ສົງຄາມໃນຢູເຄຣນ ເຫັນໄດ້ວ່າ ສົ່ງຜົນກະທົບຮ້າຍແຮງ ຕໍ່ປະຊາຊົນຢູ່ໃນປະເທດທີ່ທຸກຍາກ ທົ່ວໂລກ

ພວກກະສິກອນ ເກັບກ່ຽວໃນສວນຮ່ວມກັນ ເຂົ້າເບລຂອງພວກເຂົາ ຢູ່ໃກ້ກັບເມືອງ Tbilisskaya ຂອງຣັດເຊຍ, ເມື່ອວັນທີ 21 ກໍລະກົດ 2021.

ອົງການພັດທະນາໃນທົ່ວໂລກທັງຫຼາຍເຕືອນວ່າ ສົງຄາມຂອງຣັດເຊຍຕໍ່ຢູເຄຣນ ຈະເຮັດໃຫ້ເກີດຄວາມເສຍຫາຍຢ່າງໜັກໜ່ວງຕໍ່ເສດຖະກິດໂລກ ໂດຍສະ​ເພາະປະຊາຊົນທີ່ທຸກຍາກທີ່ສຸດຂອງໂລກ ຈະໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງ.

ຣັດເຊຍແລະຢູເຄຣນ ທັງສອງປະເທດເປັນຜູ້ຜະລິດສິນຄ້າລາຍໃຫຍ່ ທີ່ຊື້ແລະຂາຍກັນໃນທົ່ວໂລກ ໂດຍລວມມີເຂົ້າເບລແລະປະ​ເພດເມັດອື່ນໆ ປຸຍ ແລະພະລັງງານ. ດ້ວຍການທີ່ບໍ່ຄ່ອຍມີ ຫຼືບໍ່ມີການຂົນສົ່ງເຄື່ອນຍ້າຍຜ່ານທ່າເຮືອຂອງທັງສອງປະເທດດັ່ງກ່າວຢູ່ທະເລດຳເລີຍ ການຈຳກັດສົ່ງອອກອາຫາ​ນໃນຢູເຄຣນ ແລະການວາງມາດຕະການລົງໂທດທາງເສດຖະກິດຂະໜາດໃຫຍ່ຕໍ່ຣັດເຊຍ ເຮັດໃຫ້ຕ່ອງໂສ້ການສະໜອງສິນຄ້າໃນໂລກ ຖືກລົບກວນຢູ່ແລ້ວນັ້ນ ຍິ່ງຂະຫຍາຍກວ້າງອອກໄປແລະເພີ້ມຂຶ້ນນັບມື້.

ເມື່ອອາທິດແລ້ວນີ້ ອົງການເພື່ອການຮ່ວມມືແລະການພັດທະນາເສດຖະກິດ ຫຼື OECD ໄດ້ອອກບົດລາຍງານ ເຕືອນເຖິງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ເສດຖະກິດ.

ບົດລາຍງານກ່າວວ່າ “ທ່າມກາງຄວາມບໍ່ແນ່ນອນ ອົງການ OECD ຄາດຄະເນວ່າ ການເຕີບໂຕຂອງເສດຖະກິດໃນທົ່ວໂລກ ອາດຈະຫລຸດລົງຕ່ຳກວ່າ 1 ເປີເຊັນ ໃນປີນີ້ ຈາກທີ່ໄດ້ຄາດໝາຍໄວ້ກ່ອນໜ້າເກີດບັນຫາຂັດແຍ້ງໃນຂະນະທີ່ ອັດຕາເງິນເຟີ້ທີ່ສູງຢູ່ແລ້ວນັ້ນ ໃນຊ່ວງເລີ້ມຕົ້ນຂອງປີນີ້ ອາດຈະສູງຂຶ້ນຫຼາຍກວ່ານັ້ນອີກ ຖ້າຫາກສົງຄາມບໍ່ໄດ້ເກີດຂຶ້ນ ໂດຍຢ່າງໜ້ອຍ ກໍສູງຂຶ້ນຕື່ມເຖິງ 2.5 ເປີເຊັນ.”

ສະພາບການຂອງ ‘ວິກິດການນຶ່ງບວກໃສ່ກັບອີກວິກິດນຶ່ງ’ ອົງການ OECD ແລະກຸ່ມອື່ນໆ ໄດ້ເພັ່ງເລັງໃສ່ການພັດທະນາ ແລະການຫລຸດຜ່ອນຄວາມທຸກຍາກ ກ່າວວ່າ ປະເທດທີ່ທຸກຍາກທັງຫຼາຍ ບາງສ່ວນພວມປະເຊີນກັບວິກກິດການຕ່າງໆຢູ່ແລ້ວນັ້ນ ຈະຖືກກະທົບໜັກທີ່ສຸດ.

ທ່ານນາງຊາຣາ ແຊດດູນ (Sarah Saddoun) ນັກຄົ້ນຄວ້າອາວຸໂສຂອງກຸ່ມ​ປົກ​ປ້ອງສິດທິມະນຸດ Human Rights Watch ທີ່ເນັ້ນໜັກໃສ່ຄວາມທຸກຍາກ ແລະຄວາມບໍ່ສະເໝີພາບ ກ່າວວ່າ “ວິກິດການນຶ່ງບວກໃສ່ກັບວິກິດການນຶ່ງອີກສຳລັບປະຊາຊົນທີ່ມີລາຍໄດ້ຕ່ຳຢູ່ແຫ່ງອື່ນໆ ໂດຍສະເພາະຢູ່ໃນບັນດາປະເທດທີ່ກາງຕໍ່ເມັດພືດຈາກຢູເຄຣນ ຫຼືຜະລິດຕະພັນອາຫານອື່ນໆ.”

ທ່ານນາງແຊດດູນ ກ່າວຕໍ່ວີໂອເອວ່າ “ອັນນີ້ມີມາໃນຊ່ວງທີ່ມີພາວະເງິນເຟີ້ສູງຂຶ້ນຢູ່ແລ້ວ ໂດຍສະເພາະສຳລັບຄ່າໃຊ້ຈ່າຍດ້ານອາຫານ ຍ້ອນບັນຫາຕ່າງໆຂອງຕ່ອງໂສ້ການສະໜອງສິນຄ້າ ທີ່ເກີດມາຈາກໂຣກລະບາດນັ້ນ.” ທ່ານນາງກ່າວອີກວ່າ “ຫຼາຍປະເທດທີ່ເພິ່ງພາອາໄສ ອາ​ຫານ​ປະ​ເພດເມັດ ຂອງຢູເຄຣນ ແມ່ນມີວິກິດການຢູ່ແລ້ວ ເຊັ່ນປະເທດ ເລບານອນ ເຢເມນ ແລະຊີເຣຍ. ປະເທດອື່ນໆ ມີລະບົບການປ້ອງກັນທາງດ້ານສັງຄົມທີ່ບໍ່ພຽງພໍ ຊຶ່ງໝາຍຄວາມວ່າ ລັດຖະບານບໍ່ໄດ້ສະໜອງການສະໜັບສະໜຸນແກ່ປະຊາຊົນ ຜູ້ທີ່ບໍ່ສາມາດຊື້ສິນຄ້າຂັ້ນພື້ນຖານໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