ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-
moon ໄດ້ສະແດງຄວາມຕື່ນຕົກໃຈ ກ່ຽວກັບ ຈໍານວນຜູ້ຄົນ
ລົ້ມຕາຍທີ່ເພີ້ມທະວີຂຶ້ນ ຫຼືບໍ່ກໍຖືກບັງຄັບໃຫ້ອົບພະຍົບຫລົບ
ໜີໄປຈາກບ້ານເຮືອນຂອງພວກເຂົາເຈົ້າຍ້ອນການສູ້ລົບກັນ
ໃນຊູດານໃຕ້ນັ້ນ.
ໃນຖະແຫຼງຂ່າວສະບັບນຶ່ງທີ່ນຳອອກເຜີຍແຜ່ໃນແລງວັນ
ອັງຄານວານນີ້ ໂຄສົກຂອງທ່ານ Ban ກ່າວວ່າ ຜູ້ນຳຂອງ
ອົງການສະຫະປະຊາຊາດ ຍັງໄດ້ປະນາມ ທັງກອງກໍາລັງ
ຂອງ ຝ່າຍລັດຖະບານ ແລະພວກກະບົດ ທີ່ໄດ້ຍຶດເອົາ
ຍານພາຫະນະ ແລະເຂົ້າປາອາຫານຂອງອົງການໃຫ້ຄວາມຊ່ອຍເຫຼືອທາງດ້ານມະນຸດ
ສະທໍາ ໄປ.
ສະຫະປະຊາຊາດໄດ້ກ່າວໃນວັນອັງຄານວານນີ້ວ່າ ຈໍານວນຜູ້ຄົນທີ່ໄດ້ອົບພະຍົບຫລົບ
ໜີອອກຈາກບ້ານເຮືອນຂອງພວກເຂົາເຈົ້າ ຍ້ອນການສູ້ລົບກັນເປັນເວລານຶ່ງເດືອນນັ້ນ
ເພີ້ມຂຶ້ນເປັນເກືອບ 5 ແສນຄົນແລ້ວ ຊຶ່ງຮວມທັງ 7,500 ຄົນທີ່ໄດ້ຫລົບໜີເຂົ້າໄປໃນ
ອູການດາ ຊູດານ ເຄັນຢາ ແລະອີທິໂອເປຍ.
ມີພົນລະເຮືອນຫລາຍໆຄົນ ໄດ້ພາກັນຂໍຫລົບໄພຈາກການສູ້ລົບກັນ ຢູ່ຕາມຄ້າຍຕ່າງໆ
ຂອງອົງການສະຫະປະຊາຊາດໃນຊູດານໃຕ້. ທີ່ນະຄອນນິວຢ໋ອກ ໂຄສົກຂອງສະຫະ
ປະຊາຊາດ ທ່ານ Martin Nesirky ໄດ້ກ່າວວ່າ ຈໍານວນຜູ້ຄົນທີ່ຢູ່ໃນຄ້າຍສະຫະປະຊາ
ຊາດ ໃນເມືອງ Malakal ທາງພາກເໜືອຂອງປະເທດນັ້ນ ໄດ້ເພີ່ມຂຶ້ນເປັນ 2 ເທົ່າຕົວ
ຫວ່າງໄວໆມານີ້ ເປັນຈຳນວນ 20 ພັນຄົນແລ້ວ.

Your browser doesn’t support HTML5