ມີຢ່າງໜ້ອຍ 20 ຄົນໄດ້ເສຍຊີວິດແລະໄດ້ຮັບບາດເຈັບອີກ 150 ຄົນໃນການໂຈມຕີຂອງອິສຣາແອລ ໃນວັນພະຫັດມື້ນີ້ ຢູ່ທີ່ວົງວຽນ ການຈະລາຈອນ ຂອງຂົງເຂດກາຊາ ໃນຂະນະທີ່ຊາວປາແລັສໄຕນ໌ ພາກັນລໍຖ້າການຊ່ວຍເຫຼືອດ້ານມະນຸດສະທຳ, ອີງຕາມການກ່າວຂອງເຈົ້າໜ້າທີ່ສາທາລະນະສຸກ ຂອງກຸ່ມຮາມາສ.
ກອງທັບອິສຣາແອລກ່າວວ່າ ຕົນກຳລັງດໍາເນີນການສືບສວນກ່ຽວກັບລາຍງານດັ່ງກ່າວ.
ນອກນັ້ນ, ຢູ່ໃນພາກກາງຂອງເຂດກາຊາກໍຍັງຖືກໂຈມຕີເຊັ່ນກັນ, ເຈົ້າໜ້າທີ່ສາທາລະນະສຸກຂອງປາແລັສໄຕນ໌ກ່າວວ່າ ການໂຈມຕີທາງອາກາດ ຂອງອິສຣາແອລໃນຕອນກາງຄືນ ໃສ່ບ້ານຫຼັງນຶ່ງໃນສູນອົບພະຍົບ ອາລ-ນູເຊຣັດທ໌ (Al-Nuseirat) ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ.
ໃນຂະນະດຽວກັນ, ຈຳນວນຜູ້ເສຍຊີວິດໂດຍລວມ ຈາກການໂຈມຕີໃນວັນພຸດແລ້ວນີ້ໃສ່ສູນຝຶກອົບຮົມຂອງສະຫະປະຊາຊາດ ທີ່ຕັ້ງຢູ່ທາງພາກໃຕ້ຂອງເຂດກາຊາ ເພີ້ມຂຶ້ນເປັນ 12 ຄົນ, ໂດຍມີຜູ້ໄດ້ຮັບບາດເຈັບອີກຫຼາຍກວ່າ 75 ຄົນ, ອີງຕາມລາຍງານຈາກທ່ານໂທມາສ ໄວທ໌ (Thomas White), ເຈົ້າໜ້າທີ່ອະວຸໂສກ່ຽວກັບຜູ້ອົບພະຍົບຊາວປາແລັສໄຕນ໌ຂອງອົງການສະຫະປະຊາຊາດ.
ອົງການບັນເທົາທຸກຂອງສະຫະປະຊາຊາດບໍ່ໄດ້ຖິ້ມໂທດຕໍ່ອິສຣາແອລໂດຍກົງ, ເຖິງແມ່ນກ່ອນໜ້ານີ້ໄດ້ກ່າວວ່າ ສະຖານທີ່ດັ່ງກ່າວຖືກຍິງໂດຍລົດຖັງ ແລະອິສຣາແອລກໍເປັນພຽງກອງກຳລັງດຽວ ທີ່ມີລົດຖັງຢູ່ໃນເມືອງໃຫຍ່ອັນດັບສອງຂອງເຂດກາຊາ.
Your browser doesn’t support HTML5
US Renews Calls for Israel to Protect Civilians in Gaza
ກອງທັບອິສຣາແອລ ກ່າວວ່າ ຕົນໄດ້ “ປະຕິເສດໃນຕອນນີ້” ທີ່ວ່າ ການໂຈມຕີດັ່ງກ່າວ ແມ່ນດຳເນີນໄປໂດຍເຮືອບິນ ຫຼື ປືນໃຫຍ່ຂອງຕົນ ແຕ່ຍັງຄົງດໍາເນີນການສືບສວນ ກ່ຽວກັບການໂຈມຕີດັ່ງກ່າວຢູ່.
ພວກເຂົາກ່າວວ່າ ຕຶກອາຄານອາດຈະໄດ້ຮັບການໂຈມຕີໂດຍລູກຈະຫຼວດຂອງກຸ່ມຮາມາສ.
ລົດຖັງຂອງອິສຣາແອລ ໄດ້ຍິງໂຈມຕີ ໃສ່ອ້ອມຮອບໂຮງໝໍສອງແຫ່ງໃນເມືອງ ຄານ ຢູນິສ, ເຊິ່ງເປັນການບັງຄັບໃຫ້ຊາວປາແລັສໄຕນ໌ ຕ້ອງແຕກໜີອອກຈາກຕົວເມືອງ ເພື່ອໄປຊອກຫາບ່ອນລີ້ໄພທີ່ປອດໄພ. ການໂຈມຕີຂອງອິສຣາແອລ ແມ່ນສ່ວນນຶ່ງໃນຄວາມພະຍາຍາມຂອງພວກເຂົາເຈົ້າເພື່ອຍຸຕິການຄວບຄຸມຂອງ ກຸ່ມຮາມາສຢູ່ເຂດກາຊາ, ເຊິ່ງເປັນດິນແດນທີ່ຍາວຢຽດລຽບໄປຕາມທະເລ ເມດີເຕີເຣນຽນ.