ການສູ້ລົບກັນໄດ້ລະເບີດຂຶ້ນ ໃນວັນສຸກວານນີ້ ໃນບໍລິເວນອ້ອມແອ້ມນະຄອນ ຫຼວງຕຣີໂປລີຂອງລີເບຍ ບໍ່ດົນຫຼັງຈາກທີ່ເລຂາທິການໃຫຍ່ ອົງການສະຫະປະຊາດ ຊຶ່ງໄດ້ເດີນທາງໄປຢ້ຽມຢາມປະເທດດັ່ງກ່າວເປັນເວລາເກືອບ 3 ມື້ ແລະຮຽກຮ້ອງໃຫ້ຫລຸດຜ່ອນຄວາມເຄັ່ງຕຶງ ເດີນທາງອອກຈາກທີ່ນັ້ນ.
ທ່ານອານໂຕນີໂອ ກິວເຕເຣັສ ກ່າວໃນຂະນະທີ່ທ່ານເດີນທາງອອກຈາກເມືອງເບັງກາຊີ ທີ່ຕັ້ງຢູ່ໃນເຂດແຄມຝັ່ງທະເລທາງພາກເໜືອຂອງລີເບຍ ໃນວັນສຸກວານນີ້ວ່າ “ຂ້າພະເຈົ້າໄດ້ເດີນທາງຈາກປະເທດລີເບຍດ້ວຍຄວາມເປັນຫ່ວງຢ່ງເລິກເຊິ່ງ ແລະຄວາມເສົ້າໃຈ. ແຕ່ຂ້າພະເຈົ້າກໍຍັງມີຄວາມຫວັງວ່າ ມັນສາມາດເປັນໄປໄດ້ ທີ່ຈະຫຼີກລ່ຽງການປະເຊີນໜ້າແບບນອງເລືອດ ທັງຢູ່ໃນແລະອ້ອມແອ້ມນະຄອນຕຣີໂປລີ.”
ກຳລັງທີ່ຢູ່ພາຍໃຕ້ການນຳພາຂອງນາຍພົນຄາລີຟາ ຮາຟຕາ (Khalifa Hafta) ທີ່ຄວບຄຸມດິນແດນສ່ວນນຶ່ງໃນພາກຕາເວັນອອກຂອງປະເທດ ພວມເຄື່ອນພົນໄປຍັງນະຄອນຫຼວງ ຊຶ່ງຄວບຄຸມໂດຍ ສະພາປະທານາທິບໍດີ ແລະນາຍົກລັດຖະມົນຕີ Fayez al Serraj ທີ່ໄດ້ຮັບການໜຸນຫຼັງຈາກອົງການສະຫະປະຊາຊາດ. ຖ້າກຳລັງດັ່ງກ່າວຫາກເຂົ້າໄປໃນນະຄອນຕຣີໂປລີ ພວກເຂົາອາດຈະປະເຊີນໜ້າກັບພວກທະຫານບ້ານ ທີ່ໃຫ້ການຄຸ້ມຄອງຕໍ່ນະຄອນດັ່ງກ່າວ.

ເລຂາທິການໃຫຍ່ ອົງການ ສປຊ (ຊ້າຍ) ກ່າວຕໍ່ພວກນັກຂ່າວ ທີ່ສະໜາມບິນສາກົນ ເບນີນາ ໃນເມືອງເບັງກາຊີ ທາງພາກຕາເວັນອອກ ຂອງລີເບຍ ເມື່ອວັນທີ 5 ເມສາ 2019.
ທ່ານກິວເຕເຣັສ ກ່າວວ່າ ອົງການສະຫະປະຊາຊາດແມ່ນມີຄວາມໝັ້ນໝາຍທີ່ຈະຊອກຫາຊ່ອງທາງເພື່ອທຳການແກ້ໄຂທາງດ້ານການເມືອງໃຫ້ແກ່ປະເທດລີເບຍ. ຜູ້ນຳຂອງອົງການສະຫະປະຊາຊາດ ກ່າວຕື່ມວ່າ “ປະຊາຊົນຊາວລີເບຍສົມຄວນທີ່ຈະໄດ້ຮັບສັນຕິພາບ ຄວາມໝັ້ນຄົງ ຄວາມອຸດົມຮັ່ງມີແລະການເຄົາລົບນັບຖືສິດທິມະນຸດຂອງພວກເຂົາເຈົ້າ.”
ທີ່ນະຄອນນິວຢອກ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ປະຊຸມກັນໃນຕອນບ່າຍວັນສຸກວານນີ້ ຕາມການຮ້ອງຂໍ ຂອງປະເທດອັງກິດ ເພື່ອຟັງລາຍງານຈາກຜູ້ຕາງໜ້າ ຂອງທ່ານກິວເຕເຣັສ ຮັບຜິດຊອບເລື້ອງລີເບຍ ທ່ານ Ghassan Salame ທີ່ໄດ້ຕິດຕາມທ່ານກິວເຕເຣັສ ໄປຢ້ຽມຢາມ ນະຄອນຕຣີໂປລີ ເມືອງໂທບຣຸກ ແລະເມືອງເບັງກາຊີ.
ຫຼັງຈາກຟັງການລາຍງານ ຂອງທ່ານ Salame ຜ່ານກອງປະຊຸມ ທາງວີດີໂອ ຈາກນະຄອນຕຣີໂປລີແລ້ວ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ມັກຈະມີການແບ່ງແຍກກັນນັ້ນ ກໍໄດ້ອອກຄຳຮ້ອງຮຽນແບບເປັນເອກກະພາບຕໍ່ກຳລັງຂອງນາຍພົນ Hafta ຢຸດເຊົາການບຸກຄືບໜ້າຕໍ່ໄປ.
ປະທານສະພາຄວາມໝັ້ນຄົງປະຈຳເດືອນເມສາຊຶ່ງໄດ້ແກ່ເອກອັກຄະລັດຖະທູດ Chris-topher Heusgen ຈາກເຢຍຣະມັນ ກ່າວວ່າ “ບັນດາສະມາຊິກສະພາຄວາມໝັ້ນຄົງ ໄດ້ພາກັນສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບກິດຈະການທາງດ້ານທະຫານ ໃກ້ໆນະຄອນຕຣີໂປລີ ຊຶ່ງສ່ຽງຕໍ່ການມີສະຖຽນລະພາບຂອງລີເບຍ ແລະໂອກາດໃນການໄກ່ເກ່ຍຂອງສະຫະປະຊາຊາດ ແລະການແກ້ໄຂຮອບດ້ານ ທາງດ້ານການເມືອງ ຕໍ່ວິກິດການດັ່ງກ່າວ.” ສະພາຄວາມໝັ້ນຄົງໄດ້ຮຽກຮ້ອງໃຫ້ກຳລັງ LNA ຍຸຕິທຸກການເຄື່ອນໄຫວ ທາງດ້ານທະຫານ ແລະ ຮຽກຮ້ອງໃຫ້ກຳລັງຂອງທຸກໆຝ່າຍຫຼຸດຜ່ອນຄວາມເຄັ່ງຕຶງ ແລະຍຸຕິການເຄື່ອນໄຫວທາງດ້ານທະຫານ.