ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂທນີໂອ ກູເຕເຣສ ໄດ້ຮຽກຮ້ອງໃນວັນອາທິດວານນີ້ໃຫ້ ສະຫະລັດ ແລະບັນດາປະເທດຕ່າງໆຈົ່ງເລີ້ມຕົ້ນສະໜອງເງິນທຶນຄັ້ງໃໝ່ ແກ່ອົງການບັນເທົາທຸກປາແລັສໄຕນ໌ ຂອງສະຫະປະຊາຊາດ ຫຼື UNRWA ໃນທັນທີ, ໂດຍກ່າວວ່າ ບັນດາຜູ້ພັດຖິ່ນທີ່ໝົດຫວັງໃນຂົງເຂດກາຊາ ເຊິ່ງຍັງຄົງຕ້ອງການການຊ່ວຍເຫຼືອຢ່າງແທ້ຈິງ ໃນຂະນະທີ່ອົງການສະຫະປະຊາຊາດດໍາເນີນການສືບສວນ ກ່ຽວກັບບົດບາດ ຂອງພະນັກ ງານຊ່ວຍເຫຼືອຫຼາຍສິບຄົນທີ່ຖືກກ່າວຫາວ່າ ມີສ່ວນຮ່ວມກັບກຸ່ມຮາມາສໃນການບຸກໂຈມຕີອິສຣາແອລ ເມື່ອເດືອນຕຸລາທີ່ຜ່ານມາ.
ທ່ານ ກູເຕເຣສ ເຕືອນວ່າ ຖ້າບໍ່ມີການສະໜອງທຶນທີ່ພຽງພໍ ເພື່ອຊ່ວຍບັນເທົາທຸກ ແລະວຽກງານຕ່າງໆຂອງອົງການສະຫະປະຊາຊາດ, ການຊ່ວຍເຫລືອແກ່ຊາວປາແລັສໄຕນ໌ຫຼາຍກວ່າ 2 ລ້ານຄົນໃນເຂດກາຊາ ຈະໝົດໄປ ພາຍໃນວັນພະຫັດທີ 1 ກຸມພານີ້. ສະຫະລັດ ແມ່ນນຶ່ງໃນບັນດາ 9 ປະເທດ ທີ່ຍຸຕິຈ່າຍງົບປະມານປະຈໍາປີຈໍານວນ 1.6 ຕື້ໂດລາ ເມື່ອພະນັກງານບັນເທົາທຸກ ຂອງຊາວປາແລັສໄຕນ໌ 12 ຄົນ ຖືກລະບຸໃນອາທິດແລ້ວນີ້ວ່າ ໄດ້ຊ່ວຍໃນການປະ ຕິບັດການໂຈມຕີ ຂອງກຸ່ມພວກຫົວຮຸນແຮງ ທີ່ໜ້າຕົກໃຈ ເຊິ່ງໄດ້ສັງຫານ ປະ ຊາຊົນຊາວອິສຣາແອລ 1,200 ຄົນ.
Your browser doesn’t support HTML5
Concerns of Gaza Famine as Countries Suspend Funding to UNRWA
“ການກະທຳທີ່ໜ້າລັງກຽດຂອງສະມາຊິກພະນັກງານເຫຼົ່ານີ້ ຕ້ອງໄດ້ຮັບຜົນທີ່ຕາມມາ,” ທ່ານກູເຕເຣສ ກ່າວໃນຖະແຫຼງການສະບັບນຶ່ງ, ແລະນັ້ນ ພວກເຂົາເຈົ້າສາມາດປະເຊີນກັບການດຳເນີນຄະດີອາຍາ, ເຊິ່ງພະນັກງານຊ່ວຍເຫຼືອ 9 ຄົນໄດ້ຖືກໄລ່ອອກຈາກໜ້າທີ່ໃນທັນທີ, ນຶ່ງຄົນຖືກຢືນຢັນວ່າເສຍຊີວິດ ແລະເຈົ້າໜ້າທີ່ກຳລັງຊີ້ແຈງ ກ່ຽວກັບຫຼັກຖານຂອງອີກ 2 ຄົນທີ່ຍັງເຫຼືອ.
ແນວໃດກໍຕາມ, ທ່ານ ກູເຕເຣສ ກ່າວຕື່ມວ່າ "ຜູ້ຊາຍ ແລະແມ່ຍິງຫຼາຍສິບພັນຄົນທີ່ເຮັດວຽກໃຫ້ແກ່ອົງການ UNRWA, ຫຼາຍໆຄົນ ຢູ່ໃນສະຖານະການໃດນຶ່ງທີ່ອັນຕະລາຍທີ່ສຸດສໍາລັບພະນັກງານດ້ານມະນຸດສະທໍາ, ບໍ່ສົມຄວນໄດ້ຮັບການລົງໂທດ. ຄວາມຕ້ອງການທີ່ໃຫຍ່ຫຼວງຂອງປະຊາກອນທີ່ຫມົດຫວັງທີ່ພວກເຂົາຮັບໃຊ້ນັ້ນ ຕ້ອງໄດ້ຮັບການຕອບສະຫນອງ."
ອິສຣາແອລ ໄດ້ກ່າວປະນາມຕໍ່ ທ່ານກູເຕເຣສ ໃນທັນທີກ່ຽວກັບການຮຽກຮ້ອງ ໃຫ້ມີການຊ່ວຍເຫຼືອຊາວປາແລັສໄຕນ໌ຄັ້ງໃໝ່. ທ່ານກີລາດ ເອີດານ (Gilad Erdan), ເອກອັກຄະລັດຖະທູດຂອງລັດຢິວ ປະຈຳອົງການສະຫະປະຊາຊາດກ່າວວ່າ ທ່ານ ກູເຕເຣສ “ໄດ້ພິສູດໃຫ້ເຫັນອີກຄັ້ງນຶ່ງວ່າ ຄວາມໝັ້ນຄົງຂອງປະ ຊາຊົນຊາວອິສຣາແອລ ບໍ່ມີຄວາມສຳຄັນສຳລັບທ່ານອີຫຼີ.”