ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກ່າວວ່າ ທ່ານມີຄວາມຕື່ນຕົກໃຈແລະໂກດແຄ້ນເປັນທີ່ສຸດ ກ່ຽວກັບການໂຈມຕີທາງອາກາດ ໃສ່ໂຮງໝໍເດັກນ້ອຍ ທີ່ເມືອງ Aleppo ຊຶ່ງທ່ານໄດ້ຖິ້ມໂທດໂດຍກົງໃສ່ກຳລັງຂອງປະທານາທິບໍດີຊີເຣຍທ່ານ Bashar al-Assad.
ການໂຈມຕີທາງອາກາດດັ່ງກ່າວ ໄດ້ທຳລາຍໂຮງໝໍ ທີ່ໃຫ້ການສະໜັບສະໜຸນໂດຍອົງ ການແພດບໍ່ມີພົມແດນ. ມີພວກເດັກນ້ອຍແລະທ່ານໝໍ ບໍ່ຕ່ຳກວ່າ 20 ຄົນໄດ້ເສຍຊີວິດ ຮວມທັງທ່ານໝໍເດັກນ້ອຍຄົນສຸດທ້າຍ ທີ່ເຮັດວຽກຢູ່ໃນເຂດຄວບຄຸມ ຂອງພວກຕໍ່ຕ້ານລັດຖະບານ ໃນເມືອງ Aleppo.
ທ່ານ Kerry ກ່າວໃນວັນພະຫັດວານນີ້ວ່າ ປາກົດວ່ານີ້ແມ່ນການໂຈມຕີດ້ວຍຄວາມຕັ້ງ ໃຈຕໍ່ສະຖານທີ່ ທາງການແພດ ທີ່ຮູ້ກັນດີ ແລະປະຕິບັດຕາມປະຫວັດ ທີ່ໜ້າຕື່ນຕົກໃຈ ຂອງອຳນາດການປົກຄອງ Assad ໃນການໂຈມຕີສະຖານທີ່ທຳນອງນີ້ແລະພວກຮັບມື ກັບເຫດການສຸກເສີນ. ການໂຈມຕີເຫລົ່ານີ້ໄດ້ສັງຫານປະຊາຊົນທີ່ບໍ່ມີຄວາມຜິດຫຼາຍໆ ຮ້ອຍຄົນຢູ່ໃນຊີເຣຍ.
ການໂຈມຕີທາງອາກາດທີ່ວ່ານີ້ ແມ່ນເປັນສ່ວນນຶ່ງຂອງການໂຈມຕີແບບນອງເລືອດທີ່ເມືອງ Aleppo ໃນໄລຍະ 24 ຊົ່ວໂມງທີ່ເຮັດໃຫ້ 60 ກວ່າຄົນເສຍຊີວິດ ໃນການສູ້ລົບ ລະຫວ່າງກຳລັງລັດຖະບານຊີເຣຍ ແລະພວກຕໍ່ຕ້ານ.
Your browser doesn’t support HTML5
US Condemns Syrian Hospital Bombing
ທູດພິເສດ ຂອງອົງການສະຫະປະຊາຊາດ ທ່ານ Staffan de Mistura ກ່າວວ່າ ການ ຢຸດຍິງໃນເດືອນກຸມພາທີ່ທ່ານໄດ້ຊ່ອຍໃນການເຈລະຈາໄກ່ເກ່ຍນັ້ນກຳລັງຕົກຢູ່ໃນອັນ ຕະລາຍແລະອາດຈະພັງທະລາຍລົງໄດ້ໃນທຸກເວລາ.
ທ່ານ Kerry ຮຽກຮ້ອງໃຫ້ຣັດເຊຍ ຊຶ່ງເປັນພັນທະມິດທີ່ສຳຄັນສຸດຂອງທ່ານ Assad ໃຊ້ອິດທິພົນຂອງຕົນກົດດັນໃຫ້ທ່ານ Assad ຢຸດເຊົາການບຸກໂຈມຕີ.
ທ່ານ Kerry ກ່າວວ່າ ຣັດເຊຍມີຄວາມຮັບຜິດຊອບຢ່າງຮີບດ່ວນເພື່ອກົດດັນໃຫ້ອຳນາດການປົກຄອງຊີເຣຍ ປະຕິບັດຕາມ ພັນທະຂອງຕົນ ພາຍໃຕ້ເງື່ອນໄຂ ຂອງມະຕິ 2254 ສະພາຄວາມໝັ້ນຄົງສະຫະປະຊາຊາດ ຮວມທັງໂດຍສະເພາະແລ້ວໃຫ້ຢຸດເຊົາໃນການ ໂຈມຕີຕໍ່ພົນລະເຮືອນ ສະຖານທີ່ການແພດ ແລະພວກຮັບມືກັບເຫດການສຸກເສີນ ແລະປະຕິບັດຕາມການຍຸຕິໃນການເປັນປໍລະປັກໂດຍເຕັມ.
ແຕ່ຂະນະດຽວກັນທ່ານ Mistura ກໍໄດ້ຮຽກຮ້ອງໃຫ້ທັງສະຫະລັດແລະຣັດເຊຍຊ່ວຍຟື້ນ ຟູການເຈລະຈາສັນຕິພາບ.
ທ່ານກ່າວ ໃນວັນພະຫັດວານນີ້ວ່າ ໃນໄລຍະ 48 ຊົ່ວໂມງ ຜ່ານມານີ້ ພວກເຮົາໄດ້ເຫັນການເສຍຊີວິດຂອງຊາວຊີເຣຍນຶ່ງຄົນໃນທຸກໆ 25 ນາທີແລະບາດເຈັບນຶ່ງຄົນໃນທຸກໆ 13 ນາທີ.