ສະຫະປະຊາຊາດວ່າ ມຽນມາຕ້ອງປ່ອຍ ພວກນັກໂທດການເມືອງ

  • ໄພສານ ວໍຣະຈັກ

ລັດຖະມົນຕີກະຊວງແຮງງານ ແລະສັງຄົມສົງເຄາະຂອງມຽນມາ ທ່ານ Aung Kyi (ຂວາ) ອ່ານຖະແຫຼງການ ຕໍ່ສື່ມວນຊົນ ລຸນຫຼັງທີ່ໄດ້ພົບປະກັບທ່ານນາງອອງຊານຊູຈີ (ຊ້າຍ) ຜູ້ນຳປະຊາທິປະໄຕຂອງມຽນມາ ທີ່ບ້ານພັກ Seinlekhanthar ຂອງລັດຖະບານ (25 ກໍລະກົດ 2011)

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວວ່າ ລັດຖະບານມຽນມາຕ້ອງປ່ອຍພວກນັກ
ໂທດການເມືອງທີ່ຍັງເຫຼືອຢູ່ທັງໝົດ ແມ່ນເປັນເລື່ອງຮີບດ່ວນອັນທຳອິດໃນການປັບປຸງຄວາມ ສຳພັນກັບປະຊາຄົມນາໆຊາດ.

ອີງຕາມຖະແຫຼງການຂອງອົງການສະຫະປະຊາຊາດແລ້ວທ່ານ Ban Ki-moon ກ່າວໃນມື້
ວັນສຸກວານນີ້ວ່າມັນເປັນບາດກ້າວທີ່ສຳຄັນສຸດທີ່ລັດຖະບານມຽນມາຄວນເອົາ. ທ່ານໄດ້ສະ ແດງຄວາມຊົມເຊີຍຕໍ່ການດຳເນີນມາດຕະການປະຕິຮູບຂອງລັດຖະບານມຽນມາເມື່ອໄວໆມາ
ນີ້ແລະກ່າວວ່າ ທ່ານຫວັງວ່າຈະນຳພາໄປສູ່ການດຳເນີນການທີ່ໜັກແໜ້ນໃນອີກບໍ່ດົນນີ້ທີ່ຈະ
ສ້າງຄວາມກ້າວໜ້າໄປສູ່ສັນຕິພາບ ປະຊາທິປະໄຕ ແລະຄວາມວັດທະນາຖາວອນ.

ຖະແຫຼງການຂອງສະຫະປະຊາຊາດເວົ້າວ່າທ່ານ Ban ຍັງໄດ້ສະແດງໃຫ້ເຫັນ ເຖິງການອະ
ນຸມັດຂອງທ່ານກ່ຽວກັບການພົບປະລະຫວ່າງລັດຖະບານມຽນມາແລະທ່ານນາງອອງຊານ
ຊູຈີນັກເຄື່ອນໄຫວເພື່ອປະຊາທິປະໄຕໃນສັບປະດານີ້.

ທ່ານນາງອອງຊານຊູຈີໄດ້ພົບປະກັບລັດຖະມົນຕີກະຊວງແຮງງານທ່ານ Aung Kyi ໃນມື້
ວັນຈັນແລ້ວ ທີ່ບ້ານພັກຂອງລັດຖະບານໃນນະຄອນຢ່າງກຸ້ງ ຊຶ່ງເປັນການພົບປະລະດັບສູງ
ເທື່ອທຳອິດຂອງລັດຖະບານ ນັບແຕ່ທ່ານນາງໄດ້ຖືກປ່ອຍຈາກການັກບໍລິເວນ ໃນເດືອນພະ
ຈິກປີກາຍ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດໃຫ້ຄວາມເຫັນດັ່ງກ່າວຕໍ່ລັດຖະມົນຕີການຕ່າງປະ
ເທດມຽນມາ ທ່ານ U Wunna Maung Lwin ໃນການໂອ້ລົມທາງໂທລະສັບ.