UN ​ປະນາມ ​ການຕັດຄໍ ​ພະນັກງານ​ຊ່ອຍ​ເຫຼືອຊາວ​ອັງກິດ ໂດຍກຸ່ມລັດ​ອິສລາມ (ວີດີໂອ)

ພາບນີ້ ເອົາອອກມາຈາກວີດີໂອ ທີ່ກຸ່ມລັດອິສລາມ ຫຼື Islamic State (IS) ນຳອອກເຜີຍແຜ່ ແລະໄດ້ຮັບການຢືນຢັນ ໂດຍກຸ່ມສືບລັບເອກະຊົນ ທີ່ຕິດຕາມເບິ່ງການກໍ່ການຮ້າຍ ທີ່ສະແດງໃຫ້ເຫັນພາບຂອງພະນັກງານຊ່ວຍເຫຼືອອັງກິດ David Haines ໃສ່ຊຸດຄຸມສີສົ້ມນັ່ງຄຸກເຂົ່າ ຢູ່ກາງທະເລຊາຍ ກ່ອນຈະຖືກສັງຫານ.

ສະພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ການ
​ ຕັດຄໍ​ພະນັກງານ​ຊ່ອຍ​ເຫຼືອຊາວ​ອັງກິດ David Haines ​ໂດຍ
​ພວກ​ຫົວ​ຮຸນ​ແຮງ​ຈັດ​ ລັດ​ອິສລາມ ແລະເອີ້ນ​ການ​ກະທຳດັ່ງ​ກ່າວ
ວ່າ ເປັນ “​ການ​ຄາດ​ຕະກຳ​ທີ່ຊົ່ວ​ຮ້າຍ ​ແລະ ຂີ້​ຂາດ​ຢ່າງຍິ່ງ.”

​ພວກກຸ່ມ​ລັດ​ອິສລາມ ​ໄດ້​ເອົາ​ວີ​ດີ​ໂອ ການຄາດ​ຕະກຳນັ້ນ​ອອກ
ເຜີຍ​ແຜ່ໃນ​ວັນ​ເສົາ​ຜ່ານ​ມາ ທີ່​ສະ​ແດງໃຫ້​ເຫັນ​ການ​ປະຫານ​ຊີວິດ
ແບບ​ດຽວ​ກັນ​ກັບ​ຢູ່​ໃນ​ວີ​ດີ​ໂອ ​ການ​ຕັດ​ຫົວ​ຕົວ​ປະກັນຄົນ​ກ່ອນໆ​
ກໍ​ຄືສອງນັກ​ຂ່າວ​ຊາວ​ອາ​ເມຣິກັນ James Foley ​ແລະ Steven
Sotloff.

ສະພາ​ຄວາມ​ໝັ້ນຄົງ ກ່າວ​ໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ​ເມື່ອ​ວັນ​ອາທິດ​ວານ​ນີ້ວ່າ ການ​ກະທຳດັ່ງກ່າວ “ສະ​ແດງ​ໃຫ້​ເຫັນອີກ​ເທື່ອ​ນຶ່ງ ​ຄວາມໂຫດຮ້າຍປ່າ​ເຖື່ອນ” ຂອງ​
ພວກ​ຫົວຮຸນ​ແຮງ ​ແລະ​ເປັນ​ການເຕືອນ​ໃຫ້​ສຳນຶກ​ຢູ່​ສະ​ເໝີ​ວ່າ ​ບັນດາ​ພະນັກງານ​ຊ່ອຍ
​ເຫຼືອດ້ານມະນຸດສະທຳ​ແມ່ນກຳລັງ​ປະ​ເຊີນ​ໜ້າກັບ​ອັນຕະລາຍຫຼາຍຂຶ້ນນັບ​ມື້ ຢູ່​ໃນ​ຊີ​ເຣຍ.

ສະພາ​ຄວາມ​ໝັ້ນຄົງ ​ໄດ້ຮຽກ​ຮ້ອງໃຫ້ ​ກຸ່ມ​ລັດ​ອິສລາມ ກຸ່ມ​ Nusra Front ທີ່​ເຊື່ອມ​ໂຍງກັບ​
ກຸ່ມ al-Qaida ນັ້ນ ​ແລະ ກຸ່ມ​ອື່ນໆ​ອີກ ໃຫ້​ປ່ອຍໂຕ​ປະກັນທັງ​ໝົດ​ ຂອງພວກເຂົານັ້ນ​ເສຍ.

​ກ່ອນ​ໜ້າ​ນັ້ນ ​ໃນວັນ​ອາທິດ​ວານ​ນີ້ ນາຍົກ​ລັດຖະມົນຕີ​ອັງກິດ ທ່ານ David Cameron
​ໄດ້​ປະຕິ​ຍານວ່າ ຈະ​ທຳລາຍ​ພວກ​ລັດ​ອິສລາມ ​ແລະກ່າວ​ວ່າ ການ​ຄາດ​ຕະກຳ​ນາຍ
Haines “​ເປັນ​ພຶດຕິ​ກຳ​ຂອງ​ຜີ​ມານ​.”

Your browser doesn’t support HTML5

ISLAMIC STATE BEHEADING CNPK