ທູດ​ພິ​ເສດ​ຂອງ​ອົງການ​ ສປຊ. ກ່າວປະນາມ ການ​ທະວີຄວາມ​ຮຸນ​ແຮງ​ ໃນເຢ​ເມນ ​

ພວກຜູ້ຄົນພາກັນກວດກາເບິ່ງ ສະຖານທີ່ເກີດເຫດ ທາງພາກຕາເວັນຕົກສຽງເໜືອຂອງເມືອງຊາດາ (Sa'ada), ເຢເມນ, 20 ທັນວາ 2017.

ທູດ​ພິ​ເສດ​ຂອງ​ອົງການ​ສະຫະ​ປະຊາ​ຊາດທີ່​ໄປ​ຍັງ​ເຢ​ເມນ ​ໄດ້​ສະ​ແດງ​ອອກ​ຊຶ່ງ​ຄວາມ
​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ແຂງຂັນ ​ໃນ​ວັນ​ພະຫັດ​ມື້​ນີ້ ກ່ຽວ​ກັບ​ການ​ເພິ່ມຄວາມ​ຮຸນ​ແຮງ​
ໃນ​ປະ​ເທດ ​ໃນ​ຂະນະ​ທີ່ ຍິນ​ດີ​ຕ້ອນຮັບ​ຄວາມ​ໝັ້ນໝາຍ​ຂອງ ຄະນະ​ປະສານ​ງານ​ຮ່ວມ​ທີ່
​ນຳພາ​ໂດຍຊາ​ອຸ​ດີ ທີ່​ອະນຸຍາດ​ໃຫ້​ມີ​ການ​ເຂົ້າ​ເຖິງ​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳ
​ໃນ​ເມືອງ​ທ່າທີ່​ສະ​ຄັນ​ຕ່າງໆ.

ທ່ານ ອິສແມ​ລ ອູ​ລດ໌ ​ເຊັຄ ອາ​ເມດ (Ismail Ould Cheikh Ahmed) ​ໄດ້​ກ່າວ​ປະນາມ
​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ຕໍ່ການ​ຍິງ​ລູກ​ສອນ​ໄຟ​ຂອງ​ກຸ່ມກະບົດ​ຮູ​ຕີ ທີ່​ໂຈມ​ຕີ​ຕໍ່​ ຊາ​ອຸ​ດີ
ອາຣາ​ເບຍ ​ໂດຍ​ກ່າວ​ວ່າ ມັນ​ແມ່ນ “​ການ​ເພີ່ມ​ຂຶ້ນ​ທີ່​ທຳລາຍ​ຕໍ່​ຄວາມ​ພະຍາຍາມ​ສ້າງ
ສັນ​ຕິ​ພາບ​ໃນ​ເຢ​ເມນ.”

ຫຼັງ​ຈາກ​ທີ່​ພວກ​ກະບົດ ​ໄດ້​ຍິງ​ລູກ​ສອນ​ໄຟ​ໃສ່​ສະໜາມ​ບິນຣີຢັດ ​ໃນ​ເດືອນ​ພະຈິກ ຜ່ານ​
ມາ​ນີ້ຊາ​ອຸ​ດີ ອາຣາ​ເບຍ ​ໄດ້​ທຳການ​ກີດ​ກັນ ທາງ​ອາກາດ ​ແລະ​ທາງ​ທະ​ເລ ​ໃນ​ເຢ​ເມນ
​ມາ​ເປັນ​ເວລາ​ຫຼາຍ​ສັບປະດາ​ແລ້ວ ​ໂດຍ​ກ່າວ​ວ່າ ການ​ເອົາ​ບາດກ້າວ​ທີ່​ຈຳ​ເປັນ ​ເພື່ອ​ກີດ
​ກັນການ​ສົ່ງ​ອາວຸດ ​ໄປ​ເຖິງ​ມື​ພວກ​ກະບົດ​ດັ່ງກ່າວ​ນີ້.

ທູດພິເສດຂອງອົງການສະຫະປະຊາຊາດທີ່ໄປຍັງເຢເມນ,ທ່ານ ອິສແມລ ອູລດ໌ ເຊັຄ ອາເມດ (Ismail Ould Cheikh Ahmed) ກ່າວຕໍ່ພວກນັກຂ່າງ ໃນຂະນະທີ່ທ່ານເດີນທາງໄປເຖິງສະໜາມບິນ ຊານາ (Sana'a) ໃນການຢ້ຽມຢາມເຢເມນ, 22 ພຶດສະພາ, 2017.

ກອງ​ປະສົມຮ່ວມ ​ໄດ້​ກ່າວໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເຖິງ​ແມ່ນ​ວ່າ​ຈະມີ​ການ​ໂຈມ​ຕີ​ດ້ວຍ​ລູກ
​ສອນ​ໄຟ​ໃໝ່ໆ​ນີ້ ກໍ​ຕາມ ເມື​ອງທ່າ ​ໂຮ​ເດ​ດາ (Hodeida) ກໍຍັງ​ຈະ​ເປີດຢູ່ ພາຍ​ໃນ 30
ວັນ ​ເພື່ອ​ທີ່​ຈະ​ໃຫ້ການ​ຈັດສົ່ງ​ອາຫານ​ການ​ກິນ​ແລະ​ອຸບປະກອນ​ຊ່ອຍ​ເຫຼືອ​ຕ່າງໆ.

​ກຸ່ມກະບົດ​ຮູ​ຕີ ​ໄດ້​ຍຶດ​ເອົາ ​ນະຄອນ ຊາ​ນາ (Sana’s) ເມືອງ​ຫຼວງ​ຂອງ​ເຢ​ເມນ ​ໃນ​ທ້າຍ​ປີ
2014 ທີ່​ເພັ່ງ​ເລັງ​ໃສ່​ສະໜາມ​ບິນ​ນາໆ​ຊາດ​ຂອງ​ປະ​ເທດ ທີ່​ຍອມຮັບ​ປະທານາທິບໍດີ
ທ່ານ​ອັບ​ດູລ ຣາບູ ​ແມນ​ຊໍ ຮາ​ດີ (Abdu Rabu Mansour Hadi) ​ໃຫ້​ລົບໜີ​ໄປຍັງຊາ​ອຸ​ດີ
ອາຣາ​ເບຍ.

ກອງ​ປະສົມ​ຮ່ວມ ທີ່​ນຳພາ​ໂດຍ ຊາ​ອຸ​ດີ ທີ່​ໂຕ້​ຕອບ​ໃນເດືອນ​ເມສາ 2015 ​ໂດຍ​ທີ່​ໄດ້​ເປີດ
​ການ​ປະຕິບັດ​ງານ ​ເພື່ອ​ຈະ​ໂຈມ​ຕີ​ກັບ ຕໍ່ສູ້​ກັບ​ພວກ​ກະບົດ ​ເປັນ​ຕົວ​ແທນ​ຕາງໜ້າ​ຂອງ​ລັດຖະບານ​ທ່ານ​ຮາ​ດີ. ນັບ​ຕັ້ງ​ແຕ່​ນັ້ນ​ມາ ອົງການ​ອະນາ​ໄມ​ໂລກ (WHO) ກ່າວວ່າ
ສະຖານ​ທີ່​ໃຫ້​ບໍລິການ​ດ້ານ​ສຸ​ກຂະອະນະ​ມາ​ໄມນັ້ນ ​ແມ່ນ​ມີ​ລາຍ​ງານ​ວ່າ ​ໄດ້​ມີການ​ລົ້ມ
​ຕາຍ​ຫຼາຍ​ກວ່າ 8 ພັນ 7 ຮ້ອຍ ກໍລະນີ ​ແລະ 50 ພັນ​ຄົນ ທີ່​ໄດ້​ຮັບ​ການ​ບາດ​ເຈັບ.

ອົງການ​ເພື່ອ​ມະນຸດສະທຳ ຫຼາຍ​ອົງການ ​ໄດ້​ຮຽກຮ້ອງ​ໃຫ້​ເອົາ​ໃຈ​ໃສ່ ​ໃນ​ຄວາມ​ພະຍາ
ຍາມ​ຕໍ່​ວິ​ກິດ​ການ​ຕໍ່​ພົນລະ​ເຮືອນໃນເຢ​ເມນ, ບ່ອນ​ທີ່​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ
ຜູ້​ຄົນ 3 ລ້ານ​ຄົນ ​ໄດ້​ຖືກ​ບັງຄັບ​ໃຫ້​ຫນີອອກ​ຈາກ​ທີ່ຢູ່​ອາ​ໄສ​ຂອງ​ພວກ​ເຂົາ​ເຈົ້າ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ນາງ ຟາຕິມາ ອັບດູບບາ ຮາແຊນ (Fatima Abdullah Hassan), ຜູ້ທີ່ເປັນໂຮກຂາດອາຫານ, ນອນຢູ່ສູນກາງຊ່ອຍເຫຼືອພວກທີ່ເປັນໂຣກຂາດອາຫານໃນເມືອງທ່າ ແຣດຊີ ຂອງ ໂຮເດດາ, ເຢເມນ.