ຫົວໜ້າອົງການ ສະຫະປະຊາຊາດ “ຕົກໃຈ” ທີ່ ເອທິໂອເປຍ ຂັບໄລ່ເຈົ້າໜ້າທີ່ຊ່ວຍເຫຼືອ 7 ຄົນ

ແມ່ຍິງຄົນນຶ່ງເຈ່ຍລູກນ້ອຍຂອງລາວ ໃນຂະນະທີ່ລາວລຽນຄິວເອົາອາຫານ, ຢູ່ໂຮງຮຽນປະຖົມ ເຊຮາເຢ, ເຊິ່ງຖືກປ່ຽນເປັນບ່ອນລີ້ໄພຊົ່ວຄາວ ສຳລັບປະຊາຊົນທີ່ບໍ່ມີບ່ອນຢູ່ຍ້ອນຄວາມຂັດແຍ້ງ, ເມືອງ ເຊີ, ພາກພື້ນ ທິເກຣ, ປະເທດ ເອທິໂອເປຍ. 15 ມີນາ, 2021.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດໄດ້ສະແດງຄວາມ “ຕົກໃຈ” ໃນວັນພະຫັດວານນີ້ ຫຼັງຈາກລັດຖະບານ ເອທິໂອເປຍ ໄດ້ປະກາດຂັບໄລ່ບັນດາເຈົ້າໜ້າທີ່ອາວຸໂສດ້ານມະນຸດສະທຳຂອງ ສະຫະປະຊາຊາດ 7 ຄົນທີ່ເຮັດວຽກໃນປະເທດດັ່ງກ່າວ.

ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ໃນ ເອທິໂອເປຍ, ອົງການສະຫະປະຊາຊາດໄດ້ນຳສົ່ງການຊ່ວຍເຫຼືອຊຶ່ງຊ່ວຍຊີວິດ ລວມມີ ອາຫານ, ຢາ, ນໍ້າ ແລະ ສຳພາລະສຸຂະອະນາໄມ ໃຫ້ປະຊາຊົນທີ່ມີຄວາມຕ້ອງການຢ່າງແຮງ. ຂ້າພະເຈົ້າມີຄວາມໝັ້ນໃຈຢ່າງເຕັມທີ່ໃນພະນັກງານຂອງອົງການ ສະຫະປະຊາຊາດ ຜູ້ທີ່ເຮັດວຽກນີ້ໃນປະເທດ ເອທິໂອເປຍ.”

ທ່ານໄດ້ກ່າວວ່າອົງການດັ່ງກ່າວແມ່ນກຳລັງພົວພັນກັບບັນດາເຈົ້າໜ້າທີ່ ເອທິໂອເປຍ “ດ້ວຍການຄາດຫວັງວ່າ ພະນັກງານ ສະຫະປະຊາຊາດທີ່ກ່ຽວຂ້ອງຈະຖືກອະນຸຍາດໃຫ້ສືບຕໍ່ເຮັດວຽກທີ່ສຳ ຄັນຂອງເຂົາເຈົ້າ.”

ພວກເຈົ້າໜ້າທີ່ເຈັດຄົນດັ່ງກ່າວແມ່ນມີເວລາ 72 ຊົ່ວໂມງ ທີ່ຈະອອກຈາກ ເອທິໂອເປຍ. ໃນນັ້ນລວມມີຮອງຫົວໜ້າດ້ານມະນຸດສະທຳຂອງ ສະຫະປະຊາຊາດ, ຮອງຜູ້ປະສານງານດ້ານມະນຸດສະທຳ ແລະ ຜູ້ແທນຂອງອົງການເດັກນ້ອຍ ສະຫະປະຊາຊາດ.

ໃນຂໍ້ຄວາມອັນນຶ່ງທີ່ຂຽນໃນທວິດເຕີ, ກະຊວງການຕ່າງປະເທດໄດ້ກ່າວວ່າເຈົ້າໜ້າທີ່ 7 ຄົນນັ້ນແມ່ນ “ໄດ້ແຊກແຊງໃນບັນຫາພາຍໃນຂອງປະເທດ.”

ລັດຖະບານກາງ ເອທິໂອເປຍ ໄດ້ພົວພັນໃນການຄວາມຂັດແຍ້ງຕິດອາວຸດກັບກຸ່ມກະບົດໃນພາກພື້ນ ທິເກຣ ທາງພາກເໜືອຂອງປະເທດເປັນເວລາເກືອບນຶ່ງ ປີແລ້ວ. ລັດຖະບານດັ່ງກ່າວໄດ້ປະ ກາດການຢຸດຍິງຝ່າຍດຽວ ແລະ ໄດ້ຖອນກອງກຳລັງຂອງເຂົາເຈົ້າອອກໃນເດືອນມິຖຸນາທີ່ຜ່ານມາ, ແຕ່ຄວາມຂັດແຍ້ງໄດ້ສືບຕໍ່ທີ່ຈະແຜ່ລາມເຂົ້າສູ່ພາກພື້ນ ອຳຮາຣາ ແລະ ອາຟາ ທີ່ຢູ່ໃກ້ຄຽງ.

ໃນ 6 ລ້ານຄົນທີ່ອາໄສຢູ່ພາກພື້ນ ທິເກຣ, ອົງການສະຫະປະຊາຊາດເວົ້າວ່າ ຫ້າລ້ານສອງແສນຄົນ ມີຄວາມຕ້ອງການການຊ່ວຍເຫຼືອດ້ານອາຫານໃນລະດັບໃດນຶ່ງ. ຫຼາຍກວ່າ 400,000 ຄົນແມ່ນໄດ້ອາໄສ ຢູ່ໃນສະພາບທີ່ຄືກັບຄວາມອຶດຢາກແລ້ວ, ແລະ ອີກນຶ່ງລ້ານແປດແສນຄົນແມ່ນໃກ້ຈະອຶດອາຫານ.

ອ່ານຂ່າວນີ້ເປັນພາສາອັງກິດ