ສະຫະປະຊາຊາດ ຮຽກຮ້ອງໃຫ້ບັນດານາຍພົນຂອງຊູດານ ຍຸຕິການສູ້ລົບກັນ ໃນທັນທີ

ຜູ້ຊາຍຄົນນຶ່ງຍ່າງຜ່ານເຮືອນຫຼັງນຶ່ງທີ່ຖືກທຳລາຍ ໃນລະຫວ່າງການປະທະກັນ ບໍ່ດົນມານີ້ ໃນ ນະຄອນຫຼວງຄາຣ໌ທູມ ຂອງຊູດານ ວັນທີ 25 ເມສາ 2023

ເລຂາທິການໃຫຍ່ສະຫະປະຊາດ ທ່ານແອນໂຕນີໂອ ກູເຕເຣັສ ໃນວັນອັງຄານວານນີ້ ໄດ້ຮຽກຮ້ອງໃຫ້ “ຍຸຕິໃນທັນທີ” ການສູ້ລົບກັນ ລະຫວ່າງນາຍພົນສອງຄົນທີ່ເປັນຄູ່ປໍລະປັກ ຢູ່ໃນຊູດານ ແລະໄດ້ເຕືອນອີກວ່າ ຕ້ອງບໍ່ໃຫ້ຫັນປ່ຽນໄປເປັນສົງຄາມເຕັມຮູບແບບ ທີ່ແກ່ຍາວອອກໄປ.

"ຄວາມຂັດແຍ້ງນີ້ຈະບໍ່ແລະຈະຕ້ອງບໍ່ໄດ້ຮັບການແກ້ໄຂໃນສະຫນາມລົບ - ດ້ວຍ ຊາກສົບຂອງປະຊາຊົນຊາວຊູດານ." ທ່ານ ກູເຕເຣັສ ກ່າວໃນຕອນແລງວັນອັງ ຄານ ທີ່ຜ່ານມາ ຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງ ເພື່ອປຶກສາຫາລືກ່ຽວກັບສະຖານະການດັ່ງກ່າວ.

ທ່ານ​ໄດ້ກ່າວ​ວ່າ ຝ່າຍຕ່າງໆ ​ຕ້ອງ​ເຄົາລົບຂໍ້ຕົກລົງ​ຢຸດ​ຍິງໄລຍະ 72 ຊົ່ວ​ໂມງ​ ທີ່​ສະຫະລັດໄດ້ໄກ່ເກຍ ໂດຍ​ເລີ້ມ​ມີຜົນບັງຄັບໃຊ້​ໃນຕອນກາງ​ຄືນ​ວັນ​ຈັນ​ທີ່ຜ່ານມາ.

ທັງນາຍພົນອັບແດລ ແຟດຕາ ເບີຮານ ຂອງກອງທັບຢູດານ ແລະກອງກຳລັງທະຫານກອງໜູນເຄື່ອນ​ທີ່ວ່ອງໄວ ຫຼື RSF ນຳພາໂດຍນາຍພົນ ໂມຮຳເມັດ ຮຳດານ ດາໂກລ ໄດ້ປະຕິຍານຢ່າງເປີດເຜີຍວ່າ ຈະປະຕິບັດຕາມຂໍ້ຕົກລົງໂຈະການສູ້ລົບ.

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