ສປຊ ເຕືອນກ່ຽວກັບ ການເລືອກຕັ້ງໃນມຽນມາ

  • ບົວສະຫວັນ

ສະມາຊິກຂອງພັກ ປະຊາທິປະໄຕມຽນມາ ຜູ້ນຶ່ງກໍາລັງຍື່ນ ໃບໂຄະນາກ່ຽວກັບພັກຂອງຕົນ ແກ່ຄົນຂັບລົດແທັກຊີ ໃນໄລຍະຫາສຽງ ທີ່ນະຄອນ ຢ້າງກຸ້ງໃນ ວັນທີ 19 ຕຸລາ 2010

ຜູ້ລາຍ​ງານພິ​ເສດຂອງ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​​ເລື້​ອງສິດທິ​ມະນຸດ​ໃນ​ມຽນມາ​ໄດ້​ກ່າວ ເຕືອນ ​ໃນ​ວັນ​ພະຫັດ​ອາທິດແລ້ວນີ້ວ່າ ສະພາບ​ເງື່ອນ​ໄຂ ທີ່​ຈະ​ເຮັດ​ໃຫ້​ການ​ເລືອກ​ຕັ້ງ​​ ມີເສ​ລີ​ພາບ, ມີ​ຄວາມ​ຍຸດຕິ​ທໍາ ​ແລະ ​ເຊື່ອ​ຖື​ໄດ້ ​ຢູ່​ປະ​ເທດນັ້ນ ​ແມ່ນມີໜ້ອຍ ຫລາຍ. ​ທ່ານ Thomas Ojea Quintana ​ເວົ້າວ່າ ຂັ້ນຕອນ​ການ​ເລືອກ​ຕັ້ງ ແມ່ນມີ​ຄວາມ​ຂາດຕົກ​ບົກ​ຜ່ອງ​ຢ່າງ​ຫລວງຫລາຍ ​ໃນ​ປະ​ເທດ​ເອ​ເຊຍດັ່ງກ່າວ ທີ່ຮູ້ກັນອີກ​ຢ່າງ​ນຶ່ງວ່າ ມຽນມານັ້ນ.

ຜູ້ລາຍ​ງານພິ​ເສດຂອງ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບເລື້​ອງ
ສິດທິ​ມະນຸດ​ໃນ​ມຽນມາ​ໄດ້​ກ່າວເຕືອນ​ໃນ​ວັນ​ພະຫັດ​ອາ
ທິດແລ້ວນີ້ວ່າ ສະພາບ​ເງື່ອນ​ໄຂ ທີ່​ຈະ​ເຮັດ​ໃຫ້​ການ​ເລືອກ​
ຕັ້ງມີເສ​ລີ​ພາບ, ມີ​ຄວາມ​ຍຸດຕິ​ທໍາ ​ແລະ ​ເຊື່ອ​ຖື​ໄດ້ ​ຢູ່​ປະ
ເທດນັ້ນ ​ແມ່ນມີໜ້ອຍ ຫລາຍ. ທ່ານ Thomas Ojea
Quintana ​ເວົ້າວ່າ ຂັ້ນຕອນ​ການ​ເລືອກ​ຕັ້ງແມ່ນມີ​ຄວາມ​
ຂາດ​ຕົກ​ບົກ​ຜ່ອງ​ຢ່າງ​ຫລວງຫລາຍ ​ໃນ​ປະ​ເທດ​ເອ​ເຊຍດັ່ງ
ກ່າວ ທີ່ຮູ້ກັນອີກ​ຢ່າງ​ນຶ່ງວ່າ ມຽນມານັ້ນ.

ທ່ານ Thomas Ojea Quintana ຜູ້ລາຍ​ງານພິ​ເສດຂອງ ສະຫະ​ປະຊາ​ຊາດ​ ກ່ຽວ​ກັບເລື້​ອງ ສິດທິ​ມະນຸດ​ໃນ​ມຽນມາ​ ​

ທ່ານ Thomas Ojea Quintana ຜູ້ລາຍ​ງານ
ພິ​ເສດຂອງ​ອົງການ​ສະຫະ
ປະຊາ​ຊາດໄດ້​ໄລ່ ເຫດຜົນ
ອອກ​ມາເປັນຂໍ້ໆ​ ກ່ຽວ​ກັບ
ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຄິດ​ວ່າ
ການ​ເລືອກ​ຕັ້ງສະພາຂອງ​ມຽນມາຈະ​ບໍ່​ເປັນ​ໄປ​ໃນ​ທາງ​ທີ່ໜ້າ
ເຊື່ອຖື​ໄດ້:

