ກົມທ້ອງຖິ່ນຂອງກະຊວງພາວະສຸກເສີນ ຢູ່ພາກຕາເວັນອອກ
ຂອງຢູເຄຣນ ກ່າວໃນວັນອາທິດມື້ນີ້ ວ່າ ມີການເກັບກູ້ສົບມາ
ໄດ້ແລ້ວ 196 ສົບ ໃນຈຳນວນຜູ້ໂດຍສານ ແລະຈຸບິນ ທັງໝົດ
298 ຄົນ ຂອງຖ້ຽວບິນມາເລເຊຍທີ່ຖືກຍິງຕົກ ເມື່ອ 3 ມື້ກ່ອນ
ນັ້ນ. ແຕ່ບໍ່ເປັນທີ່ແຈ້ງຂາວໃນທັນທີນີ້ເທື່ອວ່າ ພວກສົບເຫລົ່າ
ນັ້ນໄດ້ຖືກນຳເອົາໄປເກັບໄວ້ຢູ່ໃສ.
ແຕ່ອົງການຂ່າວ Reuters ລາຍງານໃນວັນອາທິດມື້ນີ້ ວ່າ
ພວກພະນັກງານລົດໄຟ ກ່າວວ່າ ສົບຈາກເຮືອບິນທີ່ຖືກຍິງຕົກ
ນັ້ນ ໄດ້ຖືກເກັບມ້ຽນໄວ້ໃນພວກຕູ້ລົດໄຟເຢັນ ຢູ່ສະຖານີໃນ
ເມືອງ Torez ຫ່າງຈາກຈຸດເກີດເຫດໄປ 15 ຫລັກ.
Malaysian Airliner Crashes in Eastern Ukraine
ນາໆຊາດໄດ້ສະແດງຄວາມໂກດແຄ້ນ ແລະກັງວົນ ກ່ຽວກັບການໄປແຕະຕ້ອງ ຫລືລົບ
ກວນ ບໍລິເວນເກີດເຫດ ກ່ອນທີ່ເຈົ້າໜ້າທີ່ສືບສວນສອບສວນ ຈະໄດ້ຮັບອະນຸຍາດໃຫ້
ເຂົ້າໄປກວດກາ ຊຶ່ງພວກກະບົດນິຍົມຣັດເຊຍທີ່ຄວບຄຸມບໍລະເວນນັ້ນຍັງສືບຕໍ່ ຈຳກັດ
ການເຂົ້າເຖິງ ບໍລິເວນນັ້ນ.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ Tony Abbott ກ່າວ ໃນວັນອາທິດມື້ນີ້ ວ່າ ຢູ່
ຈຸດເກີດເຫດນັ້ນ ແມ່ນ “ສັບສົນແທ້ໆ.”
Your browser doesn’t support HTML5
2013881 Ukraine Crash
ທ່ານ Abbott ກ່າວ ໃນການສຳພາດກັບບໍລິສັດກະຈາຍສຽງອອສເຕຣເລຍ ຫຼື ABC ວ່າ
ທ່ານຢ້ານວ່າ ການໄປແຕະຕ້ອງລົບກວນ ພວກຫຼັກຖານຕ່າງໆເຫລົ່ານັ້ນ ແມ່ນຈະມີຕໍ່ໄປ
ເພາະວ່າ “ບໍ່ມີເຈົ້າໜ້າທີ່ຜູ້ມີອຳນາດ ຢູ່ທີ່ເກີດເຫດເລີຍ.”
ໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen Psaki ກ່າວວ່າ ລາຍງານ
ຕ່າງໆ ທີ່ເວົ້າວ່າ ສົບ ແລະຊິ້ນສ່ວນເຄື່ອງຂອງ ທັງຫຼາຍ ໄດ້ຖືກຍ້າຍອອກໄປຈາກບໍລິເວນ
ເກີດເຫດ ທີ່ບໍ່ມີການຄຸ້ມຄອງ ແລະຫຼັກຖານ ໄດ້ຖືກແຊກແຊງຫຍຸ້ງກ່ຽວນຳນັ້ນ “ແມ່ນ ເປັນການດູໝິ່ນ ບັນດາຜູ້ທີ່ໄດ້ສູນເສຍຄົນ ທີ່ຕົນຮັກໄປ ແລະໝິ່ນປະໝາດຕໍ່ກຽດ
ສັກສີ ທີ່ຜູ້ປະສົບໄພຄວນທີ່ຈະໄດ້ຮັບ.”
Your browser doesn’t support HTML5
CRASH BLACK BOX
ທ່ານນາງ Psaki ກ່າວວ່າ ບັນດາຜູ້ສັງເກດການຂອງຢູໂຣບ ໄດ້ຮັບອະນຸຍາດໃຫ້ເຂົ້າໄປ
ໃນຈຸດເກີດເຫດ ເມື່ອວັນເສົາວານນີ້ ພຽງ 3 ຊົ່ວໂມງເທົ່ານັ້ນ ແລະ ໄດ້ເຂົ້າໄປເບິ່ງ ພຽງແຕ່
75 ນາທີ ເມື່ອວັນສຸກຜ່ານມາ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກ່າວໃນວັນເສົາວານນີ້ ວ່າ
ສະຫະລັດ ມີ “ຄວາມກັງວົນຢ່າງສູງ” ກ່ຽວກັບ ລາຍງານຕ່າງໆ ວ່າ ສົບ ແລະ ຊິ້ນສ່ວນ
ເຄື່ອງຂອງທັງຫຼາຍ ໄດ້ຖືກນຳ ເອົາໄປຈາກສະຖານທີ່ເກີດເຫດ.