ປະທານາທິບໍດີຢູເຄຣນ ຂໍຄວາມຊ່ອຍເຫຼືອ ທາງທະຫານ ຈາກເຢຍລະມັນ

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ຕ້ອນຮັບ ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ຢູ່ສຳນັກງານນາຍົກ ໃນນະຄອນຫລວງ Berlin, ວັນທີ 16 ມີນາ 2015.

ປະທານາທິບໍດີຢູ​ເຄຣນ ທ່ານ​ Petro Poroshenko ​ໄດ້​ເດີນທາງ​
ໄປ​ເຖິງເຢຍຣະມັນ ​ເພື່ອ​ທຳການເຈລະຈາ ກັບ​ນາຍົກລັດຖະມົນຕີ
​ Angela Merkel ​ແລະ ບັນດາ​ຜູ້​ແທນ​ທີ່​ສຳຄັນ​ຂອງ​ເຢຍຣະມັນ ​
ເພື່ອຫາ​ທາງ​ຂໍ​ຄວາມ​ຊ່ອຍເຫຼືອທາງ​ດ້ານ​ທະຫານ​ ຈາກ​ບັນດາ​
ປະ​ເທດຕາ​ເວັນ​ຕົກ ​ເພື່ອຍຸດຕິ​ການ​ກໍ່​ກະບົດ ຂອງ​ພວກ​ນິຍົມ
ຣັດ​ເຊຍ ​ໃນ​ປະ​ເທດ​ຂອງ​ທ່ານນັ້ນ.

ລາຍລະອຽດ​ຕ່າງໆ ຂອງ​ການ​ເຈລະຈາ​ຮ່ວມ​ກັນນັ້ນ ​ແມ່ນ​ບໍ່​ໄດ້
​ເປີດ​ເຜີຍ​ໃຫ້​ຊາບ. ​ແຕ່​ການ​ພົບ​ປະກັນໃນ​ວັນ​ຈັນ​ມື້​ນີ້ ມີ​ຂຶ້ນຫລັງ​
ຈາກ​ມີ​ຄຳ​ເຕືອນ ຈາກ​ນັກ​ການ​ທູດລະດັບ​ສູງ​ສຸດຂອງເຢຍຣະມັນ
​ຕໍ່ການຈັດ​ສົ່ງ​ອາວຸດ​ສົງຄາມ​ຮ້າຍ​ແຮງ​ໃຫ້​ແກ່ Kyiv ​ເພື່ອ​ຕອບ​ໂຕ້
​ການ​ລຸກ​ຮື​ຂຶ້ນມາ​ໄດ້ເກືອບ​ປີ​ໜຶ່ງ​ແລ້ວ ​ໂດຍພວກ​ທີ່​ໜູນຫຼັງ​ໂດຍມົສກູ ຢູ່​ໃກ້ໆ​ເຂ​ດຊາຍ​ແດນ​ ຕິດ​ກັບຣັດ​ເຊຍ.

ລັດຖະມົນຕີ ​ຕ່າງປະ​ເທດ​ເຢຍຣະມັນ ທ່ານ Frank Walter-Steinmeier ກ່າວ​ຖະ​ແຫລ​ງ ເມື່ອ​ວັນ​ພະຫັດຜ່ານ​ມາ ຢູ່​ວໍ​ຊິງ​ຕັນວ່າ ການ​ມອບ​ອາວຸດ​ແບບ​ນັ້ນ ​ໃຫ້​ແກ່​ຢູ​ເຄຣນ ອາດ​ສົ່ງ​ຜົນ​ໃຫ້ການ​ຂັດ​ແຍ້​ງ ກັນນັ້ນ ລຸກລາມ​ອອກ​ໄປ​ຈົນ “ຄວບ​ຄຸມ​ບໍ່​ໄດ້.” ທ່ານ ​ແລະ ບັນດາ​ເຈົ້າໜ້າ​ທີ່​ປະ​ເທດ​ຢູ​ໂຣບຄົນ​ອື່ນໆ ຍັງ​ໄດ້ເຕືອນວ່າ ທັງ​ເຢຍຣະມັນ ​ຫຼື ຝຣັ່ງ ຈະ​ບໍ່​ສະໜັບ
ສະໜູນການ​ເຄື່ອນ​ໄຫວ​ໃດໆ​ ຂອງ​ສະຫະລັດ​ທີ່​ຈະ​ສົ່ງ​ອາວຸດ​ຮ້າຍແຮງ ​ໄປ​ໃຫ້​ຢູເຄຣນນັ້ນ.

ກອງ​ປະຊຸມ ບັນດາຜູ້ນຳສະຫະພາບ​ຢູ​ໂຣບ ​ໃນ​ທ້າຍ​ອາທິດ​ນີ້ ຢູ່​ທີ່​ນະຄອນ Brussels ​ແມ່ນ​ຄາດ​ກັນ​ວ່າ ຈະ​ຫວນ​ຄືນ​ໄປ​ເບິ່ງມາດຕາ​ການ​ລົງ​ໂທດ​ທາງ​ເສດຖະກິດ ​ທີ່​ໄດ້​ວາງ​ໃຊ້ຕໍ່​ມົສກູ ຍ້ອນການ​ສະໜັບ ສະໜູນ​ການ​ລຸກ​ຮື​ຂຶ້ນດັ່ງກ່າວ ຊຶ່ງ​ໄດ້​ເອົາ​ຊີວິດ​ ຫຼາຍກວ່າ 6,000 ຄົນໄປ​ແ​ລ້ວ ນັບ​ຕັ້ງ​ແຕ່ ​ເດືອນ​ເມສາ 2014 ​ເປັນ​ຕົ້ນ​ມາ.

Your browser doesn’t support HTML5

Petro Porochenko meet with Angela Merkel