ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໄດ້
ສາບານທີ່ຈະເພີ້ມງົບປະມານສຳຫລັບດ້ານທະຫານຕື່ມ ເຖິງ
3 ຕື້ດອລລ່າ ໃນລະຍະ 2-3 ປີຂ້າງໜ້າ ຍ້ອນການຂົ່ມຂູ່ຢ່າງ
ຕໍ່ເນື່ອງ ຂອງພວກແບ່ງແຍກດິນແດນນິຍົມຣັດເຊຍ ຢູ່ພາກ
ຕາເວັນອອກຂອງຢູເຄຣນນັ້ນ.
ທ່ານ Poroshenko ໄດ້ມີຄວາມເຫັນດັ່ງກ່າວ ໃນວັນອາທິດ
ມື້ນີ້ ໃນຄຳປາໄສທີ່ທ່ານກ່າວ ໃນພິທີຂີດໝາຍວັນເອກະລາດ
23 ປີ ຫຼັງຈາກການແຕກແຍກອອກຈາກກັນ ຂອງສະຫະພາບ
ໂຊຫວຽດ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະ ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko ໃນລະຫວ່າງພົບປະກັນ ຢູ່ນະຄອນຫລວງ Kyiv ປະເທດຢູເຄຣນ, ວັນທີ 23 ສິງຫາ 2014.
ທ່ານກ່າວຕໍ່ຝຸງຊົນຫຼາຍພັນຄົນ ທີ່ໄປເຕົ້າໂຮມກັນ ຢູ່ໃນ
ຈະຕຸລັດເອກະລາດ ເພື່ອຊົມການສວນສະໜາມຂອງກອງ
ທະຫານຢູເຄຣນ ວ່າ ມັນເປັນທີ່ຈະແຈ້ງວ່າ ການຂົ່ມຂູ່ຂອງ
ພວກແບ່ງແຍກດິນແດນ ຍັງຈະ “ປົກຄຸມຢູເຄຣນຢູ່” ໃນ
ລະຍະທີ່ແລເຫັນໄດ້ ໃນອານາຄົດນັ້ນ ແລະວ່າ ປະເທດຊາດ
ຕ້ອງກຽມພ້ອມ ເພື່ອປ້ອງກັນຕົນເອງ.
ໃນວັນເສົາວານນີ້ ບັນດາຜູ້ສັງເກດການຈາກປະເທດ
ຕາເວັນຕົກ ກ່າວວ່າ ຂະບວນລົດຂົນສົ່ງ ເຄື່ອງຊ່ວຍເຫຼືອ
ຂອງຣັດເຊຍ ທີ່ໄດ້ຂ້າມຊາຍແດນເຂົ້າໄປ ໃນຢູເຄຣນເມື່ອ
ວັນສຸກຜ່ານມານັ້ນ ໄດ້ກັບຄືນໄປຣັດເຊຍ ຊຶ່ງໄດ້ຜ່ອນຄາຍ
ຄວາມເຄັ່ງຕຶງລະຫວ່າງງນາໆຊາດລົງ ໃນຂະນະທີ່ ນາຍົກ
ລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ເດີນ
ທາງໄປເຖິງນະຄອນຫລວງຂອງຢູເຄຣນ ພ້ອມກັບກ່າວວ່າມີຄວາມຫວັງສຳຫລັບ ສັນຕິ
ພາບ ຄືນໃໝ່.
ທ່ານນາງ Merkel ໄດ້ພົບປະກັບ ປະທານາທິບໍດີ Poroshenko ແລະໄດ້ສັນຍາຈະ
ໃຫ້ການຊ່ວຍເຫຼືອຂອງເຢຍລະມັນ ມູນຄ່າ 660 ລ້ານດອລລ່າ ເພື່ອສ້າງສາຄືນໃໝ່
ເມືອງຕ່າງໆຢູ່ ໃນພາກຕາເວັນອອກຂອງຢູເຄຣນ ທີ່ໄດ້ຖືກທຳລາຍເສຍຫາຍໜັກ ຍ້ອນ
ການສູ້ລົບກັນ ຕະຫລອດເວລາຫຼາຍເດືອນທີ່ຜ່ານມາ.
ຂະບວນລົດ ຣັດເຊຍ ກັບຄືນ ປະເທດ
Your browser doesn’t support HTML5
6071WD UKRAINE CRISIS MERKEL POROSHENKO