ເຈົ້າໜ້າທີ່ສືບລັບຂອງຢູເຄຣນ ປະເມີນສະຖານະການດ້ານຄວາມໝັ້ນຄົງ ຂະນະທີ່ສົງຄາມກ້າວເຂົ້າປີທີສອງ

ທ່ານກີຣີໂລ ບູດານັອບ (Kyrylo Budanov), ຫົວໜ້າອົງການສືບລັບດ້ານການທະຫານຂອງຢູເຄຣນ, ໃນນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 25 ກຸມພາ 2023.

ດ້ວຍສົງຄາມຂອງຣັດເຊຍ ໃນຢູເຄຣນ ບັດນີ້ກ້າວເຂົ້າສູ່ປີທີສອງ ໄດ້ມີການໃຫ້ຄວາມສົນໃຈຄືນໃໝ່ ກ່ຽວກັບ​ເມືອງບໍ່ເກືອ ບັກມຸດ ຢູ່ທາງພາກຕາເວັນອອກ ຊຶ່ງເປັນຈຸດສຸມ ຂອງການບຸກໂຈມຕີຂອງຣັດເຊຍຢ່າງຕໍ່ເນື່ອງ ໃນໄລຍະສອງສາມເດືອນຜ່ານມານີ້. ປະທານາທິບໍດີຢູເຄຣນ ທ່ານໂວໂບດີເມຍ ເຊເລັນສກີ ໄດ້ກ່າວວ່າ ສະຖານະການໃນເມືອງບັກມຸດ ກາຍເປັນເລື້ອງ “ສັບສົນຫຍຸ້ງຍາກ” ຢ່າງຍິ່ງ. ບັກມຸດເປັນພຽງເມືອງນຶ່ງ ໃນພື້ນທີ່ຫຼາຍແຫ່ງ ຢູ່ໃນສາຍຕາຂອງຣັດເຊຍ ຂະນະທີ່ສົງຄາມຍັງສືບຕໍ່ໄປ.

ພ້ອມກັນນັ້ນ ການຊ່ອຍເຫຼືອທາງດ້ານການທະຫານມູນຄ່າຫຼາຍຕືໂດລາ ທີ່ບັນ ດາປະເທດຕາເວັນຕົກ ໄດ້ໃຫ້ໄປນັ້ນ ຢູເຄຣນ ກໍສະແຫວງຫາເຮືອບິນລົບອາຍພົ່ນອີກ ແຕ່ມາເຖິງເວລານີ້ ປະ​ເທດຕາເວັນຕົກ ໄດ້ປະຕິເສດທີ່ຈະຕອບສະໜອງຄຳຮ້ອງດັ່ງກ່າວ. ອົງການເນໂຕ້ ຊຶ່ງເປັນພັນທະມິດທາງດ້ານທະຫານ ຍັງໄດ້​ສະ​ແດງຄວາມເປັນຫ່ວງ ທີ່ວ່າ ຢູເຄຣນກຳລັງນຳໃຊ້​ລູກ​ກະ​ສຸນ ໄວເກີນກວ່າທີ່ຕົນສາມາດ​ຜ​ະ​ລິດໃໝ່ໄດ້.

ຣັດເຊຍຄວບຄຸມເຂດແດນຂອງຢູເຄຣນ ປະມານ 20 ເປີເຊັນ ຕ່ຳກວ່າແຜນ ການທີ່​ຈະຢຶດເອົາພື້ນທີ່ທົ່ວປະເທດຢ່າງວ່ອງໄວ​ນັ້ນ ຕັ້ງ​ຫຼາຍ ທີ່ໄດ້ຄາດໝາຍໄວ້ກ່ອນໜ້ານັ້ນ ເມື່ອຣັດເຊຍບຸກລຸກປະເທດເພື່ອນບ້ານຂອງຕົນໃນວັນທີ 24 ກຸມພາ 2022.

ຫົວໜ້າພະແນກວີໂອເອ​ປະ​ຈຳເຂດຢູໂຣບຕາເວັນອອກ ທ່ານນາງມີໂຣສລາວາ ກອນກາດຊີ ເມື່ອບໍ່ດົນມານີ້ ໄດ້ສຳພາດຫຼາຍເລື້ອງກັບທ່ານກີຣີໂລ ບູດານັອບ ຫົວໜ້າອຳນວຍການໜ່ວຍງານສືບລັບ ທີ່ກະຊວງປ້ອງກັນປະເທດຂອງຢູເຄຣນ ໃນນະຄອນຫຼວງກີຢິບ. ທ່ານບູດານັອບ ໄດ້ກ່າວເຖິງສິ່ງທີ່ຄາດໝາຍໃນຫຼາຍເດືອນຈະມາເຖິງນີ້ ຂອງການຕໍ່ສູ້ທີ່ເພີ້ມທະວີຂຶ້ນດ້ານການທະຫານຂອງຣັດເຊຍຢູ່ໃນຢູເຄຣນ. ການສຳພາດໄດ້ຖືກດັດແກ້ເພື່ອຄວາມຊັດເຈນ.