“​ເສລີພາບ​ໃນ​ການສະ​ແດງ​ອອກ​ແລະ​ເສລີພາບ​ໃນ​ການ​
ໂຮມ​ຊຸມນຸມ​ແລະ​ການຈັດ​ຕັ້ງ​ສະມາຄົມ ​ແມ່ນ​ໄດ້​ຖືກ​
ຈໍາກັດ​ຮັດ​ແຄບ​ເຂົ້າ​ໄປ​ຕື່ມ ຜ່ານ​ການ​ນໍາໃຊ້​ກົດໝາຍ
ການ​ເລືອກ​ຕັ້ງ​ແລະ​ຂໍ້​ຊີ້​ນໍາຕ່າງໆ​ຂອງ​ຄະນະ​ກໍາມະການ​ເລືອກ​ຕັ້ງ. ບໍ່​ໄດ້​ມີ​ການ
ປ່ອຍ​ໂຕ​ນັກ​ໂທດ​ຈິດ​ສໍານຶກ​ຈັກ​ຄົນ. ​ຂ້າພະ​ເຈົ້າ​ຂໍ​ຢໍ້າອີກວ່າເງື່ອນໄຂທີ່ແທ້ຈິງ​ຂອງ​
ການ​ເລືອກ​ຕັ້ງ​ ແມ່ນ​ມີ​ຢູ່​ຢ່າງ​ຈໍາກັດ​ພາຍ​ໃຕ້​ສະພາບ​ການ​ປັດຈຸບັນ. ຄວາມ​ສາ
ມາດ​ບົ່ມ​ຊ້ອນ​ຂອງ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ໃນ​ການ​ນໍາມາຊຶ່ງ​ການ​ປ່ຽນ​ແປງ​ທີ່​ມີຄວາມ
ໝາຍ​ ​ແລະ​ການ​ປັບປຸງ​ສະຖານະ​ການ​ດ້ານ​ສິດທິ​ມະນຸດ​ໃຫ້ດີ​ຂຶ້ນ ໃນ​ມຽນມານັ້ນ​
ແມ່ນ​ຍັງ​ຄົງ​ເປັນ​ເລື້ອງ​ທີ່​ບໍ່​ແນ່ນອນ​ຢູ່.

ທ່ານ Quintana ທີ່​ເປັນ​ຜູ້​ຊ່ຽວຊານອິດ​ສະລະ ບໍ່ຂຶ້ນກັບ​ອົງກາ​ນໃດໆ ​ແລະກໍ​ເປັນ​ທະ
ນາຍຄວາມ​ດ້ານ​ສິດທິ​ມະນຸດ​ນັ້ນ ຍັງ​ໄດ້​ສະ​ແດງ​ຄວາມເປັນ​ຫ່ວງ ​ກ່ຽວກັບ​ສະພາບການ
ທີ່​ຂາດການ ລວມ​ເອົາ​ຫລາຍ​ຝ່າຍ​ເຂົ້າຮ່ວມໃນ​ການ​ເລືອກ​ຕັ້ງ ຄັ້ງທີ່​ຈະ​ມາ​ເຖິງ​ນີ້. ທ່ານ
ກ່າວ ວ່າ ພວກທີ່​ມີສ່ວນ​ໄດ້​ສ່ວນ​ເສຍ​ທີ່​ສໍາຄັນ ​ທີ່ ໄດ້ຖືກ​ຍົກ​ເວ້ນ​ຈາກ​ການເລືອກ​ຕັ້ງ
ນັ້ນຕ້ອງໄດ້ຮັບ​ອະນຸຍາດ​ໃຫ້​ສະ​ແດງຄວາມ​ຄິດ​ເຫັນຂອງ​ເຂົາ​ເຈົ້າ ຖ້າ​ຫາກ​ວ່າຢາກ​ໃຫ້
ຂັ້ນຕອນ​ການ​ສ້າງ​ຄວາມ​ປອງ​ດອງ​ຊາດ ​ໃນ​ມຽນມາມີ​ຄວາມ​ຄືບໜ້າ​ໄປ​ໄດ້.

ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ພັກ​ສັນ​ນິ ບາດ​ແຫ່ງ​ຊາດ​ເພື່ອປະຊາທິ​ປະ​ໄຕ ທີ່ຖືກກັກຂັງທີ່ກຸງຢ້າງກຸ້ງ ປະເທດມຽນມາ

ທ່ານ​ກ່າວ​ອີ​ກວ່າ ນຶ່ງ​ໃນຫລາຍໆຄົນ​ນັ້ນກໍ​ຄື
ທ່ານ​ນາງ ອອງຊານ ຊູ​ຈີ ຜູ້​ນໍາ​ພັກ​ສັນ​ນິບາດ
ແຫ່ງ​ຊາດ​ເພື່ອປະຊາທິ​ປະ​ໄຕ​ ຊຶ່ງ​ພັກຂອງ
ທ່ານ​ນາງໄດ້​ຮັບໄຊຊະນະໃນ​ການ​ເລືອກ​ຕັ້ງ
ຄັ້ງ​ແລ້ວນີ້ ທີ່​ຈັດ​ຂຶ້ນ​ໃນ​ປີ 1990 ນັ້ນ ​ແຕ່​ບໍ່​
ເຄີຍ​ໄດ້ຮັບອະນຸ ຍາດ​ໃຫ້​ເຂົ້າກໍາ​ອໍານາດ​ຈັກ​
ເທື່ອ. ​ໃນ​ລະຫວ່າງ​ຊຸມ​ປີ ຕັ້ງ​ແຕ່​ນັ້ນ​ມາ​ຈົນ​
ຮອດ​ປັດຈຸບັນ​ນີ້ ທ່ານ​ນາງໄດ້​ຖືກກັກ​ຂັງ​ເປັນ
ໄລຍະໆ ​ ເປັນເວລາຫລາຍ​ໆປີ. ກໍານົດ​ການ
ຖືກກັກ​ຂັງບໍລິ​ເວນຂອງ​ທ່ານ​ນາງ ​ໃນ​ປັດຈະ
ບັນ​ນີ້ ແມ່ນຈະສິ້ນສຸດລົງ ໃນ​ສອງສາມມື້ລຸນ
ຫລັງການ​ເລືອກ​ຕັ້ງໃນ​ຄັ້ງ​ນີ້ ​ຊຶ່ງ​ເຮັດ​ໃຫ້​ທ່ານ​
ນາງ​ ບໍ່ມີສິດ​ເຂົ້າຮ່ວມໃນ​ການເລືອກຕັ້ງຜູ້​
ແທນ​ໃນ​ຄັ້ງນີ້​ໄດ້.

ທ່ານ Quintana ຜູ້ລາຍ​ງານພິ​ເສດຂອງ​ສະຫະ​ປະຊາ​ຊາດ ​ໄດ້ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ
ທ່ານ​ນາງ ອອງຊານ ຊູ​ຈີ ​ພ້ອມ​ກັບ​ນັກ​ໂທດ​ການ​ເມືອງຫລາຍ​ກວ່າ 2 ພັນ​ຄົນ ​ໃນ​ມຽນ
ມາ.

ທ່ານຍັງ​ກ່າວ​ອີກ​ວ່າ ຄວາມ​ຍຸດຕິ​ທໍາ ​ແລະ ການ​ມີ​ຄວາມຮັບຜິດ​ຊອບ ​ແມ່ນເປັນສິ່ງ​ຈໍາ
ເປັນ ​ຕໍ່​ການ​ດໍາ​ເນີນ​ຂັ້ນຕອນການ​ສ້າງ​ຄວາມ​ປອງ​ດອງ​ຊາດ ທີ່​ຈະ​ເຮັດ​ໃຫ້ການຂ້າມ​ຜ່ານ
ໄປ​ສູ່​ປະຊາ​ທິ​ປະ​ໄຕສໍາ​ເລັດ​ຜົນ​ໄດ້. ທ່ານ​ກ່າວ​ຕື່ມ​ວ່າ ​ແນວ​ຄິດ​ນຶ່ງທີ່​ສາມາດ​ເຮັດ​ໄດ້​ກໍ​ຄື​ໃຫ້
ຈັດ​ຕັ້ງຄະນະ​ກໍາມາ​ທິການສືບສວນສອບ​ສວນ ເບິ່ງກໍລະນີກໍ່ອາຊະ​ຍາ​ກໍາສົງຄາມ ຫລື ກໍ່​
ໂທດ​ກໍາ​ຕ້ານມະນຸດຊາດ ທີ່​ອາດ​ໄດ້ມີຂຶ້ນນັ້ນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ:

