ສປຊ ວ່າ ມີພົນລະເຮືອນ ເສຍຊີວິດ ເພີ້ມຂື້ນ ໃນ ອັຟການິສຖານ (ວີດີໂອ)

ກໍາລັງຮັກສາຄວາມປອດໄພ ອັຟການິສຖານ ພວມຊ່ວຍເຫລືອ ຜູ້ໄດ້ຮັບບາດເຈັບ ຈາກການວາງລະເບີດ ທີ່ນະຄອນຫລວງ Kabul ຂອງອັຟການິສຖານ.

ສະຫະ​ປະຊາ​ຊາດກ່າວ​ວ່າ ສົງຄາມ​ໃນອັຟກາ​ນິສຖານ ​ໄດ້​ເຮັດ
​ໃຫ້ພົນລະ​ເຮືອນ​ເສ​ຍຊີວິດເພີ້ມຂຶ້ນ ຊຶ່ງ​ໃນປີກາຍ​ນີ້ ​ເປັນ​ປີທີ່ມີ
ພົນລ​ະ​ເຮືອນອັຟການິສຖານເສຍຊີ ວິດຫຼາຍທີ່ສຸດ ​ໃນ​ສົງຄາມ
ທີ່ດຳເນີນມາເປັນເວລາ 12 ປີ​.

ລາຍ​ງານ​ສະບັບ​ນຶ່ງ​ທີ່ນຳອອກເຜີຍ​ແຜ່ໃນ​ເສົາ​ມື້​ນີ້ ​ໂດຍ​ຫ້ອງ
ການ​ໃຫ້ຄວາມຊ່ວຍ​ເຫລືອສະຫະ​ປະຊາ​ຊາດ ທີ່​ອັຟກາ​ນິສ
ຖານ ກ່າວ​ວ່າ ຈໍານວນ​ພົນລະ​ເຮື​ອນ ທີ່​ເສຍ​ຊີວິດແລະ​ໄດ້​ຮັບ​
ບາດ​ເຈັບ ​ໃນ​ປີ 2013 ​ໄດ້​ເພີ້​ມຂື້ນ 14 ​ເປີ​ເຊັນ ຄື​ເກືອບ 3000
ຄົນ​ໄດ້​ເສຍ​ຊີວິດ ​ແລະ​ຫລາຍ​ກວ່າ 5,600 ຄົນ​ໄດ້​ຮັບ​ບາດ​ເຈັບ.
​ໃນ​ຂະນະ​ດຽວ​ກັນ ຈໍານວນ​ຂອງ​ບັນດາ​ຜູ້ຍິງ ​ແລະ​ເດັກນ້ອຍ
ທີ່ເສຍ​ຊີວິດ ຫລື​ໄດ້​ຮັບ​ບາດ​ເຈັບ ໃນ​ປີ​ກາຍ​ນີ້ແມ່ນສູງ​ຂື້ນ​ກວ່າ​ນຶ່ງ​ສ່ວນ​ສາມ ຈາກ​ປີ 2012.

ລາຍ​ງານ​ຂອງຫ້ອງການ​ໃຫ້ຄວາມຊ່ວຍເຫຼືອ​ສະຫະ​ປະຊາ​ຊາດທີ່​ອັຟກາ​ນິສຖານ ຫລື
UNAMA ​ໄດ້ຖິ້ມໂທດໃສ່ພວກ​ Taliban ​ແລະພວກ​ກະບົດຕໍ່ຕ້ານ​ລັດຖະ ບານອື່ນໆທີ່​ເຮັດ
​ໃຫ້ສາມ​ສ່ວນ​ສີ່ຂອງພົນລະ​ເຮືອນ ​ໄດ້​ຮັບ​ບາດ​ເຈັບລົ້ມຕາຍ.

ນອກນັ້ນລາຍງານ​ຍັງໃຫ້​ຂໍ້ສັງ​ເກ​ດວ່າ ເປັນທ່າອ່ຽງໃໝ່ “​ທີ່ໜ້າຕື່ນຕົກໃຈ” ສຳ ລັບປີ 2013 ກ່ຽວກັບໂຕເລກຂອງ​ພົນລະ​ເຮືອນ ທີ່ໄດ້ຮັບອັນຕະລາຍຍ້ອນການ​ສູ້ລົບກັນ ລະຫວ່າງພວກ
​ Taliban ​ແລະ​ກໍາລັງ​ຮັກສາ​ຄວາ​ມປອດ​ໄພອັຟກາ​ນິສຖານ.

ເບິ່ງວີດີໂອກ່ຽວຂ້ອງ:

Your browser doesn’t support HTML5

NATO Chief: Afghanistan Will Sign New Security Deal