ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ເດີນທາງຢ້ຽມຢາມຊາອຸດິອາຣາເບຍ ໃນວັນຈັນວານນີ້ ແລະ ໄດ້ເຂົ້າພົບປະກັບເຈົ້າຊາຍ ໂມຮໍາເມັດ ບິນ ຊາລມານ ແຫ່ງຊາອຸດິ ອາຣາເບຍ ກ່ອນທີ່ຈະມີການເຈລະຈາລະຫວ່າງຜູ້ແທນຂອງສະຫະລັດ ແລະ ຢູເຄຣນເພື່ອຫາແນວທາງຍຸຕິສົງຄາມກັບຣັດເຊຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.
ການຢ້ຽມຢາມຊາອຸດິອາຣາເບຍຄັ້ງນີ້ ມີຂຶ້ນໃນຂະນະທີ່ສະຫະລັດກຳລັງປັບປ່ຽນນະໂຍບາຍທີ່ກ່ຽວກັບສົງຄາມຢູເຄຣນ ແລະຣັດເຊຍ ດ້ວຍການກົດດັນໃຫ້ທັງສອງຝ່າຍເຂົ້າສູ່ການເຈລະຈາສັນຕິພາບ ພ້ອມໄປກັບການຕັດການຊ່ວຍເຫຼືອທາງທະຫານ ແລະດ້ານຂ່າວສືບລັບທີ່ໃຫ້ກັບກີຢິບ.
ທີ່ຜ່ານມາຊາອຸດິ ອາຣາເບຍຮັບບົດບາດສຳຄັນ ໃນການເປັນຝ່າຍກາງລະຫວ່າງ ຢູເຄຣນ ກັບ ຣັດເຊຍ ລວມເຖິງການໄກ່ເກ່ຍໃຫ້ເກີດຂະບວນການແລກປ່ຽນສະເລີຍເສິກ ແລະເປັນເຈົ້າພາບຈັດການປະຊຸມ ລະຫວ່າງຣັດເຊຍກັບສະຫະລັດ ເມື່ອເດືອນທີ່ຜ່ານມາ.
ການເຈລະຈາລະຫວ່າງເຈົ້າໜ້າທີ່ສະຫະລັດ ແລະ ຢູເຄຣນ ຈະມີຂຶ້ນໃນວັນອັງຄານມື້ນີ້ ຊຶ່ງຖືເປັນຄັ້ງທຳອິດຫຼັງຈາກເກີດການໂຕ້ຖຽງກັນລະຫວ່າງປະທານາທິບໍດີ ເຊເລັນສກີ ກັບ ປະທານາທິບໍດີ ດໍໂນລ ທຣໍາ ທີ່ທຳນຽບຂາວ ເມື່ອສອງອາທິດກ່ອນ.
ຄາດວ່າການເຈລະຈາຮອບນີ້ຈະເນັ້ນໜັກເຖິງການປຶກສາຫາລືເລື່ອງການເຮັດຂໍ້ຕົກລົງບໍ່ແຮ່ ທີ່ຢຸດສະຫງັກໄປ ຫຼັງຈາກມີເຫດການຖົກຖຽງກັນທີ່ທຳນຽບຂາວລວມເຖິງແນວທາງໃນການຍຸຕິສົງຄາມໃນຢູເຄຣນ.
ທ່ານ ເຊເລັນສກີ ຢືນຢັນວ່າ ຕົນເອງຈະບໍ່ເຂົ້າຮ່ວມໃນການເຈລະຈາ ໃນວັນອັງຄານມື້ນີ້ ແຕ່ສົ່ງຜູ້ແທນຢູເຄຣນໄປແທນ ລວມເຖິງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍ ຫົວໜ້າຄະເຮັດວຽກຂອງຕົນເອງ ແລະ ເຈົ້າໜ້າທີ່ລະດັບສູງດ້ານການທະຫານຂອງຢູເຄຣນ.
ທ່ານ ເຊເລັນສກີ ຂຽນຂໍ້ຄວາມລົງທາງສື່ສັງຄົມອອນໄລນ໌ ແອັກສ໌ ວ່າ “ ເຮົາຢຶດໝັ້ນຕໍ່ການເຈລະຈາຢ່າງສ້າງສັນ ແລະຫວັງວ່າ ຈະມີຄວາມຕົກລົງໃນການຕັດສິນໃຈ ແລະຂັ້ນຕອນສຳຄັນຕ່າງ ໆ” ແລະ “ ຂໍ້ສະເໜີທີ່ເຮັດເປັນຈິງນັ້ນວາງຢູ່ເທິງໂຕະ ແລ້ວ ສິິ່ງທີ່ສຳຄັນຄືການເດີນໜ້າຢ່າງວ່ອງໄວ ແລະມີປະສິດຕິພາບ.”
