ທູດພິເສດຂອງອົງການສະຫະປະຊາຊາດຮັບຜິດຊອບເລື້ອງເຢເມນ ໄດ້ຢືນຢັນໃນວັນພຸດວານນີ້ວ່າ ພວກກະບົດຮູຕີ ໄດ້ຍົກຍ້າຍກຳລັງທະຫານຂອງຕົນອອກໄປຈາກທ່າເຮືອໂຮໄດດາ ຢູ່ທະເລແດງ ທີ່ມີຄວາມສຳຄັນຫລາຍທີ່ສຸດນັ້ນແລ້ວ ຊຶ່ງເປັນບາດກ້າວທີ່ເປັນໄປໃນແງ່ບວກອັນທຳອິດ ເພື່ອຈະກ້າວໄປເຮັດໃຫ້ການສູ້ລົບກັນຢູ່ໃນສົງຄາມກາງເມືອງ ຢູ່ໃນປະເທດນັ້ນ ທີ່ມາມາໄດ້ 4 ປີແລ້ວນັ້ນ ຜ່ອນຄາຍລົງ.
ທູດພິເສດມາຕິນ ກຣິຟຟິດສ໌ (Martin Griffiths) (ກາງ) ຂອງອົງການສະຫະປະຊາຊາດ ເຂົ້າຮວ່ມການພົບປະຄັ້ງໃໝ່ ລະຫວ່າງກຸ່ມທີ່ທຳສົງຄາມກັນ ຂອງເຢເມນມ ໃນນະຄອນ Amman ຂອງຈໍແດນ, ວັນທີ 5 ກຸມພາ, 2019
"ກຳລັງທະຫານຂອງກອງທັບອາຊາ ອາລາ (Ansar Allah) ບັດນີ້ໄດ້ໜີຈາກທ່າເຮືອ 3 ແຫ່ງຄືທ່າເຮືອ ອາລ-ໂຮໄດດາ (al-Hodeida), ຊາລີຟ (Saleef) ແລະ ຣາສ ອິສຊາ (Ras Issa) ໄປແລ້ວ," ນັ້ນຄືຄຳເວົ້າຂອງທູດພິເສດມາຕິນ ກຣິຟຟິດສ໌ (Martin Griffiths) ທີ່ກ່າວຕໍ່ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ, ຊຶ່ງໄດ້ໃຊ້ຊື່ທາງການຂອງຂະບວນການເຄື່ອນໄຫວກຸ່ມຮູຕີ (Houthi).
ການຍ້າຍກຳລັງທະຫານອອກໄປຈາກທີ່ນັ້ນ ຊຶ່ງໄດ້ຕົກລົງກັນຢູ່ໃນການພົບປະລະຫວ່າງພັກຝ່າຍໃນເຢເມນ ໃນນະຄອນຫລວງສະຕັອກໂຮມຂອງສະວີເດັນໃນເດືອນທັນວາ ຜ່ານມາ ໄດ້ມີການຊັກຊ້າຢູ່ເລື້ອຍມາ ແຕ່ວ່າ ໄລຍະທຳອິດຂອງການຍົກຍ້າຍກຳລັງທະຫານດັ່ງກ່າວ ໃນທີ່ສຸດກໍໄດ້ເລີ້ມເຄື່ອນໄຫວຂຶ້ນ ໃນລະຫວ່າງ ວັນເສົາຫາວັນອັງຄານທີ່ຜ່ານມາ.
ທະຫານຂອງຂະບວນການເຄື່ອນໄຫວກຸ່ມຮູຕີ (Houthi) ກຳລັງຖອນອອກຈາກທ່າເຮືອ Saleef ໃນແຂວງ ໂຮໄດດາ ຂອງເຢເມນ, ວັນທີ 11 ພຶດສະພາ 2019
ທ່ານ ກຣິຟຟິດສ໌ (Griffiths) ເວົ້າວ່າ ທີມງານຂອງອົງການສະຫະປະຊາຊາດທີ່ຕິດຕາມເບິ່ງການຖອນທະຫານດັ່ງກ່າວເວົ້າວ່າ ພວກຮູຕີໄດ້ "ປະຕິບັດຕາມສັນຍາ ຢ່າງຄົບຖ້ວນ" ແລະ "ໃຫ້ການຮ່ວມມືເປັນຢ່າງດີຫລາຍ" ໃນຂັ້ນຕອນການຖອນທະຫານນັ້ນ.
ການຖອນທະຫານດັ່ງກ່າວ ແມ່ນສຳຄັນຫລາຍ, ເພາະວ່າທ່າເຮືອ ໂຮໄດດາ ໄດ້ກາຍເປັນຈຸດລະເບີດຂອງຄວາມຂັດແຍ້ງກັນ. ທ່າເຮືອໂຮໄດດາ ເປັນຈຸດທີ່ວັດຖຸ ທາງການຄ້າ ແລະການຊ່ວຍເຫລືອໄປຜ່ານ ເພື່ອຈະເຂົ້າໄປຍັງປະເທດໄດ້. ເຢເມນ ແມ່ນນຳເຂົ້າ 90 ເປີເຊັນຂອງຈຳນວນອາຫານທັງໝົດຂອງຕົນ.