ຜູ້ນຳກຸ່ມຕາລີບານ ທີ່ຖືກຂຶ້ນບັນຊີດຳໂດຍ ສ​ປ​ຊ ກາຍເປັນນາຍົກລັດຖະມົນຕີຮັກສາການ ຂອງອັ​ຟ​ກາ​ນິ​ສ​ຖານ

ກຸ່ມຕາລີບານໃນອັຟການິສຖານ ໄດ້ແຕ່ງຕັ້ງ ທ່ານ ອັບດູລ ຄາເບຍ ເປັນນາຍົກລັດຖະມົນຕີຮັກສາການ, ມັນໄດ້ຖືກປະກາດໃນວັນທີ 17 ພຶດສະພາ 2023. (ຮູບພາບໂດຍສື່ທາງການຂອງກຸ່ມຕາລີບານ)

ກຸ່ມຕາລີບານໃນອັຟການິສຖານ ຢືນຢັນໃນວັນພຸດນີ້ວ່າ ພວກເຂົາເຈົ້າໄດ້ແຕ່ງຕັ້ງ ນາຍົກລັດຖະມົນຕີຮັກສາການ ເພື່ອຮັບຜິດຊອບວຽກງານປະຈຳວັນ ໂດຍກ່າວວ່າ ຜູ້ຢູ່ໃນຕໍາແໜ່ງ, ມູລລາ ຕາຊານ ອາຄຸນ (Mohammad Hasan Akhund) ບໍ່ສະບາຍ ແລະຕ້ອງການເວລາພັກຟື້ນ.

ຫົວ​ໜ້າ​ຄົນ​ໃໝ່​ຂອງ​ຄະນະ​ລັດຖະບານ ທີ່ເປັນເພດຊາຍທັງໝົດຂອງ​ກຸ່ມ​ຕາ​ລີ​ບານ, ​ທ່ານ ອັບດູລ ຄາເບຍ (Abdul Kabir), ເຊິ່ງຢູ່​ພາຍ​ໃຕ້​ການ​ລົງ​ໂທດຂອງ​ອົງການ​ສະຫະ​ປະຊາ​ຊາດ ທີ່​ກ່ຽວ​ຂ້ອງ​ກັບ​ການ​ກໍ່​ການ​ຮ້າຍ ພ້ອມດ້ວຍ​ສະມາຊິກ​ອະວຸ​ໂສອີກຫຼາຍຄົນ​ໃນ​ລັດຖະບານ​ຫົວ​ແຂງ​ກະດ້າງ​ຂອງ​ທ່ານ. ທ່ານ​ໄດ້​ຮັບ​ການເລື່ອນຕໍາແໜ່ງ ຈາກຮອງ​ນາຍົກລັດຖະມົນຕີ ຮັບ​ຜິດ​ຊອບຝ່າຍການ​ເມືອງ.

ໂຄສົກຂອງກຸ່ມຕາລີບານ ທ່ານຊາບີຮູລລາ ມູຈາຮິດ (Zabihullah Mujahid) ໄດ້ປະກາດ ​ການປ່ຽນແປງອຳນາດດັ່ງ​ກ່າວ ຜ່ານທາງ Twitter. ທ່ານກ່າວວ່າ ທ່ານ ອາຄຸນ (Akhund), ອາຍຸ 78 ປີ, ຢູ່ທີ່​ເມືອງການດາຮາ (Kandahar) ທາງພາກໃຕ້ຂອງປະ​ເທດມາ​ໄດ້ໄລຍະນຶ່ງ​ແລ້ວ ເພື່ອຮັບການປິ່ນປົວ ແລະພັກຜ່ອນ, ແລະ ທ່ານຈະກັບຄືນໄປນະຄອນຫຼວງ ກາບູລ (Kabul) ໃນໄວໆນີ້ ເພື່ອສືບຕໍ່ປະຕິບັດໜ້າທີ່ຂອງທ່ານ.

"ມັນເປັນເລື່ອງປົກກະຕິໃນຂະບວນການຂອງການປົກຄອງ ສໍາລັບຜູ້ປົກຄອງທີ່ຈະຕ້ອງຮັບຜິດຊອບ ເພື່ອຮັບປະກັນວ່າ ການບໍລິຫານງານ ເປັນໄປຢ່າງຮຽບຮ້ອຍ", "ບໍ່ມີໃຜຕ້ອງກັງວົນກ່ຽວກັບເລື້ອງນີ້, ແລະພວກເຂົາບໍ່ຄວນໃຊ້ມັນເພື່ອການໂຄສະນາຊວນເຊື່ອ." ທ່ານ ມູຈາຮິດ (Mujahid) ຂຽນ.

ອ່ານຂ່າວນີ້ເປັນພາສາອັງກິດ