ສະຕີໝາຍເລກນຶ່ງຂອງຢູເຄຣນ, ທ່ານນາງໂອເລນາ ເຊເລັນສ໌ກາ (Olena Zelenska) ໃນວັນພຸດວານນີ້ ໄດ້ສະແດງໃຫ້ເຫັນຮູບພາບຂອງຜູ້ເສຍຊີວິດຈາກສົງຄາມຣັດເຊຍ ໃນປະເທດຂອງທ່ານນາງ ຕໍ່ບັນດາສະມາຊິກສະພາສະຫະລັດ ໃນການຮ້ອງຂໍເອົາການສະໜອງລະບົບປ້ອງກັນທາງອາກາດເພີ້ມອີກ ດ້ວຍຄວາມເວົ້າໜ້າສະເທືອນໃຈ ເພື່ອຈະເອົາໄປຕ້ານການໂຈມຕີດ້ວຍລູກສອນໄຟຂອງມົສກູ.
ທ່ານນາງເຊເລັນສ໌ກາ ສະແດງໃຫ້ເຫັນໃບຫນ້າຂອງນາງລີຊາ (Liza), ເດັກ ນ້ອຍທີ່ກຳລັງຮຽນຍ່າງ ທີ່ຖືກຂ້າຕາຍໃນການໂຈມຕີດ້ວຍລູກສອນໄຟໃນຕົ້ນ ເດືອນນີ້ ຢູ່ໃນເມືອງວິນນິດເຊຍ (Vinnytsia), ນາງອີວາ (Eva) ອາຍຸ 5 ປີ, ຖືກປະໄວ້ຢູ່ໃນຊາກຫັກພັງຂອງຕຶກອາຄານທີ່ຖືກທໍາລາຍ, ແລະຜູ້ລອດຊີວິດ ຈາກສະໜາມມໍລະນະຂອງຄົນຢີວ ຫລື Holocaust ຖືກຂ້າຕາຍໃນນະຄອນຫລວງກີຢິບ.
ທ່ານນາງເຊເລັນສ໌ກາ ກ່າວເປັນພາສາຢູເຄຣນໂດຍທີ່ມີແມ່ຍິງຄົນນຶ່ງແປຄຳປາໄສເປັນພາສາອັງກິດໃຫ້ທ່ານນາງວ່າ "ຂ້າພະເຈົ້າ ຢາກເວົ້າກັບບັນດາທ່ານໃນນາມທີ່ເປັນສະຕີໝາຍເລກນຶ່ງ, ແຕ່ກໍຍັງໃນນາມທີ່ເປັນລູກສາວ ແລະ ເປັນແມ່ອີກ". "ບໍ່ວ່າພວກເຮົາຈະໄດ້ຮັບໜ້າທີ່ ແລະຕໍາແໜ່ງອັນໃດກໍຕາມ ໃນຊີວິດຂອງພວກເຮົາ, ກ່ອນອື່ນໝົດ, ພວກເຮົາຍັງຄົງເປັນສ່ວນນຶ່ງຂອງຄອບຄົວຂອງພວກເຮົາສະເໝີ."
ທ່ານນາງກ່າວວ່າ ບັນດາສະຕີໝາຍເລກນຶ່ງ ຕາມປົກກະຕິແລ້ວ ແມ່ນ “ມີສ່ວນຮ່ວມໃນວຽກງານດ້ານສັນຕິພາບເປັນການສະເພາະເລີຍ.” “ແຕ່ວ່າຂ້າພະເຈົ້າຈະເວົ້າກ່ຽວກັບວຽກງານສັນຕິພາບໄດ້ແນວໃດ ໃນເມື່ອສົງຄາມຮຸກຮານກໍ່ການຮ້າຍ ແບບບໍ່ໄດ້ມີການເກາະຜິດ ກຳລັງໄດ້ກະທົບໃສ່ປະເທດຊາດຂອງຂ້າພະເຈົ້າ? ຣັດເຊຍກຳລັງທຳລາຍຊີວິດປະຊາຊົນຂອງພວກເຮົາ.”
ທ່ານນາງເຊເລັນສ໌ກາກ່າວວ່າ "ຂ້າພະເຈົ້າຂໍອາວຸດ - ອາວຸດທີ່ຈະບໍ່ຖືກໃຊ້ ເພື່ອເຮັດສົງຄາມຢູ່ໃນແຜ່ນດິນຂອງຜູ້ອື່ນ, ແຕ່ຈະໃຊ້ເພື່ອປົກປ້ອງບ້ານເຮືອນ ຂອງຄົນ ແລະສິດໃນການປະກອບຊີວິດຢູ່ໃນບ້ານເຮືອນນັ້ນ." "ຂ້າພະເຈົ້າກໍາ ລັງຮ້ອງຂໍເອົາລະບົບປ້ອງກັນທາງອາກາດ ເພື່ອບໍ່ໃຫ້ລູກຈະຫຼວດຂ້າເດັກນ້ອຍ ຂະນະທີ່ນັ່ງຢູ່ໃນລໍ້ຍູ້ຂອງພວກເຂົາ ... ແລະຂ້າທັງຫມົດຄອບຄົວຂອງເຂົາ."
ທ່ານນາງກ່າວຕໍ່ໄປວ່າ“ ຂ້າພະເຈົ້າຢາກໃຫ້ຜູ້ທີ່ເປັນແມ່ ແລະເປັນພໍ່ທຸກຄົນ ນອນຫລັບຕາໄດ້ຢ່າງສະຫງົບໃຈ.”
ທ.ນ. Olena Zelenska, ສະຕີໝາຍເລກນຶ່ງຂອງຢູເຄຣນ ນຳເອົາພາບຂອງເດັກນ້ອຍທີ່ໄດ້ຮັບເຄາະຮ້າຍຈາກການຖິ້ມລະເບີດຂອງຣັດເຊຍ ຂະນະທີ່ທ່ານນາງກ່າວຄຳປາໄສຢູ່ຫໍລັດຖະສະພາຂອງ ສຫລ ໃນນະຄອນຫລວງວໍຊິງຕັນ, ວັນທີ 20 ກໍລະກົດ, 2022.
ທ່ານນາງເຊເລັນສ໌ກາ ແມ່ນຢູ່ໃນມື້ທີສາມຂອງການຢ້ຽມຢາມນະຄອນຫລວງ ວໍຊິງຕັນ, ຫຼັງຈາກໄດ້ພົບປະໃນວັນອັງຄານຜ່ານມານີ້ ກັບສະຕີໝາຍເລກນຶ່ງ ຂອງສະຫະລັດ, ທ່ານນາງຈີລ ໄບເດັນ ທີ່ທຳນຽບຂາວ ແລະລັດຖະມົນຕີການ ຕ່າງປະເທດ, ທ່ານແອນໂທນີ ບລິງເຄັນ ໃນວັນຈັນຜ່ານມາ.
ສະຕີໝາຍເລກນຶ່ງສອງທ່ານນີ້ ໄດ້ພົບກັນຄັ້ງຫລ້າສຸດແມ່ນໃນຕອນໄປຢ້ຽມຢາມ ຂອງທ່ານນາງໄບເດັນ ຢູ່ພາກຕາເວັນຕົກຂອງຢູເຄຣນໃນເດືອນພຶດສະພາຜ່ານມາ, ໃນເວລາທີ່ພວກເພິ່ນໄປຢ້ຽມຢາມໂຮງຮຽນ ແລະໄປເຮັດຂອງຂວັນວັນແມ່ ຮ່ວມກັບພວກເດັກນ້ອຍ.