ວີໂອເອຖາມທ່ານກີຣີໂລ ວ່າ ທ່ານເປັນພຽງຄົນດຽວ ໃນຄວາມເປັນຈິງ ເປັນບຸກຄົນທີ່ໃກ້ຊິດກັບຂັ້ນຕອນຕ່າງໆ ຄືວ່າ, ຜູ້ທີ່ຢູ່ໃນຕອນຕົ້ນໆຂອງການບຸກລຸກຢ່າງເຕັມສ່ວນ ແມ່ນກະທັງກ່ອນໜ້າການບຸກລຸກຢ່າງເຕັມສ່ວນນັ້ນ ກໍໄດ້ເນັ້ນຢ້ຳເຖິງຄວາມຈຳເປັນເພື່ອກຽມພ້ອມສຳລັບການບຸກໂຈມຕີຄັ້ງໃຫຍ່ຂອງຢູເຄຣນ. ໃນເວລານັ້ນ ມີຜູ້ໃດຟັງທ່ານ?

ທ່ານບູດານັອບຕອບວ່າ: ນັບຕັ້ງແຕ່ມື້ນີ້ ມາຮອດວັນທີ 25 ກຸມພາ 2023 ແລ້ວ ແລະຣັດເຊຍ ກໍບໍ່ສາມາດບັນລຸພາລະກິດຍຸດທະສາດຂອງຕົນ, ພວກເຮົາເຫັນໄດ້ວ່າ ຢ່າງໜ້ອຍບາງສ່ວນ, ຂ້າພະເຈົ້າໄດ້ຖືກຮັບຟັງ. ໃນເວລານັ້ນ ເວົ້າໄດ້ວ່າ ຄົນທີ່ແຕກຕ່າງກັນ ມີຄວາມເຫັນທີ່ແຕກຕ່າງກັນ ເຖິງຢ່າງນັ້ນກໍຕາມ ຂະນະທີ່ຊ່ວງເວລາ ຂອງເດືອນກຸມພາ 2022 ຍັບໃກ້ເຂົ້າມາ...ບາດກ້າວຕ່າງໆບາງຢ່າງໄດ້ຖືກປະຕິບັດ ແລະມັນເປັນຍ້ອນອັນນີ້ ທີ່ວ່າ ຣັດເຊຍບໍ່ສາມາດທີ່ຈະຈັດຕັ້ງປະຕິບັດແຜນການຂອງຕົນ ໃນວັນທີ 24.”

ວີໂອເອຖາມຕໍ່ໄປວ່າ: ທ່ານເວົ້າວ່າ “ຍ້ອນອັນນັ້ນ.” ຍ້ອນຫຍັງ?

ທ່ານບູດານັອບຕອບວ່າ: ຍົກຕົວຢ່າງ, ຂ້າພະເຈົ້າສາມາດໃຫ້ເຈົ້າອັນນັ້ນໄປແລ້ວ ໃນວັນທີ 23 ກຸມພາ 2022, ກອງ​ທັບ​ອາ​ກາດຂອງພວກເຮົາໄດ້ກະຈາຍອອກໄປ. ສະນັ້ນ ເມື່ອການໂຈມຕີດ້ວຍລູກສອນໄຟ ໄດ້ເລີ້ມຂຶ້ນໃນວັນທີ 24 ກຸມພາ 2022, ການສູນເສຍໃນການສູ້ລົບດ້ານການບິນ ເກືອບວ່າໜ້ອຍທີ່ສຸດ ເກືອບວ່າສູນເລີຍ. ບາດກ້າວທັງຫຼາຍເຫຼົ່ານີ້ ຮູ້ຈັກກັນພຽງເລັກນ້ອຍ, ບາດກ້າວ ທັງຫຼາຍໄດ້ຖືກປະຕິບັດໃນຊ່ວງເວລາສຸດທ້າຍ ອາດເປັນໄປໄດ້ ແຕ່ມັນກໍໄດ້ຖືກປະຕິບັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