ປະທານາທິບໍດີຮັກສາການຊົ່ວຄາວຂອງຢູເຄຣນທ່ານ
Oleksandr Turchynov ໃຫ້ຄຳໝັ້ນສັນຍາ ທີ່ຈະໃຫ້
ນິລະໂທດກຳ ແກ່ພວກປະທ້ວງ ຫົວນິຍົມຣັດເຊຍ ຖ້າ
ຫາກພວກເຂົາເຈົ້າຍອມວາງອາວຸດແລະໜີອອກຈາກ
ອາຄານຕ່າງໆ ຂອງລັດຖະບານ ທີ່ພວກເຂົາເຈົ້າເຂົ້າ
ຍຶດ ໃນສອງຫົວເມືອງ ໃນພາກຕາເວັນອອກ ຂອງຢູ
ເຄຣນນັ້ນ.
ທ່ານ Turchynov ກ່າວໃນວັນພະຫັດ ມື້ນີ້ວ່າ ທ່ານ
ມີຄວາມເຕັມໃຈ ທີ່ໃຫ້ຄຳໝັ້ນສັນຍາຂອງທ່ານ ຢ່າງ
ເປັນທາງການໂດຍການອອກຄຳປະກາດປະທານາ
ທິບໍດີນັ້ນ.
ມາຮອດປັດຈຸບັນນີ້ ຍັງບໍ່ທັນໄດ້ຮັບຄຳຕອບໃດໆຈາກພວກປະທ້ວງເທື່ອ.
ລັດຖະມົນຕີກະຊວງພາຍໃນຂອງຢູເຄຣນ ທ່ານ Arsen Avakov ກ່າວໃນວັນພຸດ
ວານນີ້ວ່າ ຢູເຄຣນຈະເຮັດໃຫ້ການຄອບຄອງພວກອາ ຄານເຫຼົ່ານີ້ສິ້ນສຸດລົງພາຍ
ໃນວັນສຸກມື້ອື່ນນີ້ ໂດຍທາງການເຈລະຈາຫຼືບໍ່ດັ່ງນັ້ນກໍຈະໃຊ້ກຳລັງ.
ພວກຫົວຮຸນແຮງນິຍົມຣັດເຊຍ ໄດ້ເຂົ້າຄອບຄອງຕຶກອາຄານຫຼາຍຫຼັງໃນເມືອງ
Luhansk ແລະເມືອງ Donetsk. ພວກເຂົາເຈົ້າໄດ້ຮຽກ ຮ້ອງໃຫ້ມີການລົງປະຊາ
ມະຕິ ກ່ຽວກັບວ່າຈະແຍກອອກຈາກຢູເຄຣນ ຫຼືເຂົ້າຮ່ວມກັບຣັດເຊຍຫລືບໍ່ແບບດຽວ
ກັນກັບການລົງປະຊາມະຕິດທີ່ໄດ້ມີຂຶ້ນໃນໄຄຣເມຍ ເມື່ອເດືອນແລ້ວນີ້.
ທ່ານນາງ Victoria Nuland ນັກການທູດສະຫະລັດ ກ່າວຕໍ່ຄະນະກຳມາທິການປະ
ຈຳສະພາຕຳ່ສະຫະລັດວ່າ ການຍຶດເອົາພວກອາຄານເຫຼົ່ານີ້ ແມ່ນເປັນການເຄື່ອນ
ໄຫວ ທີ່ມີການປະສານງານລ່ວງໜ້າ ຢ່າງລະມັດລະວັງທີ່ສຸດ ພ້ອມທັງ ວາງແຜນໄວ້
ແລະຕັ້ງເປົ້າໝາຍໄວ້ແລ້ວ ແລະທ່ານນາງກ່າວຕໍ່ໄປວ່າ ມີ “ຫຼັກຖານຢ່າງຖ້ວມລົ້ນ”
ຂອງການພົວພັນຂອງຣັດເຊຍ ແລະເຕືອນວ່າຈະມີຜົນສະທ້ອນຕາມມາພາຍຫຼັງຖ້າ
“ການເຄື່ອນໄຫວແບບຮຸກຮານນີ້” ບໍ່ໄດ້ຮັບການກວດການັ້ນ.