ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-
moon ຈະໄປຮອດ Israel ແລະເຂດ Palestine ໃນວັນອັງ
ຄານມື້ນີ້ ເພື່ອຢ້ຽມຢາມເປັນເວລາສອງມື້ ຫຼັງຈາກທີ່ໄດ້ເກີດ
ໃນອັນທີ່ທ່ານເອີ້ນວ່າ “ຄວາມຮຸນແຮງທີ່ີເພີ້ມທະວີຂຶ້ນຢ່າງ
ເປັນອັນຕະລາຍ” ມາເປັນ ເວລາຫຼາຍອາທິດ ນັ້ນ.
ກ່ອນໜ້າການຢ້ຽມຢາມ ທ່ານໄດ້ນຳອອກເຜີຍແຜ່ຂໍ້ຄວາມ
ຜ່ານທາງວີດີໂອ ຕໍ່ປະຊາຊົນ Israel ແລະ Palestine
ໂດຍກ່າວວ່າ ທ່ານເຂົ້າໃຈເຖິງຄວາມອຶດອັດບໍ່ສະບາຍໃຈ
ແລະເປັນຫວ່ງຂອງທັງສອງຝ່າຍ ແລະຮຽກຮ້ອງໃຫ້ທຸກໆຄົນ
ຕໍ່ຕ້ານການກໍ່ການຮ້າຍແລະຫຼີກເວັ້ນການຍຸຍົງໃດໆ.
Your browser doesn’t support HTML5
US Israel Palestinians
ທ່ານ Ban ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳຂອງ Palestine ໃຫ້ໃຊ້ກຳລັງຂອງປະຊາຊົນຂອງທ່ານໃນທາງສັນຕິ ແລະສຳຫຼັບເຍົາວະຊົນ Palestine ນັ້ນ ແມ່ນຮຽກຮ້ອງໃຫ້ຜູ້ນຳຂອງພວກຕົນ ເຊັ່ນດຽວກັນກັບພວກຜູ້ນຳຂອງ Israel ແລະທາງອົງການສະຫະປະຊາຊາດ
ສ້າງຄວາມຄືບໜ້າໃຫ້ແກ່ການແກ້ໄຂບັນຫາທາງການເມືອງ.
ທ່ານໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ໄດ້ຂໍຮ້ອງໃຫ້ພວກທ່ານເມີນເສີຍ ແຕ່ພວກທ່ານຕ້ອງໄດ້ວາງອາວຸດລົງ.”
ຕຳຫຼວດຊາຍແດນຂອງ Israel ສັ່ງໃຫ້ຊາຍຜູ້ນຶ່ງຍົກເສື້ອຂອງຕົນຂຶ້ນ ເພື່ອກວດຄົ້ນ ກ່ອນທີ່ຈະອະນຸຍາດ ອອກຈາກ ໝູ່ບ້ານ ອາຣັບ ໃນ Issawiyeh ນະຄອນ Jerusalem, 20 ຕຸລາ, 2015.
ຫົວໜ້າອົງການສະຫະປະຊາຊາດ ໄດ້ກ່າວວ່າ ການທີ່ Israel ຈະໄດ້ຮັບຄວາມສັນຕິສຸກ ແລະຄວາມປອດໄພແບບຍືນຍົງນັ້ນ ບໍ່ແມ່ນຍ້ອນການສ້າງກຳແພງກັ້ນ, ປ້ອມຍາມ ແລະການໂຕ້ຕອບດ້ວຍກອງກຳລັງ ແລະກ່າວເພີ້ມຕື່ມວ່າ ທັງສອງຝ່າຍ ຈຳເປັນທີ່ຈະຕ້ອງກັບຄືນ
ໄປສູ່ການໃຫ້ຄວາມໝັ້ນໝາຍຄືນໃໝ່ ເພື່ອຫາທາງແກ້ໄຂແບບມີສອງລັດຄຽງຄູ່ກັນນັ້ນ.
ນາຍົກລັດຖະມົນຕີ Israel - ທ່ານ Benjamin Netanyahu ກ່າວຄຳປາໄສ ໃນກອງປະຊຸມບັນດາຜູ້ນຳຊາວຢິວນາໆຊາດ ໃນນະຄອນ Jerusalem, 20 ຕຸລາ, 2015.
ທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດ ຜູ້ຊຶ່ງໃຊ້ເວລາໄປມາ ໂອ້ລົມ
ລະຫວ່າງ ຜູ້ນຳຂອງ Israel ແລະ Palestine ກ່ອນການເຈລະຈາສັນຕິພາບ ພັງທະລາຍລົງໃນປີກາຍນີ້ ກໍມີແຜນການທີ່ຈະຈັດການໂອ້ລົມຂອງທ່ານໃນສັບປະດານີ້ ໃນຄວາມຫວັງ
ທີ່ຈະຜ່ອນຄາຍສະຖານະການໃຫ້ເບົາບາງລົງ.
ໃນຂະນະດຽວ ກັນນີ້ ກອງກຳລັງ Israel ໃນວັນອັງຄານມື້ນີ້ ໄດ້ຈັບກຸມ ທ່ານ Hassan Yousef ຜູ້ນຳຂອງກຸ່ມຫົວຮຸນແຮງ Hamas ໃນເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນຫຼື West Bank. ໂຄສົກຂອງກອງທັບ ໄດ້ກ່າວວ່າ ທ່ານ Yousef “ໄດ້ຍຸຍົງແລະສົ່ງເສີມໃຫ້ມີການໂຈມຕີຕໍ່ຕ້ານ Israel.”