ພວກຫົວແບ່ງແຍກນິຍົມຣັດເຊຍໃນພາກຕາເວັນອອກຂອງ
ຢູເຄຣນ ໄດ້ພາກັນອອກໄປປ່ອນບັດແລ້ວໃນການເລືອກຕັ້ງ
ທີ່ເປັນບັນຫາຂັດແຍ້ງກັນ ທີ່ລັດຖະບານ Kyiv ແລະຝ່າຍຕາ
ເວັນຕົກກ່າວວ່າ ພວກຕົນຈະບໍ່ຮັບຮູ້ຜົນຂອງການເລືອກຕັ້ງນີ້.
ພວກຫົວແບ່ງແຍກທີ່ຄວບຄຸມຫຼາຍພາກສ່ວນໃນຂົງເຂດ
Luhansk ແລະ Donetsk ໃນພາກຕາເວັນອອກຂອງຢູເຄຣນ
ຈັດໃຫ້ມີການເລືອກຕັ້ງໃນວັນອາທິດວານນີ້ ເພື່ອເລືອກເອົາ
ຄະນະນຳພາແລະສະພານິຕິບັນຍັດໃນຂົງເຂດທີ່ພວກຕົນ
ຄວບຄຸມຢູ່ນັ້ນ.
ອ້າງຕາມຄຳເວົ້າຂອງບັນດາເຈົ້າໜ້າທີ່ເລືອກຕັ້ງຂອງອັນທີ່ເອີ້ນວ່າ ສາທາລະນະລັດປະ
ຊາຊົນ Donetsk ຫຼື DNR ພວກອົງການຂ່າວຣັດເຊຍລາຍງານໃຫ້ຮູ້ວ່າ ບັດຄະແນນ
ສຽງຈຳນວນຫຼາຍກວ່າເຄິ່ງນຶ່ງ ໄດ້ນັບແລ້ວ ຊຶ່ງທ່ານ Alexander Zakharchenkoນາຍົກລັດຖະມົນຕີຮັກສາການຊົ່ວຄາວຂອງ DNR ໄດ້ນຳໜ້າໃນການແຂ່ງຂັນເລືອກ
ຕັ້ງເພື່ອເປັນຜູ້ນຳພາຂອງສາທາລະນະລັດປະຊາຊົນ Donetsk ຊຶ່ງໄດ້ຮັບສຽງສະໜັບ
ສະໜຸນຫຼາຍກວ່າ 70 ເປີເຊັນຂອງຄະແນນສຽງທັງໝົດ.
ພວກກະບົດ ໃນຢູເຄຣນ ເລືອກເອົາ ຜູ້ນຳ
ສະຫະປະຊາຊາດ ສະຫະພາບຢູໂຣບ ແລະສະຫະລັດເອີ້ນການປ່ອນບັດຂອງພວກກະ
ບົດວ່າຜິດກົດໝາຍ ໂດຍກ່າວວ່າ ມັນລະເມີດກົດໝາຍລັດຖະທຳມະນູນຂອງຢູເຄຣນ ແລະຂໍ້ຕົກລົງຢຸດຍິງທີ່ໄດ້ບັນລຸກັນໃນວັນທີ 5 ກັນຍາຜ່ານມາ ລະຫວ່າງພວກຫົວແບ່ງແຍກ ແລະລັດຖະບານຢູເຄຣນນັ້ນ.
ຫົວໜ້ານະໂຍບາຍໃໝ່ຂອງສະຫະພາບຢູໂຣບ ທ່ານນາງ Federica Mogherini ກ່າວໃນວັນອາທິດວານນີ້ວ່າກຸ່ມຢູໂຣບຈະບໍ່ຮັບຮູ້ຜົນການປ່ອນບັດເລືອກຕັ້ງນີ້ ຊຶ່ງທ່ານນາງເອີ້ນວ່າ “ອຸບປະສັກໃໝ່ຕໍ່ຫົນທາງໄປສູ່ສັນຕິພາບໃນຢູເຄຣນ.”
ປະທານາທິບໍດີ Petro Poroshenko ແຫ່ງຢູເຄຣນ ເອີ້ນການເລືອກຕັ້ງໃນຂົງເຂດທີ່
ຄວບຄຸມໂດຍພວກຫົວແບ່ງແຍກນີ້ວ່າ ເປັນ ” ເລື້ອງຕະຫລົກ ທີ່ກຳລັງດຳເນີນໄປ
ພາຍໃຕ້ການຂົ່ມຂູ່ຂອງພວກລົດຖັງແລະອາວຸດປືນ.”
ອົງການຂ່າວຣັດເຊຍ ແຈ້ງໃຫ້ຊາບວ່າ ກະຊວງການຕ່າງປະເທດຣັດເຊຍ ອອກຖະແຫຼງ
ການສະບັບນຶ່ງໃນຕອນແລງວັນອາທິດວານນີ້ ໂດຍກ່າວວ່າ ຕົນເຄົາລົບນັບຖືການປ່ອນບັດຂອງພວກຫົວແບ່ງແຍກ ໃນຖານະເປັນການສະແດງອອກແຫ່ງເຈດຕະນາລົມຂອງປະຊາຊົນໃນພາກຕາເວັນອອກສຽງໃຕ້ຂອງຢູເຄຣນ.
ກະຊວງການຕ່າງປະເທດນີ້ຍັງກ່າວຕື່ມວ່າ ຖ້າເຮົາຖືວ່າການເລືອກຕັ້ງນີ້ສຳຄັນ “ ມັນ
ເປັນສິ່ງສຳຄັນທີ່ສຸດເພື່ອເອົາບາດກ້າວຕ່າງໆທີ່ແຂງຂັນ ເພື່ອຈັດຕັ້ງການໂອ້ລົມສົນທະນາກັນທີ່ຍືນຍົງ "ລະຫວ່າງລັດຖະບານກາງຢູເຄຣນ ແລະພວກຫົວແບ່ງແຍກ ໄປຕາມຂໍ້ຕົກລົງຢຸດຍິງ ທີ່ໄດ້ລົງນາມກັນລະຫວ່າງສອງຝ່າຍໃນວັນທີ 5 ກັນຍາຜ່ານມານີ້.
ໃນເຊົ້າວັນອາທິດວານນີ້ ທະຫານຢູເຄຣນ ກ່າວວ່າ ໄດ້ມີການເຄື່ອນໄຫວທະຫານ ແລະພວກອາວຸດຈາກຣັດເຊຍໄປຍັງບັນດາເຂດທີ່ພວກຫົວແບ່ງແຍກຄວບຄຸມ ໃນພາກຕາ
ເວັນອອກຂອງຢູເຄຣນ ບ່ອນທີ່ການປ່ອນບັດເລືອກຕັ້ງພວມດຳເນີນໄປນັ້ນ.
Your browser doesn’t support HTML5
ukraine3november14