ຄາດວ່າ ຈະມີ ການສົນທະນາກັນ ເລື້ອງຢູເຄຣນ ນອກກອງປະຊຸມ ກ່ຽວກັບອີຣັກ ທີ່ປາຣີ ໃນວັນຈັນ (ວີດີໂອ)

ທະຫານພົນຮົ່ມ ຢູເຄຣນ ຂີ່ລົດຫຸ້ມເກາະໄປ ຢູ່ໃກ້ເມືອງ Debaltseve, ວັນທີ 13 ກັນຍາ 2014.

ຄາດ​ກັນ​ວ່າ​ ຈະ​ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ຢູ​ເຄຣນ ຢູ່​
ຂ້າງ​ນອກກອງ​ປະຊຸມ​ກ່ຽວ​ກັບ​ອີຣັກ ທີ່​ນະຄອນ​ຫລວງປາຣີ ​
ໃນ​ວັນ​ຈັນ​ມື້​ອື່ນ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະ​ຫະ
ລັດ​ທ່່ານນຶ່ງ​ກ່າວ​ວ່າ ລັດຖະມົນຕີ​ການ​ຕ່າງປະ​ເທດ John
Kerry ຈະທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ຢູ່ນອກກອງ​ປະຊຸມ
​ກັບ​ລັດຖະມົນຕີ​ຕ່າງປະ​ເທດ​ຂອງ​ຫລາຍ​ປະ​ເທດ ​ເພື່ອທົບ​
ທວນ​ຄືນເບິ່ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ເກີດ​ຂຶ້ນ. ​ເຈົ້າໜ້າ​ທີ່
​ທ່ານ​ນີ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວທີ່​ເດີນທາງ​ໄປ​ນຳ​ທ່ານ​ Kerry
​ວ່າ “ປາກົດ​ວ່າ ຣັດ​ເຊຍກຳລັງ​ປະຕິບັດຕໍ່​ຊາຍ​ແດນ Donetsk ຄື​ກັນ​ກັບ​ເປັນ
​ຊາຍ​ແດນ​ຂອງ​ຕົນ​ເອງ​.”

ພວກ​ລົດ​ບັນທຸກ​ຈຸ​ທຳ​ອິດ​ໃນ​ຂະ​ບວນລົດ​ຊ່ອຍ​ເຫຼືອ​ຂອງຣັດ​ເຊຍ ​ໄດ້​ຂ້າມຊາຍ​ແດນ​ເຂົ້າ
​ໄປ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ​ໃນ​ເຊົ້າ​ວັນ​ເສົາ​ວານ​ນີ້ ​ໂດຍ​ບັນທຸກ​ຂອງ​ຊ່ອຍ​ເຫຼືອ
ບັນ​ເທົາ​ທຸກ​ໄປ​ຍັງ​ເມືອງ Luhansk ທີ່​ມີການ​ສູ້​ລົບ​ກັນ​ນັ້ນ. ອົງການ​ເພື່ອ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບ ຫຼື OSCE ຊຶ່ງ​ມີ​ພວກ​ນັກສັງ​ເກດ​ການ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ
ຂອງຢູ​ເຄຣນ​ ແຈ້ງ​ໃຫ້​ຊາບ​ວ່າ ລົດ​ບັນທຸກ​ຈຳນວນ​ບໍ່​ເທົ່າ​ໃດ​ຄັນຂອງຂະ​ບວນລົດ​ຂົນ​ສົ່ງ 216 ຄັນ​ໄດ້​ຮັບ​ການ​ກວດກາ​ແບບ​ລວບໆ​ໄປ ໂດຍ​ພວກ​ຍາມ​ຊາຍ​ແດນ​ແລະ​ເຈົ້າ​ໜ້າ​ທີ່​ພາສີຣັດ​ເຊຍ ​ແລະ​ພວກ​ລົດບັນທຸກ ​ສ່ວນເຫຼືອ​ນັ້ນ ບໍ່​ໄດ້​ຮັບ​ການ​ກວດກາ​ແຕ່​ຢ່າງ​ໃດ​ເລີຍ.
ບໍ່​ມີ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ ຫຼື​ສະພາກາ​ແດງ ທຳ​ການ​ກວດກາ​ຂະ​ບວນລົດດັ່ງກ່າວ. ພວກ​ລົດ​ບັນທຸກ​ທັງ​ໝົດ​ໄດ້​ແລ່ນ​ກັນ​ຄືນ​ໄປ​ຍັງຣັດ​ເຊຍ​ໃນ​ແລງ​ວັນ​ເສົາ​ວານ​ນີ້.

ທະຫານ​ຢູ​ເຄຣນ ກ່າວ​ວ່າ ຕົນ​ໄດ້ຂັບ​ໄລ່​ການ​ໂຈມ​ຕີ​ຂອງ​ພວກ​ກະບົດ​ທີ່​ເດີ່ນ​ບິນ​ເມືອງ Donetsk ​ແລະ​ຕໍ່​ມາ​ໃນ​ແລງ​ວັນ​ເສົາວານ​ນີ້ ບັນດາ​ນັກ​ຂ່າວ​ຝ່າຍ​ຕາ​ເວັນ​ຕົກ​ໄດ້​ຢືນຢັນ
​ວ່າ ມີ​ການ​ສູ້​ລົບ​ກັນ​ຢ່າງ​ໜັກຢູ່​ເດີ່ນບິນ​ດັ່ງກ່າວ. ບັນ​ດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນກ່າວ​ວ່າ ​ເດີ່ນ
​ບິນ​ໄດ້​ໄດ້​ຖືກພວກ​ກະ ບົດ​ຍິງ​ປືນ​ໃຫຍ່​ໃສ່ຄັ້ງ​ທຳ​ອິດ ​ໃນ​ແລງ​ວັນ​ສຸກ​ແລ້ວ​ນີ້ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່ບໍ່​ທຸ່ນ​ທ່ຽງ ທີ່​ໄດ້​ລົງ​ນາມ​ກັນ ​ໂດຍພວກ​ຜູ້
ຕາງໜ້າ​ຈາກ​ຂະ​ບວນການ​ຝ່າຍ​ກະບົດ ລັດຖະບານ Kyiv ພວກ​ນັກ​ສັງ​ເກ​ດການຈາກ​ສະຫະພາບ​ຢູ​ໂຣບ ​ແລະຣັດ​ເຊຍ.

Your browser doesn’t support HTML5

ukraine14september14