ເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນພຸດວານນີ້ວ່າ ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟຄັ້ງໃໝ່ຂອງຣັດເຊຍໄດ້ສັງຫານຢ່າງໜ້ອຍ 7 ຄົນ ຢູ່ໃນສອງຕົວເມືອງ.
ໜ່ວຍບໍລິການສຸກເສີນຂອງລັດ ກ່າວວ່າ ການໂຈມຕີຄັ້ງນຶ່ງ ແມ່ນຖືກໂຮງຮຽນແຫ່ງນຶ່ງໃນເມືອງຣິຊຊິຟ (Rzhyshchiv) ຊຶ່ງເປັນເມືອງແຄມນ້ຳຕັ້ງຢູ່ຫ່າງຈາກນະຄອນ ຫຼວງກີຢິບ ໄປທາງທິດໃຕ້ ປະມານ 60 ກິໂລແມັດ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະບາດເຈັບ 18 ຄົນ ແລະອີກ 3 ຄົນ ຍັງຫາຍສາບສູນຢູ່. ການໂຈມຕີຄັ້ງນີ້ໄດ້ສ້າງຄວາມເສຍຫາຍໃຫ້ແກ່ທີ່ພັກອາໄສຂອງນັກສຶກສາ 2 ແຫ່ງ ແລະອາຄານຂອງສະຖາບັນສຶກສານຶ່ງຫລັງ.
ໃນການໂຈມຕີຄັ້ງທີ 2, ເຈົ້າໜ້າທີ່ຢູເຄຣນກ່າວວ່າ ມີຜູ້ເສຍຊີວິດ 1 ຄົນ ແລະ 33 ຄົນໄດ້ຮັບບາດເຈັບ ຍ້ອນການບຸກໂຈມຕີ ດ້ວຍລູກສອນໄຟສອງລູກ ໃສ່ຕຶກອາຄານສູງ 2 ຫຼັງທີ່ຢູ່ຕິດກັນໃນເມືອງຊາໂປຣິສເຊຍ (Zaporizhzhia).
ປະທານາທິບໍດີຢູເຄຣນ, ທ່ານໂວໂລດິເມຍ ເຊເລນສ໌ກີ ກ່າວໃນວັນພຸດວານນີ້ວ່າ ການໂຈມຕີໃນຕອນກາງຄືນຂອງຣັດເຊຍລວມມີ "ເຮືອບິນບໍ່ມີຄົນຂັບເພັດສະຄາດຂອງອີຣ່ານ 20 ລຳ ບວກກັບລູກສອນໄຟຂີປະນາວຸດ ແລະການຍິງລູກປືນໃຫຍ່ໃສ່ຫລາຍໆຄັ້ງ."
ຄວັນພຸ້ງຂຶ້ນຈາກຕຶກອາຄານຫລັງນຶ່ງທີ່ຖືກທຳລາຍໂດຍການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ທ່າມກາງການໂຈມຕີຂອງຣັດເຊຍຕໍ່ຢູເຄຣນໃນເມືອງ Rzhyshchiv ໃນເຂດນະຄອນຫລວງກີຢິບ, ໃນທີ 22 ມີນາ, 2023.
"ທຸກໆຄັ້ງ ທີ່ມີຄົນພະຍາຍາມຈະໄດ້ຍິນຄຳວ່າ 'ສັນຕິພາບ' ຢູ່ມົສກູ ກໍແມ່ນມີຄຳສັ່ງອີກອັນນຶ່ງໃຫ້ທຳການໂຈມຕີແບບອາດຊະຍາກຳເຊັ່ນນັ້ນໂລດ,” ນັ້ນຄືຄຳເວົ້າ ຂອງທ່ານເຊເລນສ໌ກີ ທີ່ກ່າວໃນຂະນະທີ່ປະທານາທິບໍດີຣັດເຊຍ ທ່ານວລາດິເມຍ ປູຕິນ ກ່າວຄຳອວຍພອນໃນຕອນສັ່ງລາ ແກ່ປະທານປະເທດສີ ຈິ້ນຜິງ “ທີ່ເປັນເພື່ອນຮັກ” ຂອງທ່ານ ຫລັງຈາກໄດ້ມີການພົບປະກັນຢູ່ມົສກູ.
ທ່ານປູຕິນ ໃນວັນອັງຄານຜ່ານມາ ໄດ້ຍ້ອງຍໍແຜນສັນຕິພາບຂອງທ່ານສີ ທີ່ຈະເຮັດໃຫ້ສົງຄາມໃນຢູເຄຣນສິ້ນສຸດລົງ ເຖິງແມ່ນວ່າແຜນການນັ້ນ ບໍ່ໄດ້ຮຽກຮ້ອງໃຫ້ມີການຖອນທະຫານຂອງຣັດເຊຍອອກ ຕາມທີ່ທ່ານເຊເລນສ໌ກີ ໄດ້ຮຽກຮ້ອງໃຫ້ມີ ກ່ອນທີ່ການເຈລະຈາສັນຕິພາບຈະເລີ່ມຂຶ້ນໄດ້.
Your browser doesn’t support HTML5
Putin-Xi Meeting Won’t End Ukraine War, Says White House
ຜູ້ນໍາຢູເຄຣນກ່າວວ່າ ຜົນສໍາເລັດຂອງກຳລັງທະຫານຂອງຕົນ “ໄດ້ນຳເອົາສັນຕິພາບມາໃຫ້ໃກ້ກວ່າ” ໃນຂະນະທີ່ທ່ານຮຽກຮ້ອງໃຫ້ມີຄວາມສາມັກຄີກັນທົ່ວໂລກ ແລະການປະຕິບັດໃຫ້ສອດຄ່ອງກັບມາດຕະການລົງໂທດທີ່ແນໃສ່ ຣັດເຊຍ.
"ດຽວນີ້, ເຂດທີ່ຄົນທຳມະດາສາມັນ ແລະເດັກນ້ອຍອາໄສແມ່ນຖືກຍິງ," ນັ້ນຄືຄຳເວົ້າຂອງທ່ານເຊເລນສ໌ກີຂຽນຢູ່ໃນທວີດເຕີ ໂດຍມີວິດີໂອຈາກກ້ອງວົງຈອນປິດສະແດງໃຫ້ເຫັນຕຶກຫລັງນຶ່ງ ໃນເມືອງຊາໂປຣິສເຊຍ ໄດ້ລະເບີດຂຶ້ນ ຂະນະທີ່ມັນຖືກໂຈມຕີໃນເວລາກາງເວັນແທ້ໆ.