ກອງທັບອາກາດ ຢູເຄຣນ ເວົ້າວ່າ ເຮືອບິນລົບ ຣັດເຊຍ 9 ລຳໄດ້ຖືກທຳລາຍໃນການລະເບີດຂະໜາດໃຫຍ່ເມື່ອວັນອັງຄານທີ່ຜ່ານມາ ຢູ່ຖານທັບອາກາດໃນແຫຼມໄຄຣເມຍ, ເຊິ່ງແມ່ນແຫຼມທີ່ ມົສກູ ໄດ້ຍຶດເອົາໃນປີ 2014. ແລະ ການລະດົມຍິງຢູ່ອ້ອມໂຮງໄຟຟ້ານິວເຄລຍ ຢູເຄຣນ ໄດ້ພາໃຫ້ມີການປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.
ສະພາຄວາມໝັ້ນຄົງແມ່ນຈະແກ້ໄຂບັນຫາການລະດົມຍິງ ຢູ່ໃກ້ໂຮງງານໄຟຟ້ານິວເຄລຍ ຊາໂປຣິສເຊຍ. ຢູເຄຣນ ແລະ ຣັດເຊຍ ໄດ້ກ່າວຫາກັນແລະກັນ ກ່ຽວກັບ ການລະດົມຍິງໂຮງໄຟຟ້າດັ່ງກ່າວ, ເຊິ່ງແມ່ນໂຮງໄຟຟ້ານິວເຄລຍທີ່ໃຫຍ່ທີ່ສຸດໃນ ຢູໂຣບ, ແລະ ບັນດາເຈົ້າໜ້າທີ່ໄດ້ມີຄວາມເປັນຫ່ວງ ກ່ຽວກັບ ໄພຫາຍະນະດ້ານນິວເຄລຍ.
ອົງການສິ້ງຊອມປະລະມະນູຂອງສະຫະປະຊາຊາດ ໄດ້ແຈ້ງເຕືອນ ແລະ ກຸ່ມຂອງປະເທດທີ່ມີອຸດສາຫະກຳນຳໜ້າ 7 ປະເທດໃນວັນພຸດວານນີ້ໄດ້ບອກໃຫ້ ຣັດເຊຍ ສົ່ງຄືນໂຮງໄຟຟ້າດັ່ງກ່າວໃຫ້ ຢູເຄຣນ.
ມົສກູ ບໍ່ໄດ້ສະແດງສັນຍານ ກ່ຽວກັບ ການປະຕິບັດຕາມຄຳຮຽກຮ້ອງທີ່ວ່ານັ້ນ.
ໃນແຫຼມໄຄຣເມຍ, ຢູເຄຣນ ໄດ້ຢຸດການອ້າງເອົາຄວາມຮັບຜິດຊອບ ຢ່າງເປີດເຜີຍສຳລັບການລະເບີດ ຢູ່ຖານທັບອາກາດ ຊາກີ, ໃນຂະນະດຽວກັນໄດ້ເວົ້າສຽດສີໃສ່ການປະຕິເສດຂອງ ຣັດເຊຍ ກ່ຽວກັບ ການໂຈມຕີ. ມົສກູ ໄດ້ອ້າງວ່າ ລະເບີດຫຼາຍລູກຖືກໄຟໄໝ້ ແລະ ໄດ້ລະເບີດຂຶ້ນ, ສັງຫານນຶ່ງຄົນ ແລະ ບາດເຈັບຢ່າງໜ້ອຍ 13 ຄົນ. ເຂົາເຈົ້າໄດ້ປະຕິເສດວ່າບໍ່ມີເຮືອບິນລຳໃດໄດ້ຮັບຄວາມເສຍຫາຍ, ແຕ່ຮູບພາບຈາກດາວທຽມໄດ້ສະແດງໃຫ້ເຫັນເຮືອບິນລົບຢ່າງໜ້ອຍ 7 ລຳໄດ້ລະເບີດ ແລະ ໄດ້ຮັບຄວາມເສຍຫາຍຫຼາຍກວ່າ.
ສື່ມວນຊົນທີ່ສຳຄັນຂອງ ສະຫະລັດຄືໜັງສືພົມ ນິວຢອກ ໄທມສ໌ ແລະ ວໍຊິງຕັນ ໂພສ໌ ໄດ້ຢ້ຳຄຳເວົ້າຂອງເຈົ້າໜ້າທີ່ຢູເຄຣນ ທີ່ບໍ່ປະສົງອອກຊື່ວ່າ ກອງກຳລັງຂອງ ກີຢິບ ແມ່ນຮັບຜິດຊອບສຳລັບການດຳເນີນການໂຈມຕີໃສ່ຖານທັບດັ່ງກ່າວໃນຊາຍຝັ່ງພາກຕາເວັນຕົກຂອງແຫຼມ ໄຄຣເມຍ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆ. ລາຍງານຂອງໜັງສືພິມ ນິວຢອກ ໄທມສ໌ ໄດ້ກ່າວວ່າ ແຫຼ່ງຂ່າວຂອງເຂົາເຈົ້າບໍ່ໄດ້ເປີດເຜີຍວ່າອາວຸດຊະນິດໃດທີ່ໄດ້ກໍ່ໃຫ້ເກີດການລະເບີດ ແຕ່ໄດ້ກ່າວຕື່ມວ່າ “ອຸປະກອນທີ່ຖືກຜະລິດໂດຍຢູເຄຣນ ແມ່ນໄດ້ຖືກໃຊ້.”
ທີ່ປຶກສາປະທານທິບໍດີ ທ່ານ ໂອເລັກຊີ ອາເຣັສໂຕວິຈ, ໄດ້ກ່າວໃນວັນອັງຄານທີ່ຜ່ານມາວ່າ ການລະເບີດດັ່ງກ່າວແມ່ນມີສາເຫດມາຈາກອາວຸດຍິງໄລຍະໄກທີ່ເຮັດໃນ ຢູເຄຣນ ຫຼື ເປັນວຽກງານຂອງພວກທະຫານກອງໂຈນທີ່ປະຕິບັດການໃນແຫຼມໄຄຣເມຍ. ສະຖານທີ່ດັ່ງກ່າວ, ເຊິ່ງຕັ້ງຢູ່ຢ່າງໜ້ອຍ 200 ກິໂລແມັດຫ່າງຈາກຕຳແໜ່ງທີ່ໃກ້ທີ່ສຸດຂອງຢູເຄຣນນັ້ນ, ແມ່ນຢູ່ນອກຂອບເຂດຂອງລູກສອນໄຟ ສະຫະລັດ ທີ່ໄດ້ສະໜອງໃຫ້ກີຢິບ.