ຄວາມຕ້ອງການລູກກະສຸນ ຂອງຢູເຄຣນ ເປັນຈຸດເພັ່ງເລັງ ຂະນະທີ່ບັນດາພັນທະມິດທັງຫຼາຍ ກຳລັງພົບປະກັນ

  • ວີໂອເອ

ກອງພົນນຶ່ງຂອງໜ່ວຍປ້ອງກັນດິນແດນຂອງຢູເຄຣນ ເຂົ້າຮ່ວມໃນການຝຶກຊ້ອມດ້ານການທະຫານ ໃນພາກພື້ນດິນ ຢູ່ໃນຂົງເຂດ ຊາໂປຣິສເຊຍ (Zaporizhzhia), ຂອງຢູເຄຣນ, ວັນທີ 14 ມີນາ 2023.

ຄວາມຕ້ອງການລູກກະສຸນຂອງກອງທັບຢູເຄຣນ ເປັນໄປໄດ້ສູງ ຈະເປັນເລື້ອງສຳ​ຄັນຂອງວາລະກອງປະຊຸມ ຂະນະທີ່ບັນດາຜູ້ນຳດ້ານການປ້ອງກັນປະເທດຂອງສະຫະລັດ ຈັດກອງປະຊຸມກັບບັນດາເຈົ້າໜ້າທີ່ດ້ານການປ້ອງກັນປະເທດຈາກເກືອບ 50 ປະເທດ ໃນວັນພຸດມື້ນີ້ ເພື່ອປຶກສາຫາລືກ່ຽວກັບສິ່ງທີ່ຢູເຄຣນຕ້ອງການ ໃນການຕໍ່ສູ້ຕ້ານການບຸກລຸກຂອງຣັດເຊຍ.

ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ ທ່ານລອຍ ອອສຕິນ ເປັນເຈົ້າພາບຈັດການສົນທະນາ ຜ່ານທາງໄກຈາກທຳນຽບຫ້າແຈ ຫຼັງຈາກໄດ້ຈັດມາຫຼາຍຮອບກ່ອນໜ້ານີ້ ທີ່ໄດ້ພົບປະກັບ ກຸ່ມຕິດຕໍ່ພົວພັນດ້ານການປ້ອງກັນປະເທດຂອງຢູເຄຣນ ໃນການໂຮມຊຸມນຸມກັນ ຢູ່ທີ່ຖານທັບອາກາດແຣມສໄຕ​ນ໌ (Ramstein) ໃນປະເທດເຢຍຣະມັນ.

ໂຄສົກທຳນຽບຫ້າແຈ ພົນຈັດຕະວາ ແພັດ ຣາຍເດີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ ວ່າ “ຂະນະທີ່ພວກເຮົາໄດ້ເຮັດ ຕັ້ງແຕ່ຕອນຕົ້ນໆ ໃນການປຸກລະດົມນີ້ ພວກເຮົາຍັງສືບຕໍ່ຈະເຮັດທຸກສິ່ງທຸກຢ່າງ ທີ່ພວກເຮົາສາມາດເຮັດ ເພື່ອຮັບປະກັນວ່າ ພວກເຮົາຕອບສະໜອງຄວາມຕ້ອງການຂອງຢູເຄຣນ, ບໍ່ວ່າ ຈະເປັນລູກກະສຸນ ບໍ່ວ່າ ຈະເປັນການປ້ອງກັນໄພທາງອາກາດ ຫຼື ເຄື່ອງປ້ອງກັນ.”

ບັນດາເຈົ້າໜ້າທີ່ຂອງ ສະຫະລັດ ສະຫະພາບຢູໂຣບ ແລະອົງການເນໂຕ້ ທັງໝົດກໍໄດ້ປະຕິຍານ ທີ່ຈະເພີ້ມຄວາມພະຍາຍາມທັງໃນການເພີ້ມເຕີມຄັງລູກກະສຸນຂອງຢູເຄຣນ ພ້ອມດ້ວຍຄັງລູກກະສຸນຂອງຕົນເອງນຳດ້ວຍ ຂະນະທີ່ການສູ້ລົບໃນຢູເຄຣນ ຍັງຈະແກ່ຍາວອອກໄປຫຼາຍກວ່ານຶ່ງປີ ຫຼັງຈາກທີ່ຣັດເຊຍ ໄດ້ເປີດສາກບຸກລຸກຢ່າງເຕັມສ່ວນ.

“ພວກເຮົາຄຳນຶງຢູ່ຕະຫຼອດເວລາ ເຖິງການລຳລຽງລູກກະສຸນ ແລະອາວຸດຕ່າງໆ” ນັ້ນແມ່ນຄຳເວົ້າຂອງປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ທີ່ໄດ້ກ່າວໃນກອງປະຊຸມ ກັບບັນດາຜູ້ນຳກອງທັບຂອງທ່ານ.

ຄຳເຫັນຂອງທ່ານນັ້ນ ມີຂຶ້ນໃນການກ່າວປາໄສປະຈຳຄືນວັນອັງຄານ ວານນີ້ ຫຼັງຈາກທີ່ໄດ້ພົບປະກັບບັນດາເຈົ້າໜ້າທີ່ກອງທັບຂອງທ່ານແລ້ວນັ້ນ.

ທ່ານເຊເລັນສກີ ໄດ້ກ່າວວ່າ ຈຸດເພັ່ງເລັງຫຼັກ ແມ່ນກ່ຽວກັບຄວາມພະຍາຍາມທີ່ຈະປ້ອງກັນເຂດແນວໜ້າທາງກ້ຳຕາເວັນອອກ ທີ່ລວມທັງ ພື້ນທີ່ຂອງບັກມຸດ ທີ່ມີການຕໍ່ສູ້ກັນຢ່າງດຸເດືອດມາໄດ້ຫຼາຍເດືອນ. ທ່ານໄດ້ກ່າວອີກວ່າ ທ່າທີ່ອັນຈະແຈ້ງຂອງບັນດາຜູ້ນຳກອງທັບຢູເຄຣນນັ້ນ ກໍແມ່ນວ່າ ໃຫ້ “ເສີມກຳລັງໃນທິດທາງນີ້ ເພື່ອສ້າງຄວາມເສຍຫາຍສູງສຸດຕໍ່ພວກຜູ້ຄອບຄອງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