ທ່ານ ສໂຕລເທັນເບີກກ່າວວ່າ ກອງກຳລັງຢູເຄຣນ 'ກຳລັງຄ່ອຍໆໄດ້ຮັບຄວາມກ້າວໜ້າດີຂຶ້ນ'

  • ວີໂອເອ

ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕລເທັນເບີກ, ຊ້າຍມື, ແລະ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຈັບມືກັນ ກ່ອນການປະຊຸມຂອງພວກເຂົາ ໃນນະຄອນຫຼວງກີຢິບ ປະເທດຢູເຄຣນ ວັນທີ 28 ກັນຍາ 2023

ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນ ສໂຕລເທັນເບີກ ກ່າວໃນວັນພະຫັດວານນີ້ວ່າ ກໍາລັງຢູເຄຣນ “ຄ່ອຍໆໄດ້​ຮັບ​ຄວາມ​ກ້າວ​ໜ້າ​ດີຂຶ້ນ” ໃນການປະເຊີນໜ້າກັບການສູ້ລົບຢ່າງດຸເດືອດ ແລະ ທ່ານໄດ້ຮຽກຮ້ອງໃຫ້ບັນດາພັນທະມິດ ສະໜອງການຊ່ວຍເຫຼືອເພີ້ມເຕີມຢ່າງຕໍ່ເນື່ອງ, ຊຸກຍູ້ການຜະລິດດ້ານປ້ອງກັນຊາດ ແລະ ເລັ່ງການສົ່ງມອບອາວຸດໃຫ້ຢູເຄຣນ.

"ຢູເຄຣນເຂັ້ມແຂງຂຶ້ນເທົ່າໃດ, ພວກເຮົາກໍເຂົ້າໃກ້ການຍຸດຕິການຮຸກຮານຂອງ ຣັດເຊຍຫຼາຍຂຶ້ນເທົ່ານັ້ນ," ທ່ານສໂຕລເທັນເບີກ (Stoltenberg) ກ່າວຕໍ່ບັນດານັກຂ່າວໃນ ກີຢິບ.

ທ່ານສໂຕລເທັນເບີກ ກ່າວຢູ່ຄຽງຂ້າງກັບ​ປະທານາທິບໍດີໂວເລດີເມຍ ເຊເລັນສກີ ​ວ່າເນໂຕ້ ມີ​ຂອບສັນຍາສຳລັບລູກສອນໄຟທີ່ສຳຄັນ​ ​ມູນຄ່າ 2.5 ຕື້ໂດລາ ​ສຳລັບ​ຢູ​ແຄຣນ.

ທ່ານສໂຕລເທັນເບີກ ກ່າວ​ວ່າ ມັນ​ເປັນຜົນປະໂຫຍດດ້ານ​ຄວາມ​ໝັ້ນຄົງ​ຂອງເນໂຕ້ ທີ່​ຈະ​ສະ​ໜອງ​ສິ່ງ​ທີ່ຈຳເປັນ ​ໃຫ້​ແກ່​ຢູ​ເຄ​ຣນ ເພື່ອ​ເອົາ​ຊະ​ນະ​ສົງ​ຄາມ.

ຢູ່ໃນສະຫະລັດ, ໃນຂະນະທີ່ລັດຖະບານກາງ ກະກຽມສໍາລັບການປິດລັດຖະບານທີ່ອາດເປັນໄປໄດ້, ການຊ່ວຍເຫຼືອຂອງປະເທດໃນການເຮັດສົງຄາມຂອງຢູເຄຣນອາດຈະມີຄວາມຫຍຸ້ງຍາກ, ອີງຕາມ ຮອງໂຄສົກນຳນຽບ ຫ້າແຈ ທ່ານ​ນາງ​ຊາບ​ຣີ​ນາ ຊິງ (Sabrina Singh).

ອ່ານຂ່າວນີ້ເປັນພາສາອັງກິດ