ້ານ​ການ​ເມືອງ ​ແລະບັນ
ຫາຂັດແຍ້ງ​ທີ່​ຮຸນ​ແຮງ.

​ໂຄສົກ​ປະຈຳ​ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ
ກ່າວຢູ່​ໃນ​ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ ໃນ​ວັນ​ພຸດ​ວານ​ນີ້​ວ່າ ທູດ​ພິ​
ເສດJamal Benomar “ ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ຢາກ​
ຍົກຍ້າຍ​ໄປວ່າ​ໜ້າ​ທີ່​ອື່ນ.”

ຖະ​ແຫຼ​ງການ​ສະບັບ​ນີ້ ກ່າວ​ຕື່ມ​ວ່າ “ຈະ​ມີ​ການ​ແຕ່ງ​ຕັ້ງ​ຄົນ​ອື່ນ​ຂຶ້ນ​ແທນຕາມ​ກຳນົດ. “ຈົນ​ເຖິງເວລາ​ນັ້ນ ​ແລະ​ຫຼັງ​ຈາກ​ນັ້ນສະຫະ​ປະຊາ​ຊາດ​ຈະ​ສືບ​ຕໍ່ທຳ​ຄວາມ​ພະ
ຍາຍາມຕ່າງໆເພື່ອ​ເລີ້ມ​ການ​ດຳ​ເນີນ​ຂັ້ນ​ຕອນສັນຕິພາບ​ຄືນ ​ເພື່ອ​ເຮັດ​ໃຫ້ການ​
ໂອນ​ອຳນາດ​ທາງ​ດ້ານ​ການ​ເມືອງ​ເຂົ້າ​ຮູບ​ເຂົ້າຮອຍ​ຄືນ.”

ບັນດາ​ນັກ​ການ​ທູດ​ສະຫະ​ປະຊາ​ຊາດ ກ່າວ​ວ່າ Saudi Arabia ​ແລະ​ພວກ​ປະ​ເທດ​ອື່ນໆ​ໃນເຂດ​ອ່າວ​ເປີ​ເຊຍ ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈກັບ​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ທ່ານ Benomar ​ໃນ​ການ​ເຈລະຈາ​ສັນຕິພາບ​ທີ່​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ​ມາ​ຮອດ​ປັດຈຸ
ບັນ ​ເພື່ອ​ຢຸດ​ເຊົາການ​ສູ້​ລົບ​ກັນ​ລະຫວ່າງ​ພວກ​ກະບົດ Houthi ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ
ອີຣ່ານ ​ແລະ​ພວກ​ທີ່​ສະໜັບສະໜຸນ​ປະທານາທິບໍດີ Abd-Rabbu Mansour Hadi.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະບັບໜຶ່ງ​ໃນ​ຕົ້ນ​ສັບປະ
ດາ​ນີ້ ຮຽກຮ້ອງ​ໃຫ້​ໝົດ​ທຸກ​ພັກ​ຝ່າຍ​ໃນ​ເຢ​ເມັນ “ຟື້ນ ຄືນແລະ​ເລັ່ງ” ການ​ເຈລະຈາ​ສັນຕິ
ພາບທີ່ຮວມເອົາທຸກພັກຝ່າຍ.

Your browser doesn’t support HTML5

Yemen