ຢູ​ເຄ​ຣນ ກະ​ກຽມ ​ການ​ແຂ່ງ​ຂັນ ຮອບ​ສຸດ​ທ້າຍ ລະ​ຫວ່າງ ທ່ານ Zelenskiy ກັ​ບ​ທ່ານ Poroshenko ​

Your browser doesn’t support HTML5

ຢູ​ເຄ​ຣນ ພວມ​ກະ​ກຽມ ​ການ​ໂຄ​ສະ​ນາ​ຫ​າ​ສຽງທາງ​ການເມືອງ ຢ່າງ​ເຕັມ​ທີ່ ໃນຂະ​ນ​ະ​ທີ່​
ນັກ​ຕະ​ຫຼົກທາງ​ໂທ​ລະ​ພາບ ໄດ້​ທຳ​ການ​ໂຄ​ນະ​ນາ​ແຂ່ງກັບ ປະ​ທາ​ນາ​ທິ​ບໍ​ດີ ຜູ້​ຢູ່​ໃນ
​ຕຳ​ແໜ່ງ​ຄົນ​ປັດ​ຈຸ​ບັນ ທີ່​ຈະ​ມີ​ການ​ລົງ​ຄະ​ແນນເລືອກ​ຕັ້ງ ​ຮອບ​ສອງ ທີ່ມີ​ກຳ​ນົດ​ຈັດ​ໃສ່
ວັນ​ທີ 21 ເມ​ສາ ນີ້.

​ດັ່ງ​ທີ່​ໄດ້​ມີຄາດ​ຄະ​ເນ​ກັນ​ຢ່າງກວ້າງ​ຂວາງ​ທີ່​ວ່າ ທ່ານ Volodymyr Zelenskiy
ໄດ້​ຮັບ​ໄຊຊະ​ນະ​ແ​ບບ​ງ່າຍ​ດາຍ ໃນ​ຮອບ​ທຳ​ອິດ ທີ່​ມີ​ການ​ປ່ອນ​ບັດໃນ​ວັນ​ອາ​ທິດ​
ຜ່ານ​ມາ ​ດ້ວຍ​ຄະ​ແນນປະ​ມານ 30 ເປີ​ເຊັນ. ທ່ານ​ຕ້ອງ​ການ​ຄະ​ແນນ ປະ​ມານ
50 ເປີເຊັນເພື່ອ​ໄດ້​ຮັບ​ການ​ຊະ​ນະ​ແບບ​ຂາດ​ຮອຍ.

“ນີ້​ແມ່ນ​ບາດ​ກ້າວ​ຂັ້ນ​ທຳ​ອິດ ທີ່​ຈະ​ກ້າວ​ໄປ​ສູ່ ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ທີ່​ຍິ່ງ​ໃຫຍ່,”
ນັ້​ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ Zelenskiy ​ໄດ້ບອກ​ກັບ​ພວກ​ທີ່​ສະ​ໜັບ​ສະ​ໜຸນ​ທ່ານ​ແລະ​
ສື່​ມວນ​ຊົນ ທີ່ໄປ​ຮວມ​ຕົວ​ກັນໃນ​ນະ​ຄອນ Kyiv ໃນ​ແລງວັນ​ອາ​ທິດ​ຜ່ານ​ມາ​ນີ້
ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ບໍ່​ສົນ​ໃຈ​ດອກວ່າ ແມ່ນ​ຜູ້​ໃດ​ທີ່​ລົງ​ແຂ່ງ​ຂັນ​ນຳ
​ໃນ​ຮອບ​ 2 ນີ້. ຂ້າ​ພະ​ເຈົ້າ​ແມ່ນໄດ້ບອກ​ໃຫ້ຊາບ​ແລ້ວ​ວ່າ ຂ່າວ​ປອມໆ​ທັງ​ຫຼາຍ
ທີ່​ເຜີຍ​ແຜ່​ອອກ​ໄປ​ນັ້ນ ອ້າງວ່າ ພວກ​ເຮົາ​ແມ່ນ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ຂໍ້​ຕົກ​ລົງ​
ໃດ​ນຶ່ງກັບ​ບາງ​ຄົນ. ແຕ່​ວ່າ​ພວກ​ເຮົາ​ບໍ່​ໄດ້​ເຮັດ ​ຂໍ້​ຕົກ​ລົງ​ ກັບ​ຜູ້​ໃດ​ເລີຍ. ພວກ​ເຮົາ​
ແມ່ນ​ຄົນ​ໜຸ່ມ​ນ້ອຍ. ພວກ​ເຮົາ​ບໍ່​ຕ້ອງ​ການ​ທີ່​ຈະ​ເຫັນ​ສິ່ງ​ທີ່​ມັນ​ເກີດ​ຂຶ້ນ​ໃນ​ອະ​ດີດ
ເຂົ້າໃນ​ອະ​ນາ​ຄົດ ​ຂອງ​ພວກ​ເຮົາ, ​ໃນອະ​ນາ​ຄົດຂອງ​ປະ​ເທດ​ພວກ​ເຮົາ.”

