ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ໃຫ້ການອະ
ນຸມັດເປັນ ເທື່ອທຳອິດຕໍ່ສົນທິສັນຍາ ກ່ຽວກັບການຄ້າອາວຸດ
ຂອງໂລກທີ່ແນໃສ່ບໍ່ໃຫ້ອາວຸດຕົກໄປຢູ່ໃນມືຂອງພວກກໍ່ການ
ຮ້າຍ ແລະພວກກໍ່ອາດຊະຍາ ກຳສົງຄາມ. ອີຣ່ານ ເກົາຫລີ
ເໜືອ ແລະຊີເຣຍ ຄັດຄ້ານຕໍ່ສົນທິສັນຍາ ສະບັບນີ້ ດັ່ງດຽວ
ກັນກັບສະມາຄົມປືນຍາວແຫ່ງຊາດຊຶ່ງເປັນຜູ້ວິ່ງເຕັ້ນ ສະໜັບ
ສະໜຸນການຖືອາວຸດຢູ່ໃນສະຫະລັດນັ້ນ.
ສົນທິສັນຍາສະບັບນີ້ ໄດ້ຫ້າມບໍ່ໃຫ້ບັນດາບໍລິສັດຜະລິດອາ
ວຸດທຳມະດາ ຂາຍອາວຸດໂດຍກົງໃຫ້ແກ່ຜູ້ໃດຜູ້ນຶ່ງ ທີ່ສົງໄສ
ວ່າອາດກໍ່ອາດຊະ ຍາກຳຕ້ານມະນຸດຊາດ ຂ້າລ້າງເຊື້ອຊາດ
ເຜົ່າພັນ ແລະກໍ່ອາດຊະຍາ ກຳສົງຄາມ. ທ່ານ Thomas
Mayr-Harting ຫົວໜ້າຜູ້ແທນສະຫະ ພາບຢູໂຣບ ປະຈຳສະຫະປະຊາຊາດ ກ່າວວ່າ ສົນທິສັນຍານີ້ ຈະມີ ສ່ວນຊ່ວຍເຮັດໃຫ້ໂລກມີຄວາມສັນຕິພາບ.
“ສົນທິສັນຍາທີ່ເຮົາໄດ້ຕົກລົງກັນ ຈະເຮັດໃຫ້ການຄ້າອາວຸດທຳມະດາ ມີຄວາມຮັບຜິດ
ຊອບຫລາຍຂື້ນ ແລະໂປ່ງໃສ ຫລຸດຜ່ອນຄວາມເຈັບປວດຂອງມະນຸດ ແລະ ເປັນທີ່
ຈະແຈ້ງ ມີສ່ວນຊ່ວຍຕໍ່ສັນຕິພາບນາໆ ຊາດ ຄວາມປອດໄພ ແລະຄວາມໝັ້ນຄົງ.”
ອີຣ່ານ ແລະເກົາຫລີເໜືອ ຊຶ່ງທັງສອງຢູ່ພາຍໃຕ້ການຫ້າມ ບໍ່ໃຫ້ຂາຍ ອາວຸດໃຫ້ຂອງ
ສະຫະປະຊາຊາດ ໄດ້ລົງຄະແນນສຽງ “ບໍ່ເຫັນດີນຳ”. ເອກອັກຄະລັດຖະທູດເກົາຫລີເໜືອ ທ່ານ Ri Tong II ກ່າວວ່າ ສົນ ທິສັນຍາສະບັບນີ້ບໍ່ຍຸຕິທໍາ.
“ສາທາລະນະລັດ ປະຊາຊົນ ເກົາຫລີ ຂໍແບ່ງປັນແນວຄິດວ່າ ສົນທິ ສັນຍາສະບັບນີ້ບໍ່ມີຄວາມກໍ້າເກິ່ງ. ແລະພາຍໃຕ້ເນື້ອໄນ ປັດຈຸບັນນີ້ ແມ່ນຜົນປະໂຫຍດໄດ້ຮັບການແກ້ໄຂຢ່າງດີທີ່ສຸດ. ຄໍາຕອບແມ່ນເປັນທີ່ແຈ້ງຂາວ. ມັນເປັນຜົນປະໂຫຍດຂອງພວກສົ່ງອອກ. ມັນບໍ່ມີຄວາມກໍ້າເກິ່ງກັນ ລະຫວ່າງຜົນປະໂຫຍດຂອງພວກສົ່ງອອກ ແລະພວກນຳ ເຂົ້າ.

Your browser doesn’t support HTML5