ພວກປະທ້ວງຕໍ່ຕ້ານລັດຖະບານ ໃຫ້ຄຳໝັ້ນສັນຍາ ທີ່ຈະສືບຕໍ່
ການໂຮມຊຸມນຸມປະທ້ວງ ເຖິງແມ່ນໄດ້ມີການຮັບຜ່ານຮ່າງກົດ
ໝາຍ ໃຫ້ອະໄພໂທດແກ່ພວກທີ່ຖືກຈັບກຸມ ໃນລະ ຫວ່າງການ
ປະທ້ວງ ທີ່ດຳເນີນມາໄດ້ 2 ເດືອນປາຍຜ່ານມານີ້ແລ້ວກໍຕາມ.
ລັດຖະສະພາໄດ້ຮັບຜ່ານມາດຕະການດັ່ງກ່າວ ໃນແລງວັນພຸດ
ວານນີ້ ໂດຍສະເໜີໃຫ້ນິ ລະໂທດກຳແກ່ພວກທີ່ຖືກຈັບກຸມ ກໍຕໍ່
ເມື່ອກຸ່ມຕໍ່ຕ້ານລັດຖະບານພາກັນອອກໄປຈາກຕຶກອາຄານຕ່າງໆ
ຂອງລັດຖະບານ ທີ່ພວກເຂົາເຈົ້າກຳລັງຄອບຄອງຢູ່ໃນເວລານີ້
ເທົ່ານັ້ນ.
ພວກສະມາຊິກແຫ່ງຊາດ ໄດ້ຮັບຜ່ານຮ່າງກົດໝາຍດັ່ງກ່າວໃນຄືນວັນພຸດວານນີ້ ແຕ່ພວກ ຝ່າຍຄ້ານໃນສະພາຄັດຄ້ານຕໍ່ການເຄື່ອນໄຫວດັ່ງກ່າວ. ທ່ານ Arseniy Yatsenyuk ຜູ້ນຳຝ່າຍຄ້ານກ່າວເຖິງການເຄື່ອນໄຫວນີ້ວ່າ “ເປັນທີ່ຍອມຮັບເອົາບໍ່ໄດ້” ຕໍ່ເງື່ອນໄຂທີ່ໃຫ້ພວກ
ປະທ້ວງອອກຈາກຕຶກອາຄານຕ່າງໆເຫຼົ່ານັ້ນ.
ໃນຂະນະດຽວກັນ ເວັບໄຊ້ຂອງປະທານາທິບໍດີຢູເຄຣນ ກ່າວວ່າ ປະທານາທິບໍດີ Viktor Yanukovych ກຳລັງລາພັກເຈັບປ່ວຍເນື່ອງຈາກພະຍາດຫຼອດລົມຫາຍໃຈທີ່ຮ້າຍແຮງທີ່ຕິດຕາມມາດ້ວຍເປັນໄຂ້. ແຕ່ເວັບໄຊ້ນີ້ບໍ່ໄດ້ບອກໃຫ້ຊາບວ່າ ທ່ານຈະລາພັກດົນປານໃດ
ຫຼືກໍບໍ່ໄດ້ບອກໃຫ້ຮູ້ວ່າ ທ່ານຈະພະຍາຍາມເຮັດວຽກຫຼືບໍ່ໃນລະຫວ່າງການລາພັກນັ້ນ.

ການປະທ້ວງ ຢູ່ Kyiv

Your browser doesn’t support HTML5
Ukraine