ນັກສະແດງດາວຕະຫຼົກ ແລະຜູ້ລົງແຂ່ງຂັນ ເປັນປະທານາທິບໍດີ ທ່ານ Volodymyr Zelenskiy ໄດ້ສະແດງອອກຊຶ່ງໄຊຊະນະ ຫຼັງຈາກການປະກາດ ຂອງການລົງຄະແນນຮອບທຳອິດ ຂອງການເລືອກຕັ້ງປະທານາທິບໍດີ ໃນສູນກາງໃຫຍ່ຫາສຽງຂອງທ່ານ ທີ່ນະຄອນ Kyiv, ຢູແຄຣນ, 31 ມີນາ 2019.

ປະ​ທາ​ນາ​ທິ​ບໍ​ດີ ຜູ້​ຢູ່​ໃນ​ຕຳ​ແໜ່ງ​ຄົນ​ປັດ​ຈຸ​ບັນ ທ່ານ Petro Poroshenko ​ໄດ້ເຂົ້າ​ຮອບ​ 2
ໄດ້​ຮັບ 16 ເປີ​ເຊັນ ​ຂອງຄະ​ແນນ​ສຽງ​ທີ່​ຖືກ​ນັບ​ແລ້ວ. ທ່ານ ແມ່ນ​ຢູ່​ໃນ​ວາດ​ທີ່​ຖ່ອມ​ຕົວ
ກ່ຽວ​ກັບຜົນ​ສະ​ຫຼຸບຂອງ​ການນັບ​ຄະ​ແນນ​ສຽງ.

“ຂ້າ​ພະ​ເຈົ້າ​ບໍ່​ຮູ້​ສຶກ​ເຖິງ​ຄວາມດີ​ໃຈ​ຢ່າງ​ໃດ​ເລີຍ​. ຂ້າ​ພະ​ເຈົ້າ​ແມ່ນ​ໂສກ​ເສົ້າ​ຢ່າງ​ໜັກ
ໃນ​ການ​ເຂົ້າ​ໃຈເຖິງ​ສັນ​ຍານ ທີ່​ສັ​ງຄົມ ໄດ້​ໃຫ້​ໂອ​ກາດໃ​ຫ້​ແກ່​ພວກ​ເຈົ້າ​ໜ້າທີ່​ ທີ່​ຮັກ​ສາ
​ການ​ໃນ​ມື້​ນີ້,”
ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ Poroshenko ທີ່​ໄດ້​ກ່າວ​ໄວ້.

ທ່ານ Poroshenko ​ແ​ມ່ນ​ໄດ້​ເປົ້າ​ໝາຍ​ໃສ່​ຄູ່​ແຂ່ງ​ຂອງ​ທ່ານ ​ໂດຍກ່າວ​ຫາ​ທ່ານ Zelen-
skiy ວ່າ ເປັນ​ຫຸ່ນຂອງ​ທ່ານ Ihor Kolomoysky ທີ່​ລີ້ໄພ​ຢູ່​ຕ່າງ​ປະ​ເທດ ຊຶ່ງເປັນການ
​ອ້າງທີ່​ທ່ານ Zelenskiy ໄດ້ປະ​ຕິ​ເສດ​ມາ​ຢູ່​ເລື້ອຍໆ. ທ່ານ Kolomoysky ​ແມ່ນເປັນ
​ເຈົ້າ​ໂທ​ລະ​ພາບ ຊ່ອງ 1+1 ທີ່ແຜ່​ພາບ​ທາງ​ການ​ເມືອງ​ຂອງ​ທ່ານ Zelenskiy ທີ່​ມີ​ຄວາມ
​ໝາຍ​ວ່າ ​ຜູ້​ຮັບ​ໃຊ້ຂອງ​ປະ​ຊາ​ຊົນ ຫຼື Servant of the People.

ໃນ​ສາມ​ສັບ​ປະ​ດາ​ຕໍ່​ໜ້າ​ນີ້ ແມ່ນ​ເບິ່ງ​ຄື​ວ່າ ຈະ​ເຫັນ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ເຂັ້ມ​ຂຸ້ນ
ກວ່າ​ນີ້ ນັ້ນ​ຄື​ຄຳ​ເຫັນ​ຂອງ ນັກ​ວິເຄາະ​ການ​ເມືອງ Anna Korbut ທີ່ສະ​ຖາ​ບັນນະ​ໂຍ​
ບາຍ Chatham House ທີ່​ມີສຳ​ນັກ​ງານ ຢູ່ນະ​ຄອນ​ລອນດອນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະທານາທິບໍດີ ຜູ້ຢູ່ໃນຕຳແໜ່ງຄົນປັດຈຸບັນຂອງຢູເຄຣນ ແລະເປັນຜູ້ລົງແຂ່ງຂັນເປັນ ປະທານາທິບໍດີ ທ່ານ Petro Poroshenko ໄດ້ກ່າວຄຳຖະແຫຼງການ ຫຼັງຈາກການປະກາດຂອງການລົງຄະແນນຮອບທຳອິດ ຂອງການເລືອກຕັ້ງປະທານາທິບໍດີ ໃນສູນກາງໃຫຍ່ຫາສຽງຂອງທ່ານ ທີ່ນະຄອນ Kyiv, ຢູແຄຣນ, 31 ມີນາ 2019.