ການເຈລະຈາ ສັນຕິພາບ ຢູເຄຣນ ສີ້ນສຸດລົງ ໃນທາງບວກ

ປະທານາທິບໍດີຢູເຄຣນ ທ່ານ Petro Poroshenko (ຂວາ) ແລະປະທານາທິບໍດີຝຣັ່ງ ທ່ານ Francois Hollande ທີ່ທຳ ນຽບ Elysee.

ປະທານາທິບໍດີ ຢູເຄຣນ ທ່ານ Petro Poroshenko ກ່າວ​ໃນ
​ວັນ​ສຸກ​ວານ​ນີ້​ວ່າ ທ່ານມີຄວາມຫວັງໄປ​ໃນ​ແງ່​ດີ ຫລັງ​ຈາກ​ການ
​ເຈລະຈາ ​ທີ່ນະ​ຄອນ​ຫລວງ​ປາຣີ ກັບບັນດາ​ຜູ້ນຳຣັດ​ເຊຍ ຝຣັ່ງ
​ແລະ​ເຢຣະ​ມັນ ​ເພື່ອ​ຮື້​ຟື້ນຂັ້ນຕອນສັນຕິ​ພາບ​ ໃນພາກ​ຕາ​ເວັນ
​ອອກ​ຂອງ​ຢູ​ເຄຣນ.

ທ່ານ Poroshenko ​ໄດ້​ພົບປະ ກັ​ບປະທານາທິບໍດີຣັດ​ເຊຍ
ທ່ານ Vladimir Putin ປະທານາທິບໍດີຝຣັ່ງ ທ່ານ Francois
Hollande ​ແລະ​ນາຍົກລັດຖະ ມົນຕີເຢຍຣະມັນທ່ານ​ນາງ
Angela Merkel ໃນກອງປະຊຸ​ມສຸດ​ຍອດທີ່ມີການ ລໍຖ້າມາ​
ດົນນານແລ້ວນັ້ນ​ທີ່ນະຄອນ​ຫລວງປາຣີ. ນີ້​ເປັນ​ການ​ປະ​ຊຸ​ມ​
ເທຶ່ອທຳ​ອິດ ນັບ​ແຕ່​ບັນດາ​ຜູ້ນຳ ​ໄດ້​ບັນລຸຂໍ້​ຕົກລົງ​ສັນ​ຕິ​ພາບ ​ທີ່​ນະຄອນ Minsk ​ໃນ​ເດືອນ​ກຸມພາ​ທີ່​ຜ່ານ​ມາ.

ຂໍ້ຕົກລົງ​ດັ່ງກ່າວ​ໄດ້​ປະສົບກັບ​ບັນຫາ ​ແຕ່​ວ່າໄດ້ມີ​ຮ່ອງ​ຮອຍຂອງ​ຄວາມ​ຄືບ​ໜ້າ​ຫວ່າງ​ບໍ່
​ເທົ່າໃດ​ອາທິດ​ທີ່​ຜ່ານ​ມາ​ນີ້ ຮວມທັງ​ການຕົກລົງທີ່ມີຄວາມຄືບໜ້າໃນ​ອາທິດ​ນີ້ ກ່ຽວກັບ
ການ​ຖອນ​ລົດ​ຖັງ​ແລະ​ອາວຸດ​ຍຸດ​ໂທ​ປະກອນ​ຕ່າງໆອອກຈາກເຂດແນວໜ້າ.

ຫລັງ​ຈາກ​ການປະຊຸມກັນແລ້ວ ທ່ານ Poroshenko ກ່າວ​ວ່າ ຝ່າຍ​ລັດຖະບານ​ຈະ​ເລີ້ມ​
ຖອຍຄືນ​ໃນ​ວັນ​ເສົາ​ມື້​ນີ້ ​ອີງ​ຕາມ​ອົງການ​ຂ່າ​ວຂອງຣັ​ດ​ເຊຍ.

​ໂຄສົກຂອງປະທານາທິບໍດີຣັດ​ເຊຍ ທ່ານ Vladimir Putin ໃນເວລາຕໍ່​ມາ​ໄດ້​ກ່າວຊົມ
ເຊີຍ​ການ​ເລີ້ມ​ຖອນ​ອາວຸດນີ້ວ່າ ​ເປັນ “ການເຄື່ອນໄຫວໃນທາງ​ບວກ.”

​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນທີ່ມີແຜນຈະຈັດຂຶ້ນ​ໃນ​ເດືອນ​ນີ້ ຢູ່​ໃນ​ເຂດ​ພາຍໃຕ້​ການ​ຄວບ​ຄຸມ​
ຂອງພວກ​ກະບົດ​ແບ່ງ​ແຍກ​ດິນ​ແດນ ທີ່ສະໜັບສະ​ໜູ​ນຣັດ​ເຊຍຈະ​ໄດ້​ຖືກ​ເລື່ອນ​ອອກ​
ໄປ​ຢ່າງ​ນ້ອຍ​ສາມ​ເດືອນ.

ທ່ານ Hollande ກ່າວ​ວ່າ “ພວ​ກ​ເຮົາ​ບໍ່​ຕ້ອງການໆ​ເລືອກ​ຕັ້ງ ​ມີຂື້ນ​ຢູ່ພາກ​ຕາ​ເວັນ​ອອກ
​ຂອງຢູ​ເຄຣນ ທີ່​ບໍ່​ໃຫ້ການ​ນັບຖື ຕໍ່ຂໍ້ຕົກລົງນະຄອນ Minsk” ທ່ານ ກ່າວອີກ​ວ່າ ມີ​ຄວາມ
ຕ້ອງການ "​ເວລາເພື່ອຮ່າງ​ກົດໝາຍ ​ແລະ​ກົດໝ​າຍການ​ເລືອກ​ຕັ້ງ ທີ່ສອດຄ່ອງຢ່າງ
ສົມບູນ ກັບມາດຕະຖານຂອງສາກົນ.”

Your browser doesn’t support HTML5

Ukraine Peace Talks