ປະທານາທິບໍດີ Poroshenko ແຫ່ງຢູເຄຣນ ປະຕິເສດ ແຜນການສັນຕິພາບ ຂອງຣັດເຊຍ

ປະຊາຊົນຫຼາຍສິບຄົນ ເຂົ້າຮ່ວມໃນການເດີນຂະບວນ ເພື່ອສັນຕິພາບທີ່ນະຄອນ Kyiv, ຢູເຄຣນ ວັນທີ 18 ມັງກອນ 2015.

ລາຍ​ງານ​ຕ່າງໆ​ຂອງຣັດ​ເຊຍ ກ່າວ​ວ່າ ປະທານາທິບໍດີ Petro
Poroshenko ​ແຫ່ງ​ຢູ​ເຄຣນ ບໍ່​ຍອມຮັບ​ເອົາ​ແຜນການ​ສັນຕິ
ພາບທີ່​ສົ່ງ​ໄປ​ຍັງ​ທ່ານ​ຢູ່​ໃນ​ຈົດໝາຍ​ສະບັບ​ນຶ່ງ​ຈາກ​ປະທານາ
ທິບໍດີ Vladimir Putin ​ແຫ່ງຣັດ​ເຊຍ.

ສື່​ມວນ​ຊົນຣັດ​ເຊຍ ກ່າວ​ວ່າ ​ແຜນການ​ສັນຕິພາບ​ດັ່ງກ່າວ ຮຽກ
ຮ້ອງ​ໃຫ້​ທະຫານ​ຢູ​ເຄຣນ ​ແລະ​ພວກ​ຫົວ​ແບ່ງ​ແຍກ​ຖອນ​ພວກ​
ອາວຸດ​ໜັກ​ຂອງ​ຕົນ​ໃນ​ທັນທີ ​ກັບ​ຄືນ​ໄປ​ຍັງ​ເຂດ​ແດນ​ທີ່​ລະບຸ​ໄວ້
​ໃນ​ຂໍ້​ຕົກລົງ​ຢຸດ​ຍິງທີ່​ໄດ້​ລົງ​ນາມ​ກັນ​ໃນ​ເດືອນ​ກັນຍາ​ປີ​ກາຍ​ນີ້.

​ແຕ່​ລາຍ​ງານ​ສື່​ມວນ​ຊົນຣັດ​ເຊຍ ກ່າວ​ວ່າ ​ໂຄສົກ​ປະຈຳ​ທ່ານ​ພູ
​ຕິນ ກ່າວ​ວ່າ ທ່ານ Poroshenko ບໍ່​ຍອມ​ຮັບເອົາ​ແຜນການດັ່ງກ່າວ ​ແລະ​ເລີ້ມ​ລະດົມ​ຍິງ​ປືນ​ໃຫຍ່​ຄືນ​ອີກ.

ພວກ​ກະ​ບົດ ແລະ ທະ​ຫານ​ຢູ​ເຄ​ຣນ ສູ້​ລົບ ຍາດ​ແຍ​່ງ ສະ​ໜາມ​ບິນ

ບໍ່​ມີ​ຖ້ອຍ​ຖະ​ແຫຼ​ງ​ໃດໆ​ອອກ​ມາ​ຈາກ​ປະທານາທິບໍດີ​ຂອງ​ຢູ​ເຄຣນຊຶ່ງ​ໃນວັນ​ອາທິດ​ວານ
​ນີ້ ​ໄດ້​ກ່າວ​ຕໍ່​ພວກ​ເດີນ​ຂະ​ບວນຫຼາຍ​ພັນ​ຄົນໃນ​ນະຄອນຫຼວງ Kiev ນັ້ນ. ພວກເດີນ​ຂະ​ບວນມື້ວານ​ນີ້ ​ແມ່ນ​ເພື່ອໄວ້ອາ​ໄລ​ນຳ​ພວກ​ປະຊາຊົນ 13 ຄົນ​ທີ່​ເສຍ​ຊີວິດ​ໃນ​ສັບປະດາ​
ແລ້ວ​ນີ້ ​ເວລາ​ລູກປືນ​ໃຫຍ່​ລູກ​ນຶ່ງ​ຕົກລົງ​ຖືກ​ລົດ​ບັສຂອງ​ເຂົາ​ເຈົ້າ ​ໃກ້​ກັບ​ເມືອງ Volnova
kha ຊຶ່ງ​ຢູ່​ຫ່າງ​ຈາກ​ເມືອງ Donethໄປທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ປະມານ 60 ຫຼັກ​ກິ​
ໂລ​ແມັດ.

ທ່ານ Poroshenko ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ບໍ່​ຍອມ​ສະລະດິນ​ດອນ​ຕອນ​ຫຍ້າ​ຂອງ​ຢູ​ເຄຣນ​ແມ່ນ​ແຕ່​ນ້ອຍ​ດຽວ.

​ໃນ​ວັນ​ອາທິດ​ວານ​ນີ້​ເຊັ່ນ​ກັນ ກອງທັບ​ຢູ​ເຄຣນ ກ່າວ​ວ່າ ຕົນ​ໄດ້​ກວາດ​ລ້າງ​ພວກ​ກະບົດ​
ຫົວ​ນິຍົມຣັດ​ເຊຍ​ອອກ​ຈາກສ່ວນ​ຫຼາຍ​ຂອງເດີ່ນ​ເຮືອບິນ​ເມືອງ Donetsk.

Your browser doesn’t support HTML5

ukraineairport19january15