ບັນດາອົງການຊ່ວຍເຫຼືອ ໄດ້ຢຸດການປະຕິບັດການຕ່າງໆ ໃນພາກພື້ນ ທິເກຣ (Tigray) ທີ່ໄດ້ຮັບຄວາມເດືອນຮ້ອນຂອງປະເທດ ເອທິໂອເປຍ, ບ່ອນທີ່ການໂຈມຕີທາງອາກາດທີ່ຮ້າຍແຮງໄດ້ຕົກຖືກສູນສຳລັບປະຊາຊົນທີ່ບໍ່ມີບ່ອນຢູ່ອາໄສຍ້ອນສົງຄາມຍາວ 14 ເດືອນຂອງປະເທດດັ່ງກ່າວ, ອີງຕາມການກ່າວຂອງອົງ ການສະຫະປະຊາຊາດໃນວັນອາທິດວານນີ້.
ການບຸກໂຈມຕີໄດ້ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງຈາກລັດຖະບານ ເອທິໂອເປຍ ໄດ້ປະກາດການຮຽກຮ້ອງສຳລັບ “ການປອງດອງຊາດ” ແລະ ໄດ້ກໍ່ໃຫ້ ເກີດການຮ້ອງຂໍຄັ້ງໃໝ່ຈາກປະຊາຄົມນານາຊາດທີ່ຢ້ານກົວ ເພື່ອໃຫ້ຢຸດຄວາມຂັດແຍ້ງທີ່ໂຫດຮ້າຍນັ້ນ.
ຫ້ອງການປະສານງານດ້ານສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ກ່າວໃນຖະແຫຼງການສະບັບນຶ່ງຕໍ່ອົງການຂ່າວ AFP ວ່າການໂຈມຕີໃນທ່ຽງຄືນຂອງວັນສຸກທີ່ຜ່ານມາໃນເມືອງເດເດບິດ (Dedebit) ທາງພາກຕາເວັນຕົກສຽງເໜືອຂອງ ທິເກຣ ໄດ້ “ກໍ່ໃຫ້ເກີດການບາດເຈັບ, ລວມທັງການເສຍຊີວິດຂອງພົນລະເຮືອນຈຳນວນຫຼວງຫຼາຍ,” ອີງຕາມຂໍ້ມູນເບື້ອງຕົ້ນຂອງເຂົາເຈົ້າ.
ເຂົາເຈົ້າໄດ້ກ່າວວ່າ “ບັນດາຄູ່ຮ່ວມມະນຸດສະທຳໄດ້ຢຸດກິດຈະກຳຕ່າງໆໄວ້ຊົ່ວ ຄາວໃນເຂດທີ່ວ່ານັ້ນຍ້ອນຍັງມີໄພຂົ່ມຂູ່ຂອງການໂຈມຕີດ້ວຍເຮືອບິນທີ່ບໍ່ມີຄົນຂັບ.”
ກຸ່ມກະບົດແນວໂຮມປົດປ່ອຍປະຊາດຊົນ ທິເກຣ ຫຼື TPLF ໄດ້ກ່າວວ່າການໂຈມຕີນັ້ນໄດ້ສັງຫານ 56 ຄົນ, ໃນຂະນະທີ່ເຈົ້າໜ້າທີ່ຢູ່ໂຮງໝໍຫຼັກຂອງພາກພື້ນໃນນະຄອນ ເມເຄເລ ໄດ້ລາຍງານຜູ້ເສຍຊີວິດ 55 ຄົນ ແລະ ບາດເຈັບ 126 ຄົນ.
ໂຄສົກກຸ່ມກະບົດ TPLF ທ້າວ ເກຕາຈິວ ເຣດາ (Getachew Reda) ຍັງໄດ້ກ່າວອ້າງໃນທວິດເຕີເມື່ອວັນອາທິດວານນີ້ວ່າ ກອງທັບ ເອຣິເທຣຍ ໄດ້ເປີດການໂຈມຕີໃສ່ນັກລົບຂອງພວກເຂົາໃນພາກຕາເວັນອອກສຽງເໜືອຂອງ ທິເກຣ ເມື່ອວັນເສົາທີ່ຜ່ານມາ.
ລາວໄດ້ກ່າວຫາ ເອຣິເທຣຍ ກ່ຽວກັບ ການພະຍາຍາມທີ່ຈະ “ທຳລາຍຄວາມພະຍາຍາມສ້າງສັນຕິພາບທຸກຢ່າງໃນພາກພື້ນຢ່າງເຫັນໄດ້ຊັດ ເພື່ອປົກປ້ອງຄວາມເປັນນຶ່ງດຽວຂອງ ເອທິໂອເປຍ.”