ຢູເຄຣນລາຍງານວ່າ ຕົນໄດ້ຍິງໂດຣນຂອງຣັດເຊຍ ຕົກ ໃນຂະນະທີ່ທໍານຽບຂາວ ໃຫ້ສັນຍາຈະນໍາສົ່ງການຊ່ວຍເຫຼືອແບບຮີບດ່ວນ

  • ວີໂອເອ

ຄັວນໄຟ ລອຍຂຶ້ນມາໃນຂະນະທີ່ຫຼັກຂອງສະຖານີໂທລະພາບຫັກລົງມາ ລຸນຫຼັງເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ຖືກໂຈມຕີໂດຍລູກສອນໄຟ, ທ່າມກາງການໂຈມຕີຢູເຄຣນຂອງຣັດເຊຍ, ໃນເມືອງຄາກີບ, ຢູເຄຣນ, ວັນທີ 22 ເມສາ 2024, ເຊິ່ງເປັນພາບທີ່ຕັດມາຈາກວີດີໂອ.

ກອງທັບ​ຢູ​ເຄຣນ​ລາຍ​ງານ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນ​ໄດ້​ທຳລາຍ​ເຮືອບິນບໍ່ມີຄົນຂັບ ຫຼື ໂດຣນຂອງ ຣັດ​ເຊຍ 15 ໃນ​ຈຳນວນ 16 ລຳ​ ຈາກ​ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຫຼ້າ​ສຸດ ​ກ່ອນການ​ລົງ​ຄະ​ແນນ​ສຽງ​ຂອງ​ສະພາ​ສູງ​ສະຫະລັດ ກ່ຽວ​ກັບ​ຊຸດ​ຄວາມໝັ້ນຄົງ ​ທີ່​ລວມມີ​ການ​ຊ່ວຍ​ເຫລືອ​ຄັ້ງໃໝ່ສໍາລັບ ຢູເຄຣນ ໃນຈໍານວນ 61 ຕື້​ໂດ​ລາ​.

ກອງທັບ​ອາກາດ​ຢູ​ເຄຣນ​ກ່າວ​ວ່າ ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ​ຍັງ​ລວມມີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ 2 ລູກ, ​ເຊິ່ງ​ກອງກໍາລັງ​ປ້ອງ​ກັນທາງ​ອາກາດ​ຂອງ​ຢູເຄຣນ ​ໄດ້​ຍິງ​ໂດຣນຂອງຣັດ​ເຊຍ​ຕົກ​ຢູ່​ໃນພາກພື້ນ ເຊີກາຊີ (Cherkasy), ກີຢິບ (Kyiv), ມີໂຄລາອີບ (Mykolaiv) ​ແລະ ໂອເດຊາ.

ຜູ້ປົກຄອງພາກພື້ນໂອເດຊາ, ທ່ານໂອເລ ຄິບເປີ້ ກ່າວວ່າ ການໂຈມຕີດ້ວຍໂດຣນເຫຼົ່ານັ້ນ ໄດ້ສ້າງຄວາມເສຍຫາຍຕໍ່ອາຄານທີ່ພັກອາໄສຫຼາຍຫຼັງ ແລະມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 9 ຄົນ.

ຜູ້ປົກຄອງພາກພື້ນ ມິໂຄລາອີບ ທ່ານວິທາລີ ຄິມ (Vitaliy Kim) ກ່າວ​ວ່າ ​ຊາກ​ຫັກ​ພັງ​ຂອງໂດຣນທີ່​ຕົກ​ລົງມານັ້ນ ໄດ້​ເຮັດໃຫ້ມີຜູ້​ບາດ​ເຈັບ​ນຶ່ງຄົນ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ສູນ​ການ​ຄ້າ​ແຫ່ງ​ນຶ່ງອີກດ້ວຍ.

ກະ​ຊວງ​ປ້ອງ​ກັນ​ປະເທດຂອງ​ຣັດ​ເຊຍ​ກ່າວ​ໃນ​ວັນ​ອັງ​ຄານ​ມື້ນີ້​ວ່າ ການ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ຕົນ ​ໄດ້​ທຳ​ລາຍ​ລູກ​ສອນ​ໄຟ​ຂອງ​ຢູ​ເຄ​ຣນ 4 ລູກ​ຢູ່ເໜືອພາກພື້ນ ເບລໂກຣອດ (Belgorod).

ທ່ານວີເຊັສລາບວ໌ ກລາດໂຄບວ໌ (Vyacheslav Gladkov), ເຊິ່ງເປັນຜູ້ປົກຄອງພາກພື້ນ ເບລໂກຣອດ ໄດ້ລາຍງານກ່ຽວກັບຄວາມເສຍຫາຍຂອງອາຄານທີ່ຢູ່ອາໄສ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ.

ທຳນຽບຂາວກ່າວວ່າ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ໃຫ້ຄຳໝັ້ນວ່າຈະໃຫ້ “ຊຸດການຊ່ວຍເຫຼືອດ້ານຄວາມໝັ້ນຄົງທີ່ສໍາຄັນອັນໃໝ່ໄວໆນີ້ ເພື່ອຕອບສະໜອງຕໍ່ຄວາມຕ້ອງການດ້ານການສູ້ລົບ ແລະການປ້ອງກັນທາງອາກາດອັນຮີບດ່ວນຂອງຢູເຄຣນ” ໃນທັນທີທັນໃດ ເມື່ອສະພາສູງຜ່ານຮ່າງກົດໝາຍດ້ານຄວາມໝັ້ນຄົງ, ດັ່ງທີ່ ທ່ານ ໄບເດັນ ໄດ້ໂອ້ລົມກັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນວັນຈັນວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