ຄະນະ​ກໍາມາ​ທິການສືບສວນ​ສອບ​ສວນ ບໍ່​ຄວນ​ຖືກ​ຕີ​ລາຄາ​ວ່າ​ເປັນ​ພາ​ຫາ​ນະ​ເພື່ອ
ທໍາ​ການ​ລົງ​ໂທດ​ລັດ​ຖະ​ບານມຽນມາ​ ​ແຕ່​ຄວນ​ຖືກ​ເບິ່ງ​ເຫັນ​ວ່າອາ​ດສາມາດ
ເປັນ
ເຄື່ອງມື​ ເພ່ືອຊ່ອຍ​ມຽນມາ​ໃຫ້​ຫາ​ທາງ​ຫລີກ​ເວ້ນເລື້ອງ​ການ​ລົງ​ໂທດ​ ແລະ​ປ້ອງ​
ກັນການລະ​ເມີດ​ສິດທິ​ມະນຸດ​ໃນ​ອະນາຄົດ.


ທ່ານ Quintana ​ເວົ້າວ່າ ​ໃນ​ຕອນ​ທີ່​ທ່ານນໍາ​ສະ​ເໜີ ລາຍ​ງານ​ສະບັບຫລ້າ​ສຸດຂອງ​ທ່ານ​ຕໍ່​
ສະມັດຊາໃຫຍ່ ສະຫະ​ປະຊາ​ຊາດ ​ໃນ​ວັນ​ພຸດອາທິດ​ແລ້ວນີ້ ກໍໄດ້ມີ​ຫລາຍໆປະ​ເທດ ລວມ
ທັງສະຫະລັດນໍາທີ່​ໄດ້​ສະ​ແດງການ​ສະໜັບສະໜຸນ​ເຫັນ​ດີນໍາແນວ ​ຄິດດັ່ງກ່າວ. ​ພວກ​ກຸ່ມ
ປົກ​ປ້ອງ​ສິດທິ​ມະນຸດ ກໍ​ໄດ້​ກົດ​ດັນ​ຢາກ​ໃຫ້​ຕັ້ງ​ຄະນະ​ກໍາມາ​ທິການ​ແບບ​ນັ້ນ ຂຶ້ນ​ເຊ່ນ​ກັນ.

ຜູ້ລາຍ​ງານພິ​ເສດຂອງ​ສະຫະ​ປະຊາ​ຊາດທ່ານ​ນີ້ ​ໄດ້​ເດີນທາງ​ໄປມຽນມາ 3 ຄັ້ງ ​ແຕ່​ວ່າ
ການ​ຂໍໄປຢ້ຽມຢາມປະ​ເທດ​ດັ່ງກ່າວ​ໃນ​ເທື່ອ​ສຸດ​ທ້າຍ​ ​ກ່ອນໜ້າການ​ເລືອກ​ຕັ້ງນັ້ນ ໄດ້ຖືກ​
ປະຕິ​ເສດ. ​ແຕ່ຢ່າງ​ໃດກໍ​ຕາມ ທ່ານ​ກໍ​ໄດ້​ກ່າວ​ຊົມ​ເຊີຍ ລັດຖະບານມຽນມາ ທີ່ໄດ້​ໃຫ້
ຄວາມຮ່ວມມື​ແກ່​ທ່ານ ​ໃນການຢ້ຽມຢາມຄັ້ງກ່ອນໆ ຂອງທ່ານ ຊຶ່ງ​ທ່ານເວົ້າວ່າ​ ທ່ານ​ໄດ້
ໄປ​ຢ້ຽມຢາມ ນັກ​ໂທດ​ການ​ເມືອງຫລາຍ​ຄົນ ​ໄດ້ພົບ​ກັບຜູ້ຕາງໜ້າພັກ​ການ​ເມືອງ​ຕ່າງໆ
ແລະ​ໄດ້​ເດີນທາງ​ໄປ​ຍັງເຂດ​ຊາຍ​ແດນ ລວມທັງ​ເຂດ​ເໜືອຂອງ​ແຄວ້ນຣາຄິນ ​ແລະ ​ແຄວ້ນ
ກາ​ຢິນ.