ຢູເຄຣນ ໂຄສະນາ ເພື່ອຖອນ ສິດຍັບຍັ້ງຂອງ ຣັດເຊຍ ໃນ ສປຊ

ທູດ ຣັດເຊຍ ປະຈຳ ສະຫະປະຊາຊາດ ທ່ານ Vitaly Churkin ກ່າວໃນລະຫວ່າງກອງປະຊຸມ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກ່ຽວກັບ ວິກິດການ ຢູເຄຣນ. 15 ມີນາ, 2014, ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ ໃນນະຄອນ ນິວຢອກ.

ຢູ​ເຄຣນ ຕັ້ງໃຈ​ທີ່​ຈະສືບຕໍ່​ດຳ​ເດີ​ນການໂຄສະນາ​ເພື່ອ​ຖອນບໍ່ໃຫ້ ຣັດ​ເຊຍ ​ມີ​ອຳນາດໃນການ​ ໃຊ້ສິດຍັບ​ຢັ້ງ​ ຢູ່ໃນ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ, ​ເວລາ​ສະມັດຊາ​ໃຫຍ່​ ສະຫະ​ປະຊາ​ຊາດ ​ເປີດ​ກອງ​ປະ​ຊຸມ​ປະຈຳ​ປີ ​ແລະ ການອະພິ​ປາຍ​ໃນ​ທ້າຍ​ເດືອນນີ້.

ລັດຖະສະພາ​ Verkhovna Rada ຂອງ ຢູ​ເຣນ, ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງເປັນ​ເອກະສັນ ​ໃນ​ວັນ​ພຸດ​ວານ​ນີ້ ສະໜັບ​ສະ​ໜູນ​ການ ​
ລິ​ເລີ່​ມ ຂອງ​ສາກົນ ​ເພື່ອ​ປ້ອງ​ກັນ​ການ​ໃຊ້​ສິດ​ຍັບ​ຢັ້ງ​ເພື່ອ​ກີດ​ກັ້ນ​ຮ່າງຍັດຕິແລະການ​ ດຳ​ເນີນ​ການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ ໃນ​ກໍລະນີທີ່​ “ຄວາມ​ຂັດ​ແຍ້​ງບໍ່​ສາມ​າດປ່ຽນ​ແປງ​ໄດ້.”

​ເຈົ້າ​ໜ້າ​ທີ່ ຢູ​ເຄຣນ ​ໄດ້​ກ່າວ​ວ່າ ພວກ​ເຂົາ​ເຈົ້າແລ​ເຫັນ​ມຸມ​ມອງ ​ໃນ​ຂໍ້ຈຳກັດ​ຂອງການ​ໃຊ້​ສິດ​ຍັບ​ຢັ້ງ​ໃນ​ສະພາ​ຄວາມ​ໝັ້ນຄົງ​ ຈະ​ຫຼຸດລົງ​ຢ່າງເປັນ​ຄ່ອຍເປັນຄ່ອຍໄປ, ​ແລະ ​ໃນ​ທີ່​ສຸດ​ກໍ​ຈະ​ລົບ​ລ້າງ​ອຳນາດ​ທັງ​ໝົດ​ຂອງແຕ່ລະ​ປະ​ເທດ ​ໃນ​ການ​ກີດ​ກັ້ນ​ການ​ລົງ​ຄະ​ແນນ​ສຽງ.

ເອກອັກຄະລັດຖະທູດ ຢູ​ເຄຣນ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ Yuriy Sergeyev, ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ໃນ Twitter ເມື່ອວັນ​ອັງຄານ​ທີ່​ຜ່ານ​ມາ​ນີ້ວ່າ ສະມາຊິກ​ຂອງ​ສະມັດຊາ​ໃຫຍ່ 67 ຈາກ 193 ປະ​ເທດ ​ໄດ້​ຊີ້ໃຫ້​ເຫັນ​ວ່າ ​ພວກ​ເຂົາ​ສະໜັບສະໜູນ​ຕໍ່ການ​ເຄື່ອນ​ໄຫວ​ດັ່ງກ່າວ. ​ແຕ່​ວ່າ ຣັດ​ເຊ​ຍ ບໍ່ໄດ້ໃຫ້ຄວາມສຳຄັນ​ຕໍ່ໍ່ຂໍ້​ສະ​ເໜີ​ຂອງ ຢູ​ເຄຣນ.

​ເຖິງ​ແມ່ນ​ວ່າ​ຂໍ້​ສະ​ເໜີ​ຂອງ ຢູ​ເຄຣນ ​ເພື່ອ​ປະຕິ​ຮູບ​ຂັ້ນ​ຕອນ​ຂອງ​ສະພາ ຄວາມໝັ້ນຄົງຈະຖືກ ນຳໃຊ້​ກັບ​ສະມາ​ຊິກ​ຖາວອນ​ທັງ​ໝົດ 5 ປະເທດກໍຕາມ, ແຕ່ມັນ​ມີ​ເປົ້າໝາຍ​ແນ​ໃສ່​ ຣັດ​ເຊຍ ໂດຍ​ສະ​ເພາະ, ​ເຊິ່ງ​ໄດ້​ໃຊ້​ສິດ​ຍັບ​ຢັ້ງ​ຂອງ​ພວກ​ເຂົາ​ 6 ​ເດືອ​ນທີ່​ຜ່ານ​ມາ ​ເພື່ອ​ກີດ​ກັ້ນ​ການ​ລົງ ມະຕິ​ດຂອງ​ສະພາ​ຄວາມ​ໝັ້ນຄົງ ໃນ​ການ​ສະໜັບສະໜູນ​ການ​ກ່າວ​ຫາ ຂອງ ຢູ​ເຄຣນ ວ່າ​ ມອສ​ໂກ ​ມີ​ຄວາມ​ຜິດ​ກ່ຽວ​ກັບ “ການຮຸ​ກຮານທາງ​ທະຫານ” ຕໍ່​ ຢູ​ເຄຣນ. Kyiv ​ໄດ້​ກ່າ​ວ ປະນາມ ການສະໜັບສະໜູນ ຂອງ ຣັດ​ເຊຍ ຕໍ່ພວກ​ແບ່ງ​ແຍກ​ດິນ​ແດນ​ ທີ່ພວມຕໍ່ສູ້ ​ເພື່ອ​ແຍກ​ໂຕອອກ​ຈາກ ຢູ​ເຄຣນ ​ແລະ ການຍຶດ​ເອົາແຫຼມ Crimea ​ເຊິ່ງ​ເຄີຍ​ເປັນ​ສ່ວນ​ໜຶ່ງ​ຂອງ
ຢູ​ເຄຣນ ນັ້ນ ເຂົ້າເປັນດິນແດນຂອງ​ພວກ​ເຂົາ.