ຢູເຄຣນ ປ່ອຍ ພວກປະທ້ວງ ທີ່ຖືກຈັບ ຈຸສຸດທ້າຍ (ວີດີໂອ)

Your browser doesn’t support HTML5

ຢູເຄຣນ ໄດ້ປ່ອຍພວກປະທ້ວງຈຸສຸດທ້າຍຂອງຈຳນວນທັງໝົດ
243 ຄົນທີ່ຖືກຈັບ ນັບແຕ່ເລີ້ມ ມີການເດີນຂະບວນປະທ້ວງ ຕໍ່
ຕ້ານລັດຖະບານ ໃນເດືອນພະຈິກ ປີກາຍນີ້.

ການປ່ອຍ ພວກປະທ້ວງດັ່ງກ່າວ ແມ່ນສ່ວນນຶ່ງຂອງກົດໝາຍ
ທີ່ໄດ້ມີການຮັບຮອງເອົາ ໃນເດືອນແລ້ວນີ້ ເພື່ອໃຫ້ປ່ອຍພວກ
ເດີນຂະບວນທີ່ຖືກຕຳຫຼວດຈັບ ແຕ່ຂໍ້ຫາທາງອາຍາຈະຖືກຍົກ
ເລີກກໍຕໍ່ເມື່ອເວລາໃດ ພວກປະທ້ວງຢຸດເຊົາການຄວບຄຸມຕຶກ ໂຮງການຕ່າງໆຂອງລັດຖະບານເທົ່ານັ້ນ.

ພວກນັກເຄື່ອນໄຫວຝ່າຍຄ້ານ ກ່າວວ່າ ພວກເຂົາເຈົ້າຈະຢຸດ
ເຊົາວາງເຄື່ອງກີດຂວາງຕັນທາງເຂົ້າໄປຫາຕຶກໂຮງການຂອງລັດຖະບານທີ່ນະຄອນຫຼວງ Kyiv ແຕ່ບໍ່ໄດ້ກ່າວເຖິງວ່າເວລາໃດພວກເຂົາເຈົ້າຈຶ່ງຈະອອກໄປຈາກຕຶກໂຮງການເຫຼົ່ານີ້.

ທ່ານນາງ Marie Harf ໂຄສົກກະຊວງການຕ່າງປະເທດສະຫະລັດ ເອີ້ນການປ່ອຍພວກ
ປະທ້ວງດັ່ງກ່າວນີ້ວ່າ ເປັນບາດກ້າວສຳຄັນໄປສູ່ການຫຼຸດຜ່ອນຄວາມເຄັ່ງຕຶງໃນຢູເຄຣນ ແລະກ້າວໄປສູ່ການແກ້ໄຂຢ່າງສັນຕິຕໍ່ວິກິດການຂອງປະເທດ.

ການປະທ້ວງໃນທົ່ວປະເທດ ຕໍ່ຕ້ານປະທານາທິບໍດີ Viktor Yanukovych ລະເບີດຂຶ້ນ ໃນເດືອນພະຈິກຜ່ານມາ ເວລາທ່ານບໍ່ຍອມເຊັນ ຂໍ້ຕົກລົງການຄ້າກັບສະຫະພາບຢູໂຣບ ເພື່ອເຫັນແກ່ຄວາມສຳພັນທີ່ໃກ້ຊິດກັບຣັດເຊຍ.

ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໄດ້ໃຫ້ຄຳໝັ້ນສັນຍາ ຕໍ່ຢູເຄຣນວ່າ ຈະ
ໃຫ້ການຊ່ອຍເຫຼືອມູນຄ່າ 15 ພັນລ້ານໂດລາເວລາລັດຖະບານຊຸດໃໝ່ຂອງຢູເຄຣນເຂົ້າ ຮັບໜ້າທີ່ ເຖິງແມ່ນວ່າ ຈະບໍລິຫານງານໂດຍພວກຝ່າຍຄ້ານກໍຕາມ.