ດ້ານເຈົ້າໜ້າທີ່ຂອງສະຫະລັດກ່າວວ່າ ຈະໃຊ້ການເຈລະຈາຄັ້ງນີ້ ເພື່ອຕັດສິນໃຈວ່າ ຢູເຄຣນມີຄວາມຕັ້ງໃຈຍຸຕິສົງຄາມກັບຣັດເຊຍຫຼາຍໜ້ອຍພຽງໃດ ຊຶ່ງບໍ່ແມ່ນພຽງແຕ່ຄຳເວົ້າ ແລະບໍ່ແມ່ນພຽງແຕ່ສັນຕິພາບ ແຕ່ເປັນ “ ສັນຕິພາບທີ່ເປັນໄປໄດ້ຢ່າງແທ້ຈິງ.”
ເມື່ອວັນອາທິດທີ່ຜ່ານມາ ປະທານາທິບໍດີ ດໍໂນລ ທຣໍາ ກ່າວວ່າ ທ່ານຄາດຫວັງຈະເກີດຜົນຮັບທີ່ດີ ຈາກການເຈລະຈານີ້ ຂະນະທີ່ ທ່ານ ສຕີຟ ວີຕຄອຟ ຜູ້ແທນພິເສດຂອງປະທານາທິບໍດີ ດໍໂນລ ທຣໍາ ກ່າວວ່າ “ ຕ້ອງການໃຫ້ເກີດຂໍ້ຕົກລົງສັນຕິພາບ ແລະການຢຸດຍິງໃນເບື້ອງຕົ້ນ.”
ກ່ອນໜ້ານີ້ ທ່ານ ເຊເລັນສກີ ຮຽກຮ້ອງໃຫ້ເກີດການຢຸດຍິງທັງທາງອາກາດແລະໃນທະເລ ລວມເຖິງມີການແລກປ່ຽນສະເລີຍເສິກຊຶ່ງເປັນບົດທົດສອບຄວາມຕັ້ງໃຈຂອງຣັດເຊຍ ໃນການຍຸຕິສົງຄາມ ແຕ່ທາງຣັດເຊຍ ປະຕິເສດການຈັດທຳຂໍ້ຕົກລົງຢຸດຍິງຊົ່ວຄາວດັ່ງກ່າວ ໂດຍບອກວ່າ ເປັນພຽງການຊື້ເວລາຂອງລັດຖະບານກີຢິບ ເພື່ອບໍ່ໃຫ້ກອງທັບຢູເຄຣນ ລົ້ມລະລາຍ.
ທ່ານ ເຊເລັນສກີ ກ່າວວ່າ ຢູເຄຣນພ້ອມເຮັດຂໍ້ຕົກລົງບໍ່ແຮ່ກັບສະຫະລັດ ທີ່ຈະນໍາໄປສູ່ການຈັດຕັ້ງກອງທຶນຮ່ວມຂອງສອງປະເທດຈາກການຂາຍສິດບໍ່ແຮ່ໃນຢູເຄຣນ ຊຶ່ງທາງລັດຖະບານວໍຊິງຕັນ ເຊື່ອວ່າ ຈະເປັນສ່ວນສຳຄັນໃນການເດີນໜ້າສະໜັບສະໜູນຢູເຄຣນຕໍ່ໄປ.
ແລະໃນຂະນະທີ່ການຊ່ວຍເຫຼືອຈາກສະຫະລັດຍັງຄົງບໍ່ແນ່ນອນ ທາງຢູເຄຣນໄດ້ຫັນໄປຫາພັນທະມິດໃນຢູໂຣບ ໃຫ້ເພິີ້ມການສະໜັບສະໜູນທາງການເງິນແລະການທະຫານເພື່ອຮັບມືກັບການໂຈມຕີຂອງຣັດເຊຍ ທີ່ໜັກຂຶ້ນໃນຊ່ວງບໍ່ພໍເທົ່າໃດອາທິດຜ່ານມາ.
ຜູ້ນໍາຢູເຄຣນລະບຸວ່າຕັ້ງແຕ່ອາທິດທີ່ຜ່ານມາ ຣັດເຊຍໄດ້ໃຊ້ລະເບີດນໍາວິຖີ 1,200 ລູກ ໂດຣນເກືອບ 870 ລຳ ແລະ ຈະຫຼວດກ່ວາ 80 ລູກ ແລະ ໂຈມຕີໃສ່ຫຼາຍພື້ນທີ່ຂອງຢູເຄຣນ.