ສະຫະປະຊາຊາດ ບໍ່ພໍໃຈ ນໍາມຽນມາ

  • ໄພສານ ວໍຣະຈັກ

ເລຂາທິການໃຫຍ່ ຂອງອົງການ ສະຫະປະຊາຊາດ ທ່ານ BAN KI MOON ໄດ້ສະແດງຄວາມ ບໍ່ພໍໃຈ ໃນມື້ວັນຈັນວານນີ້ ນໍາ ການທີ່ລັດຖະບານມຽນມາ ບໍ່ໄດ້ ສະໜອງຕອບຕໍ່ການ​ດໍາ​ເນີນ ຄວາມພະຍາຍາມຂອງທ່ານ ເພື່ອຫາທາງພົວພັນກັນ​ນັ້ນ.

ໃນກອງປະຊຸມຖະແຫຼງຂ່າວ ທີ່ນະຄອນນິວຢອກ ທ່ານ BAN ກ່າວວ່າ ທ່ານແລະທີ່ປຶກສາ ພິເສດ ກ່ຽວກັບມຽນມາຂອງທ່ານ ໄດ້ດຳເນີນທຸກຄວາມພະຍາຍາມ ເພື່ອສືບຕໍ່ຫາທາງພົວ ພັນກັບພວກເຈົ້າໜ້າທີ່ຂອງມຽນມາ.

ຜູ້ນຳຂອງອົງການສະຫະປະຊາຊາດເວົ້າວ່າ ທ່ານໄດ້ສະແດງອອກຢ່າງຈະແຈ້ງ ເຖິງຄວາມ ວິຕົກກັງວົນ​ ແລະຄວາມຄາດຫວັງ ກ່ຽວກັບຂັ້ນຕອນ ທາງດ້ານການເມືອງ ຮວມທັງການ ເລືອກຕັ້ງທີ່ມຽນມາ ຊຶ່ງມີແຜນການ ຈະຈັດຂຶ້ນພາຍໃນທ້າຍປີນີ້.

ທ່ານກ່າວຕື່ມວ່າ ແຫຼ່ງທີ່ມາຂອງຄວາມບໍ່ພໍໃຈ ກໍຄືມາຈົນເຖິງບັດນີ້ມຽນມາກໍບໍ່ໄດ້ສະໜອງ ຕອບຕໍ່ການດຳເນີນ ຄວາມພະຍາຍາມເຫຼົ່ານີ້.

ທ່ານ BAN ເອີ້ນການບໍ່ໃຫ້ຄວາມຮ່ວມມື ຂອງລັດຖະບານທະຫານມຽນມາວ່າ ບໍ່ມີຫຍັງ ເລີຍນອກໄປຈາກ ການສູນເສຍໂອກາດ ສຳລັບມຽນມາ.

ທ່ານກ່າວວ່າ ທ່ານຈະກ່າວເນັ້ນເພີ້ມຕື່ມ ເຖິງທັດສະນະຂອງທ່ານ ໃນລາຍງານປະຈຳປີ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ.