ການຊົມໃຊ້ຢາບ້າໃນເອເຊຍ ກຳລັງເພີ້ມສູງຂຶ້ນ

  • ບົວສະຫວັນ

ທ່ານນາງ Deepika Naruka ເຈົ້າໜ້າທີ່ປະສານງານຂອງຫ້ອງການ UNODC ປະຈຳບາງກອກ ທີ່ເວົ້າວ່າ ກະແສຟອງຂອງການຈັບກຸມ ພວກຄ້າຢາເສບຕິດ ທີ່ຜິດກົດໝາຍຈາກອີຣ່ານ ຢູ່ໃນທົ່ວເຂດເອເຊຍ ຕະຫລອດໄລຍະ 2 ປີຜ່ານມານີ້ເພີ້ມຂຶ້ນຫລາຍຢ່າງໜ້າປະຫລາດໃຈ

ລາຍງານສະບັບນຶ່ງ ຂອງອົງການສະຫະປະຊາຊາດ ກ່ຽວກັບການຄ້າຢາເສບຕິດໃນລະ ຫວ່າງ ປະເທດເຕືອນວ່າ ຄວາມຕ້ອງການຊົມໃຊ້ ຢາກະຕຸ້ນປະສາດປະເພດຢາບ້າ ຫລື amphetamine ທີ່ເອີ້ນຫຍໍ້ວ່າ ATS ນັ້ນ ແລະປະລິມານຂອງຢານີ້ ກຳລັງມີແນວໂນ້ມ ສູງຂຶ້ນເລື້ອຍໆ ໃນທົ່ວຂົງເຂດເອເຊຍ ຊຶ່ງຍັງມີມຽນມາເປັນແຫລ່ງຜະຫລິດຕົ້ນຕໍຢູ່ ຄືເກົ່າ. ແຕ່ວ່າດັ່ງທີ່ ນາຍ Ron Corbon ຜູ້ສື່ຂ່າວວີໂອເອ ລາຍງານມາຈາກບາງກອກ ກໍແມ່ນວ່າ ນອກນີ້ແລ້ວພວກເຈົ້າໜ້າທີ່ສະຫະປະຊາຊາດຍັງໄດ້ເຕືອນອີກວ່າມີການໂຜ່ຕົວຂຶ້ນມາຂອງ ພວກແກ໊ງຄ້າຢາເສບຕິດຈາກ ອີຣານ ແລະ ອາຟຣິກາຕາເວັນຕົກ ທີ່ກໍາລັງແຊກຊຶມເຂົ້າໄປ ໃນເອເຊຍອີກດ້ວຍ.

ໃນລາຍງານສະບັບນຶ່ງ ກ່ຽວກັບແນວໂນ້ມຂອງການຄ້າຢາເສບຕິດໃນເອເຊຍນັ້ນ ອົງການສະ
ຫະປະຊາຊາດເວົ້າວ່າ ຢາກະຕຸ້ນປະສາດ​ປະ​ເພດຢາບ້າ ເອີ້ນ​ຫຍໍ້​ວ່າ ATS ຫລື​ເອີ້ນ​ກັນ​ທົ່ວ​
ໄປວ່າ amphet-amine ຫລື methamphetamine ກໍ​ຄືຢາບ້ານັ້ນ​ ​ແລະຢາທີ່ປະສົມ
ຈາກສານເຄມີຊະນິດອື່ນໆ ດຽວນີ້ໄດ້ກາຍມາເປັນ “ໄພຂົ່ມຂູ່ດ້ານຢາເສບຕິດອັນ​ດັບ​ນຶ່ງ”
ຕໍ່​ຂົງ​ເຂດ​ເອ​ເຊຍ ແທນຢາເສບຕິດແບບດັ້ງເດີມ ເຊັ່ນ ເຮໂຣອິນ, ຢາຝິ່ນ ຫລື ກັນຊາທີ່
ເຄີຍໃຊ້ກັນມານັ້ນ.

ຢາບ້າ ຫລືamphetamine ທີ່ເອີ້ນຫຍໍ້ວ່າ ATS

ບົດລາຍງານສະບັບດັ່ງກ່າວ ທີ່ຫ້ອງການ
ຢາເສບຕິດແລະອາຊະຍາກໍາຂອງອົງການ
ສະຫະປະຊາຊາດ ຫລື UNODC ນຳອອກ
ເຜີຍແຜ່ ໃນວັນພະຫັດຜ່ານມານີ້ ເວົ້າວ່າ
ໃນໄລຍະປີຜ່ານມາ ມີຜູ້ຄົນ​ໃນລະຫວ່າງ 3
ລ້ານ ຫາ 20 ລ້ານຄົນ ພາກັນໃຊ້ຢາບ້າ
ຫລື ATS ນັ້ນ. ຢາທີ່ເຮັດໃຫ້ຄົນຕິດງ່າຍ​
ແລະຫລາຍພວກ​ນີ້ ​ແມ່ນສາມາດຜະຫລິດໄດ້
ໂດຍການໃຊ້ສານ pseudoephedrine ຊຶ່ງ
ເປັນສານລະບາຍ​ແກ້​ຕັນ​ດັງຊະໜິດນຶ່ງ ທີ່ມັກ
ພົບເຫັນຢູ່ໃນຢາ​ແກ້​ຫວັດ ທີ່ວາງຂາຍຕາມ
ຮ້ານຂາຍຢາທົ່ວໄປ.

ລາຍງານສະບັບນີ້ຍັງແຈ້ງໃຫ້ຮູ້ອີກວ່າ ມີແນວໂນ້ວເພີ້ມຂຶ້ນຂອງການເຄື່ອນໄຫວຂອງພວກ
ແກ໊ງອາຊຍາກໍາ ທີ່ມີການຈັດຕັ້ງກັນ, ໂດຍສະເພາະແມ່ນມາຈາກອີຣານ ແລະອາຟຣິກາຕາ
ເວັນຕົກ ທີ່ໄດ້ມີສ່ວນເຮັດໃຫ້ບັນຫາຢາເສບຕິດໃນພາກພື້ນເອເຊຍຕາເວັນອອກ ແລະເອ
ເຊຍຕາເວັນອອກສຽງໃຕ້ ຂະຫຍາຍໂຕອອກ.

ທ່ານ​ນາງ Deepika Naruka ເຈົ້າໜ້າທີ່ຂອງ UNODC ປະຈຳບາງກອກເວົ້າວ່າ ກະ ແສຟອງຂອງການຈັບກຸມພວກຄ້າຢາເສບຕິດ ທີ່ຜິດ ກົດໝາຍຈາກ​ອີຣ່ານ ຢູ່​ໃນທົ່ວເຂດ ເອເຊຍຕະຫລອດໄລຍະ 2 ປີຜ່ານມານີ້ ໄດ້ເຮັດໃຫ້ເຈົ້າໜ້າທີ່ຕຳຫລວດ ຫລືພວກປະຕິ ບັດກົດໝາຍປະຫລາດ​ໃຈ. ທ່ານນາງ Naruka ​ເວົ້າວ່າ:
ມັນເປັນແນວໂນ້ມໃໝ່ ຊຶ່ງຫາກໍ່ພຸ່ງຕົວຂຶ້ນມາ ພາຍໃນເວລາ 1 ປີທີ່​ຜ່ານ​ມາ​ນີ້. ໄດ້ມີ ການຈັບກຸມຄົນພວກນີ້ ຢູ່ໃນຫລາຍໆປະເທດເປັນຈຳນວນຫລວງຫລາຍ ຈົນພວກເຮົາຈໍາ​ເປັນ​ທີ່​ຈະ​ຕ້ອງພາກັນຊອກຫາເຫດຜົນວ່າ ເປັນຫຍັງມັນຈຶ່ງເກີດຂຶ້ນ ແຕ່ວ່າ ດຽວນີ້ພວກ ເຮົາຍັງ ບໍ່ສາມາດຫາຈຸດທີ່ເປັນສາເຫດທີ່ແນ່ນອນໄດ້ເທື່ອ.”

ຕຳຫລວດເຂົ້າກວດຄົ້ນຫາ ຢາເສບຕິດຢູ່ບ່ອນເຊື່ອງ ຊ້ອນຢາເສບຕິດແຫ່ງນຶ່ງ ທີ່ອິນໂດເນເຊຍ

ແນວໂນ້ມທີ່ນັບມື້ນັບສູງຂຶ້ນຂອງການຈັບກຸມຄົນສັນຊາດ
ອີຣານ ທີ່ພະຍາຍາມລັກລອບເອົາຢາບ້າ ໃນຮູບແບບທີ່
ເປັນຜົງຂາວໆ ແລະເປັນນ້ຳນັ້ນໄດ້ປາກົດໃຫ້ເຫັນຢູ່ໃນ
ຍີ່ປຸ່ນ, ອິນໂດເນເຊຍ, ມະເລເຊຍ, ຟີລິບປິນ ແລະ ໄທ.

ເຈົ້າໜ້າທີ່ຂອງ UNODC ເວົ້າວ່າ ການຄົ້ນຄວ້າໃນເບື້ອງ
ຕົ້ນ ໄດ້ຊີ້ໃຫ້ເຫັນວ່າມີຫລາຍປະເດັນນອນຢູ່ເບື້ອງຫລັງ
ແນວໂນ້ມທີ່ນັບມື້ນັບສູງຂຶ້ນນີ້ ອັນ​ໂຮມທັງຄວາມທຸກຈົນນຳ.

