ຫົວໜ້າອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ບັນດານັກວິທະຍາສາດຈັດຫາ “ຂໍ້ມູນທີ່ແທ້ຈິງ, ບໍ່ມີການບິດເບືອນ” ເພື່ອຊຸກຍູ້ລັດຖະບານຂອງປະເທດຕ່າງໆ ໃຫ້ສ້າງນະໂຍບາຍທີ່ຈະຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດລົງ ກ່ອນທີ່ຂີດ ໝາຍເລີ້ມຕົ້ນຂອງສະພາບໂລກຮ້ອນເອົ້າ ຈະຖືກຮັບຮອງເອົາ. ຄຳເຫັນຂອງທ່ານມີຂຶ້ນໃນຂະນະທີ່ບັນດານັກຊ່ຽວຊານ ແລະ ບັນດາເຈົ້າໜ້າທີ່ຈາກທົ່ວໂລກ ໄດ້ເຕົ້າໂຮມກັນເປັນເວລານຶ່ງອາທິດທີ່ເມືອງອິນເທີແລັກເຄນ (Interlaken) ຂອງເຂດສາຍພູອາລພາຍນ໌ (Alpine) ເພື່ອສະຫລຸບບົດລາຍງານສຸດທ້າຍຂອງ 7 ບົດລາຍງານ ທີ່ເຮັດອອກມາໂດຍຄະນະນັກວິທະຍາສາດລະດັບສູງຂອງອົງການໂລກແຫ່ງນັ້ນ ນັບຕັ້ງແຕ່ຂໍ້ຕົກລົງກ່ຽວກັບດິນຟ້າອາກາດປາຣີ ໄດ້ຖືກສ້າງຂຶ້ນໃນປີ 2015. ໃນການກ່າວຜ່ານທາງວີດິໂອ ຕໍ່ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມນັ້ນ ເລຂາທິການໃຫຍ່ຂອງອົງການ ສະຫະປະຊາຊາດ, ທ່ານແອນໂທນີໂອ ກູເຕເຣສ (Antonio Guterres) ເວົ້າວ່າ ບົດລາຍງານ ຫຼ້າສຸດຂອງຄະນະລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງດິນຟ້າອາກາດ ມີຂຶ້ນໃນຂະນະທີ່ ໂລກມີຄວາມສ່ຽງທີ່ຈະກາຍຂີດຈໍາກັດຄວາມຮ້ອນໃນລະດັບ 1.5 ອົງສາແຊລຊຽສ ທີ່ໄດ້ຕົກລົງກັນໄວ້ ໃນເກືອບແປດປີກ່ອນນັ້ນແລ້ວ, ອີງຕາມລາຍງານຂອງອົງການຂ່າວເອພີ (AP).
ຫົວໜ້າ ອົງການ ສປຊ ເວົ້າວ່າ “ຂໍ້ມູນທີ່ແທ້ຈິງ, ບໍ່ມີການບິດເບືອນ" ຄວນຖືກນຳມາໃຊ້ ກຳນົດທິດທາງ ດ້ານດິນຟ້າອາກາດ
(ພາບໃນແຟມ) ເລຂາທິການໃຫຍ່ຂອງອົງການ ສະຫະປະຊາຊາດ, ທ່ານແອນໂທນີໂອ ກູເຕເຣສກ່າວຢູ່ໃນກອງປະຊຸມຖະແຫລງຂ່າວໃນນະຄອນຫລວງ Baghdad ຂອງອີຣັກ, ວັນທີ 1 ມີນາ, 2023. ໃນວັນທີ 13 ມີນາ ທ່ານໄດ້d ຮຽກຮ້ອງໃຫ້ບັນດານັກວິທະຍາສາດ ຈັດຫາ “ຂໍ້ມູນທີ່ແທ້ຈິງ, ບໍ່ມີການບິດເບືອນ”