ຢູ່ໃນພາກພື້ນເອເຊຍ ແນວໂນ້ມຂອງຈຳນວນຄົນກິນຢາບ້າ

ການ​ເຜົາ​ທໍາລາຍ​ຢາ​ບ້າ​ຈໍານວນ 21 ລ້ານ​ 8 ​ແສນ​ກວ່າ​ເມັດ ໃນ​ວັນ​ທີ່ 27 ຕຸລາ​ທີ່​ຜ່ານ​ມາ​ນີ້ ທີ່ວຽງຈັນ, ລາວ

ຊະນິດ​ຜົງ​ ແລະ ຊະນິດເມັດທີ່​ມີ​ຫລາຍ​
ຂຶ້ນ​ນັບ​ມື້​ນັ້ນ​ ​ແມ່ນ​ເຫັນ​ໄດ້​ຢ່າງແຈ່ມແຈ້ງ
ຢູ່ໃນບຣູໃນ, ຈີນ,ມຽນມາ, ອິນໂດເນເຊຍ,
ສປປ ລາວ, ປາປົວ ນີວກີເນຍ, ມາເລເຊຍ,
ແລະຫວຽດນາມ.

ອົງການ UNODC ຍັງເວົ້າອີກວ່າ ລັດຖະ
ບານທະຫານມຽນມາກໍມີສ່ວນຂ້ອງກ່ຽວ
ກັບການຄ້າຢາເສບຕິດ​ເຊ່ນ​ກັນ ໃນລະດັບ
ອັນກວ້າງຂວາງກວ່າເກົ່າ.

ທ່ານ Gary Lewis, ຜູ້ຕາງໜ້າອົງການ UNODC ປະຈຳພາກພື້ນ ເອເຊຍ ແລະ ປາຊິຟິກ ທີ່​ມີ​ຫ້ອງການ​ຢູ່​ບາງກອກ ກ່າວວ່າ ພາກສ່ວນ​ທີ່ສໍ້ລາດບັງຫລວງ ຢູ່​ໃນວົງ​ການລັດຖະບານມຽນມາ ຄົງ​ມີການພົວ ພັນກັບການ
ຄ້າຢາເສບຕິດ. ທ່ານກ່າວເພີ້ມ ເຕີມວ່າ:

“ຖ້າຫາກວ່າ ມີສ່ວນບຸກຄົນແລະກຸ່ມຕ່າງໆທີ່ຄົບຄ້າສະມາຄົມກັນ ແລະບາງຄົນມີ
ການກ່ຽວ​ຂ້ອງ​ກັບລັດຖະບານທີ່ພົວພັນ​ຢູ່ໃນຂົງເຂດບ່ອນທີ່ມີສະພາວະການເມືອງ
ປ່ຽນແປງຢູ່ເລື້ອຍໆ ແລະມີການສໍ້ລາດ ບັງຫລວງ​ໃນ​ລະດັບສູງນັ້ນ ຊຶ່ງພວກເຈົ້າ
ໜ້າທີ່ມຽນມາ ທັງ ຫລາຍກໍ​ຄົງ​ຈະຍອມຮັບຢູ່ໃນກຸ່ມພວກເຂົາເຈົ້າເອງນັ້ນ ກໍ​ແມ່ນ
ຈະມີພວກບຸກຄົນ ແລະກຸ່ມ ຕ່າງໆ ຢູ່ໃນທຸກ​ພາກສ່ວນ​ຂອງການເມືອງ ທີ່ກ່ຽວພັນ ກັບການເຄື່ອນໄຫວດ້ານຢາເສບຕິດ”

ນອກນີ້ແລ້ວ ຫ້ອງການຢາເສບຕິດ ແລະອາຊະຍາກໍາອົງການສະຫະປະຊາຊາດ ຫລື UNODC ຍັງໄດ້​ເຕືອນວ່າ ມີການໃຊ້ ແລະ ລັກ ລອບຄ້າຂາຍຢາກະຕຸ້ນປະສາດ ketamine ທີ່ໃຊ້ໃນຢາປົວຄົນ ແລະສັດນັ້ນ ເພີ່ມຫລາຍຂຶ້ນ​ເຊ່ນ​ກັນ ໃນຂົງເຂດເອເຊຍ ຕາເວັນອອກ ແລະຕາເວັນອອກສຽງໃຕ້. ອົງການUNODC ກ່າວວ່າມີ​ການ​ຍຶດ​ໄດ້ຢາ ketamine ເກືອບຮອດ 7 ​ໂຕນ ໃນປີ 2009 ໃນທົ່ວໂລກ ຊຶ່ງປະມານ 85 ເປີເຊັນ ແມ່ນຍຶດ​ໄດ້ ຢູ່ໃນຂົງເຂດເອເຊຍ.

ລາຍງານເວົ້າຕໍ່ໄປວ່າ ນອກ​ນີ້​ແລ້ວ ການ​ເປີດ​ກ້ວາງເສດຖະກິດແລະ ການຄ້າຫລາຍ​ຂຶ້ນ ພ້ອມກັບການຍົກລະດັບລາຍໄດ້ໃນທ້ອງຖິ່ນນັ້ນ ກໍ​ໄດ້​ອໍາ​ນວຍ​ໂອກາດຫລາຍ​ຂຶ້ນນັບ​ມື້ ​ໃຫ້​ແກ່​ພວກອົງການອາຊະຍາກໍາຕ່າງໆ ໂຮມທັງ​ໂອ​ກາດ​ໃນການຜະລິດ ແລະການລັກລອບ
ຄ້າຂາຍຢາເສບຕິດຜິດກົດໝາຍນັ້ນ.